ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 18, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ມູນເຫດເເຫ່ງການເຮັດບຸນ ເຂົ້າສະຫຼາກ(ບຸນຫໍ່ເຂົ້າໃຫຍ່)

ກຂຄ ລາວ by ກຂຄ ລາວ
ເດືອນກັນຍາ 1, 2020
in ບົດຄວາມ
0
Home ບົດຄວາມ

ມູນເຫດທີ່ຈະໄດ້ມີພິທີເຮັດບຸນເຂົ້າສະຫຼາກນີ້ ມີກ່າວໄວ້ເປັນສອງທາງຄື ທາງໜຶ່ງ ເປັນເລື່ອງຂອງສາສະໜາພາມ ອີກທາງໜຶ່ງ ເປັນເລື່ອງທີ່ມີມາໃນພຣະພຸດທະສາສະໜາ. ເເຕ່ໃນທີ່ນີ້ ຈະກ່າວທາງພຣະພຸດທະສາສະໜາ.

ມູນເຫດທີ່ມີມາໃນທາງພຸດທະສາສະໜານັ້ນ ກໍມີຄວາມຄ້າຍຄືກັນນີ້ ຄືມີເລື່ອງກ່າວໄວ້ໃນຄໍາພີທໍາມະບົດວ່າ “ແຕ່ປາງສາສະໜາພຣະພຸດທະເຈົ້າວິປັດສີ ມີຊາຍສອງພີ່ນ້ອງ ຜູ້ອ້າຍຊື່ມະຫາການ ຜູ້ນ້ອງຊື່ຈຸລະການ ໄດ້ພາກັນໄປເຮັດນາ ພໍເຖິງເດືອນສິບ ເຂົ້າເປັນມານເເລ້ວ ທ້າວຈຸລະການ ຜູ້ນ້ອງອອກໄປນາ ເດັດເອົາມານເຂົ້າມາຫຍໍ້າດູດກິນ ຮູ້ສຶກເເຊບຫຼາຍ ເມື່ອກັບມາເຮືອນ ຈິ່ງຊວນອ້າຍເອົາມານເຂົ້າມາເຮັດເຂົ້າປາຍາດ(ເຂົ້າປາດ) ທານເເກ່ພຣະສົງ ອັນມີພຣະພຸດທະເຈົ້າວິປັດສີ ເປັນປະມຸກ ແຕ່ອ້າຍບໍ່ເຫັນດີນໍານ້ອງຊາຍ ຈິ່ງຂໍເເບ່ງນາກັນ ອ້າຍກໍຕົກລົງ ແລ້ວທ້າວຈຸລະການ ກໍເອົາມານເຂົ້າໃນສ່ວນນາຂອງຕົນ ມາເຮັດເຂົ້າມະທຸປາຍາດ ທານເເກ່ພຣະພຸດທະເຈົ້າ ພ້ອມທັງໄດ້ຕັ້ງຄວາມປາຖະໜາໄວ້ວ່າ:

ຂໍໃຫ້ໄດ້ຕັດສະຮູ້ເປັນພຣະອໍຣະຫັນ ກ່ອນຜູ້ອື່ນ ໃນສໍານັກຂອງພຣະພຸດທະເຈົ້າອົງໜຶ່ງ ທີ່ຈະມີມາພາຍໜ້າ ພຣະພຸດທະເຈົ້າວິປັດສີກໍຊົງອະນຸໂມທະນາສາທຸການ ເມື່ອທໍາທານເສັດແລ້ວຈຸລະການອອກໄປນາ ເຫັນຕົ້ນເຂົ້າບ່ອນທີ່ກ່ຽວເເລ້ວນັ້ນ ກັບມີຮວງມີມານເຕັມຢູ່ຄືເກົ່າ ຈຸລະການເເຮງດີໃຈຫຼາຍ ຈິ່ງໄດ້ທໍາທານດ້ວຍເຂົ້າໃນນານັ້ນຕໍ່ໆມາຈົນເຖິງ 9 ເທື່ອ ນັບເເຕ່ເຂົ້າເປັນນໍ້ານົມມາ ຈົນເຖິງເວລາເອົາຂຶ້ນເລົ້າ ຄັນມາໃນຊາດນີ້ຄື ໃນສາສະໜາຂອງພຣະພຸດທະເຈົ້າໂຄຕະມະ ເຮົານີ້ ຈຸລະການໄດ້ເກີດມາເປັນໂກນທັນຍະພາມ ເເລ້ວໄດ້ອອກບວດບັນລຸພຣະອໍຣະຫັນກ່ອນສາວົກອື່ນໆ ສົມຄວາມປາຖະໜາ ເຊິ່ງໃນພຣະພຸດທະສາສະໜາ ຮຽກວ່າ: ພຣະອັນຍາໂກນທັນຍະ ນັ້ນແລ !.ຕາມເລື່ອງນີ້ ກໍແມ່ນເອົາປະຖົມຄັບພະສາລິ ຄືມານເຂົ້າມາເຮັດເຂົ້າມະທຸປາຍາດ ທານກ່ອນເປັນຄັ້ງເເຮກຄືກັນ ແລະບໍ່ໄດ້ກ່າວວ່າເຮັດບຸນເຂົ້າສາກ ຫຼືສະຫຼາກທານຫາຜີເຜດ ຫຼືຍາດພີ່ນ້ອງຕາຍໄປເເລ້ວເເຕ່ຢ່າງໃດ ແຕ່ວ່າໃນພິທີບຸນເຂົ້າສະຫຼາກ ຫຼືສາດນີ້ ແຕ່ປາງນາງນົບພະມາດ ກໍມີການໃຫ້ທານອຸທິດເຖິງເຜດຄືກັນ ເຂົ້າທີ່ອຸທິດໃຫ້ເຜດນັ້ນ ຕາມໜັງສືນາງນົບພະມາດຮຽກວ່າ:

ເຂົ້າກຣູ(ມາຈາກຄໍາພາສາບາລີວ່າ ກຸຣະ ແປວ່າ ເຂົ້າຊະນິດໜຶ່ງ ຫຼືເຂົ້າຕົ້ມ) ແລະການອຸທິດເຂົ້າກຣູ ຫຼືຂອງທານອື່ນໆ ໃຫ້ເຜດນັ້ນ ກໍມີເລື່ອງນິທານດັ່ງກ່າວເເລ້ວ ໃນບຸນເຂົ້າປະດັບດິນ ສະນັ້ນ,ໃນເລື່ອງນີ້ ຈິ່ງບໍ່ກ່າວອີກ ເເຕ່ເຖິງຢ່າງໃດກໍດີ ຕາມທາງທີ່ເປັນຈິງເເລ້ວ ເມື່ອເຮົາໄດ້ກິນຂອງເເຊບໆ ເຮົາກໍຄຶດເຖິງພໍ່ແມ່ພີ່ນ້ອງ ລູກຫຼານ ສ່ຽວເຫີຍເກີຍຮັກຂອງເຮົາສະເໝີ ໂດຍຢາກໃຫ້ໄດ້ກິນນໍາກັນ ມ່ວນນໍາກັນ ສະນັ້ນ, ເມື່ອທ້າວຈຸລະການ ໄດ້ເຮັດເຂົ້າມະທຸປະຍາດ ຈາກມານເຂົ້າ ຫຼືເຂົ້າພໍເປັນນໍ້ານົມກໍດີ ຫຼືຄົນເເຕ່ກ່ອນເຮັດນາເເລ້ວໄດ້ຜົນ ຄືເຂົ້າເປັນຕົ້ນເປັນຮວງພົ້ນຈາກອັນຕະລາຍ ຈິ່ງເອົາຮວງເຂົ້າເເຮກ ຫຼືມານເຂົ້າມາເຮັດເຂົ້າໜົມກິນ ຮູ້ສຶກເເຊບຫຼາຍກໍຄົງຢາກໃຫ້ຜູ້ມີສິນມີທໍາ ແລະຍາດພີ່ນ້ອງທຸກຖ້ວນໜ້າໄດ້ຮັບປະທານນໍາ ບໍ່ທໍ່ເເຕ່ຜູ້ຍັງຢູ່ ຜູ້ຕາຍເເລ້ວກໍຢາກໃຫ້ໄດ້ກິນນໍາກັນ ຈິ່ງໄດ້ທໍາບຸນການອຸທິດເເຈກຢາຍໄປຫາຕາມໃຈຄຶດຂອງຕົນ ອັນນີ້ນັບເປັນການອັນບໍ່ມີໂທດ ທັງເປັນການສະເເດງເຖິງຄວາມກະຕັນຍູກະຕະເວທີດ້ວຍ ສະນັ້ນ, ການທໍາບຸນເຂົ້າສະຫຼາກທີ່ມີການອຸທິດສ່ວນບຸນກຸສົນໄປຫາຍັງຍາດຕິພີ່ນ້ອງຜູ້ຕາຍໄປເເລ້ວນັ້ນ ຈິ່ງເປັນການບຸນອັນສົມຄວນ ແລະເປັນບຸນປະເພນີຂອງລາວເຮົາ ໄດ້ເຄີຍເຮັເມາເເລ້ວເເຕ່ງເຫິງນານ ບາງທີອາດເຄີຍເຮັດມາກ່ອນມີພຣະພຸດທະສາສະໜາກໍເປັນໄດ້ ເພາະເປັນພິທີບຸນສະຫຼອງການເຮັດນາ ແລະສະຫຼອງວັນເຄິ່ງປີ ນັບວ່າເດືອນ ຫ້າ ມາ ດ້ວຍປະການ ດັ່ງນີ້ແລ !

2. ທັງໝົດນັ້ນ ເຮົາຈະເຫັນໄດ້ວ່າ ຈຸດປະສົງຂອງການເຮັດບຸນຫໍ່ເຂົ້າສະຫຼາກ ດັ່ງນີ້:

1.) ເຮັດບຸນອຸທິດສະຜູ້ທີ່ລ່ວງລັບດັບຂັນໄປສູ່ປະຣະໂລກໜ້າ

2.) ເປັນການສະຫຼອງຜົນລະປູກເຄິ່ງປີຂອງຊາວກະສີກອນ

3.) ເປັນການສະເເດງຄວາມຮູ້ບຸນຄຸນຕໍ່ ເຈົ້ານໍ້າ ເຈົ້າດິນ ດິນດອນຕອນຫຍ້າ ທີ່ເປັນບ່ອນປູກພືດພັນທັນຍະຫານຕ່າງໆ ຕະຫຼອດເຖິງຜູ້ປົກປັກຮັກສາດິນໄຮ່ນາຮົ້ວສວນ

4.) ເປັນຍາມທີ່ຜົນລະປູກ ຜົນລະໄມ້ ເກີດດອກອອກຜົນ ແລ້ວປະຊາຊົນກໍນ້ອມຖວາຍພຣະສົງ-ສາມະເນນເພາະຄະຕິບູຮານເພິ່ນ ໃຫ້ຜູ້ເພິ່ນມີສິນມີທໍາ ສັນກ່ອນ

5.) ເພື່ອເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຍາດຕິພີ່ນ້ອງ ແລະປະຊາຊົນດ້ວຍກັນ ໂດຍສະເພາະຢູ່ຕາມວັດຕາມວາ 3 ວິທີປະຕິບັດ (ແຕ່ລະທ້ອງຖິ່ນເເຕກຕ່າງກັນ)ຊ່ອງເຂົ້າສະຫລາກເຂົ້າວັດ ຖວາຍສົງແລ້ວ ເອົາເຈ້ຍລາຍຊື່ ຂອງເຈົ້າສັດທາ ມາລວມກັນ ລົງໃສ່ໃນບາດ ຫລື ຂັນແລ້ວເອົາໄປໃຫ້ພຣະສົງ-ສາມະເນນ ຈັບສະຫຼາກ ຖ້າພຣະສົງ-ສາມະເນນຈັບຖືກເຈ້ຍຂອງໃຜ ຜູ້ນັ້ນ ກໍຈະນຳເອົາເຄື່ອງໄປຖວາຍອົງນັ້ນ ຫລື ບໍ່ດັ່ງນັ້ນ ກໍ່ຂຽນຊື່ພຣະເນນລົງໃນບາດ ແຕ່ໃຫ້ເຈົ້າສັດທາເປັນຜູ້ຈັບ ເມື່ອຖືກຊື່ພຣະອົງໃດ ກໍ່ເອົາເຄື່ອງໄທຍະທານຂອງຕົນໄປຖວາຍອົງນັ້ນ ການເຮັດບຸນໃນລັກສະນະຢ່າງນີ້ ຮຽກວ່າ ” ບຸນເຂົ້າສະຫລາກ” ຫຼື ຈະເຮັດວິທີອື່ນ ກໍຕ້ອງຖວາຍຕາມ ສະຫລາກ.

ເຊິ່ງວ່າ ບຸນຫໍ່ເຂົ້າສະຫຼາກ ໃນປີນີ້ ກົງກັບວັນເພັງຂຶ້ນ 15 ຄໍ່າ ເດືອນ 10 ລາວ ພ.ສ 2563, ມື້ວັນພຸດວັນທີ 02 ກັນຍາ 2020.

Share154TweetShare
Next Post
ຫົວອົກຜູ້ເປັນຜົວຊິຂາດ!! ເມຍຫຼີ້ນຊູ້ ຜົວນຳຈັບຄາບ້ານພັກ (ມີຄລິບ)

ຫົວອົກຜູ້ເປັນຜົວຊິຂາດ!! ເມຍຫຼີ້ນຊູ້ ຜົວນຳຈັບຄາບ້ານພັກ (ມີຄລິບ)

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ນ້ອງ ບົ້ງກື ໄດ້ບໍ່! ປະກາດຕາມຫາ ນາງບົ້ງກີ ອູມພູທອນ ຫາຍໂຕໄປ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ດ່ວນໆ ສາວພອນກິນຢາປິດຊີບຕົນເອງ ໃຜຢູ່ໃກ້ລາວພາໄປໂຮງໝໍດ່ວນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ວິກິດໜັກ ລ່າສຸດ ລັດຖະບານ ສີລັງກາປະກາດ ບໍ່ມີນ້ຳມັນຂາຍແລ້ວ
  • ຂ່າວດ່ວນ ແຈ້ງປັບຂຶ້ນລາຄາ ນ້ຳມັນທົ່ວປະເທດ
  • ດ່ວນ..! ລົດ ອະນຸສິດຂົນສົ່ງ ເສຍຫລັກ​ປີ້ນ​
  • ເລັ່ງຈັດສັນລັດໃຫ້ສອດຄ່ອງ ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...