ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 27, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປກສ ແຂວງສະຫວັນນະເຂດ ລົງວິໄນນາຍຕຳຫຼວດ ອອກຈາກກຳລັງປ້ອງກັນຄວາມສະຫງົບ ຈຳນວນ 3 ສະຫາຍ

jon by jon
ເດືອນຕຸລາ 8, 2021
in ທົ່ວໄປ
0
Home ທົ່ວໄປ

ໃນວັນທີ 7 ຕຸລາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ປະກາດວິໄນນາຍຕຳຫຼວດ ທີ່ເຄື່ອນໄຫວລະເມີດລະບຽບວິໄນ, ກົດໜາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະພັກກອງບັນຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ເລກທີ 3500, 3501 ແລະ 3502/ກມປສ, ລົງວັນທີ 6 ຕຸລາ 2021 ວ່າດ້ວຍການປະຕິບັດວິໄນນາຍຕຳຫຼວດ ,ເຊິ່ງໃນນີ້, ປະຕິບັດວິໄນ ຮ້ອຍໂທ ເວີນ ສີດາວົງ, ຮ້ອຍຕີ ສິດທິສອນ ໄຊທານີ ໜ້າທີ່ຮັບພິຊອບວິຊາການ ສັງກັດຢູ່ຫ້ອງຕຳຫຼວດ ແລະ ຮ້ອຍໂທ ສີສຸພັນ ທາດາສະຫວັນ ໜ້າທີ່ຮັບພິຊອບວິຊາການ ສັງກັດຢູ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຂຶ້ນກັບ ປກສ ແຂວງສະຫວັນນະເຂດ.

ເຫດຜົນ ຍ້ອນການກະທຳຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 01, ຂໍ້ 03 ການເມີນເສີຍບໍ່ປະຕິບັດຕາມມະຕິ ຫຼື ຄຳສັງຂອງຂັ້ນເທິງ ແລະ ລະເມີດຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID-19

ສະນັ້ນຈຶ່ງປະຕິບັດວິໄນສະຫາຍທັງ 3 ນີ້ອອກຈາກກຳລັງ ປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ.

ທີ່ມາ: ຂ່າວ-ພາບ: ປກສ ແຂວງສະຫວັນນະເຂດ

ShareTweetShare
Next Post
ເຫດຜົນທີ່ຍົກເລີກການຕັ້ງດ່ານ ຢູ່ນະຄອນຫຼວງວຽງຈັນ

ເຫດຜົນທີ່ຍົກເລີກການຕັ້ງດ່ານ ຢູ່ນະຄອນຫຼວງວຽງຈັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ປໍ້າ “ພລັສ” ແຈ້ງ ບໍ່ຈຳໜ່າຍນໍ້າມັນໃສ່ຕຸກ ປ້ອງກັນເຫດອັກຄີໄຟ & ກັກຕຸ໋ນໄປຈຳໜ່າຍເກີນລາຄາ.

    0 shares
    Share 0 Tweet 0
  • ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫຼີນ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

    0 shares
    Share 0 Tweet 0
  • ແຈ້ງການຄະນະສະເພາະກິດ ມາດຕະການຕໍ່ຜູ້ລະເມີດມາດຕະການຄຳສັ່ງທ່ານເຈົ້າແຂວງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...