ວັນທີ 6 ຕຸລາ ຜ່ານມາ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ນຳກຳລັງເຈົ້າ ໜ້າທີ່ວິຊາສະເພາະ ເຂົ້າແກ້ໄຂເປົ້າໝາຍຢາເສບຕິດ ຢູ່່ບ້ານດົງສ້າງຫີນ ຈັບໄດ້ 4 ຄົນ ພ້ອມຂອງກາງ ຢາບ້າ 775 ເມັດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ຜູ້ຖືກຫາ 4 ຄົນ ຊື່: ທ້າວ ປາຕິກ ອາຍຸ 30 ປີ ຢູ່່ບ້ານດົງສ້າງຫີນ; ທ້າວ ເພັດ ອາຍຸ 33 ປີ ບ້ານໂດນ ເມືອງງອຍ ແຂວງຫຼວງພະບາງ,ພັກເຊົາຢູ່່ບ້ານດົງສ້າງຫີນ; ທ້າວ ອອ່ນ ອາຍຸ 23 ປີ ຢູ່່ບ້ານນາແຍງ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ທ້າວ ກຳ ອາຍຸ 22 ປີ ຢູ່່ບ້ານທົ່ງຂາມ ເມືອງບົວລະພາ ແຂວງຄຳມ່ວນ ທັງ2 ຄົນ ພັກເຊົາຢູ່່ບ້ານໂຄກໃຫຍ່ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ.

ປັດຈຸບັນ ຄະດີດັ່ງກ່າວ, ພວມຢູ່່ໃນຂັ້ນຕອນການສອບສວນຂະຫຍາຍຜົນ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ທີ່ມາຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ
Discussion about this post