ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 3, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຫດຜົນທີ່ຍົກເລີກການຕັ້ງດ່ານ ຢູ່ນະຄອນຫຼວງວຽງຈັນ

jon by jon
ເດືອນຕຸລາ 8, 2021
in ທົ່ວໄປ
0
Home ທົ່ວໄປ

+ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ຫົວໜ້າຄະນະ ສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການ ລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ໃຫ້ ສຳພາດໃນວັນທີ 6 ຕຸລາ 2021 ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນວ່າ:

ການລະບາດພະຍາດໂຄ ວິດ-19 ຢູ່ຊຸມຊົນຂອງນະຄອນຫຼວງວຽງຈັນ ເປັນການ ລະບາດໃຫຍ່ໃນຊຸມຊົນ ໄດ້ຂະຫຍາຍອອກໄປເປັນວົງ ກວ້າງໃນຫຼາຍບ້ານ ມາຮອດປັດຈຸບັນ ມີທັງໝົດ 187 ບ້ານແດງ ຈໍານວນຜູ້ຕິດເຊື້ອຊົງຕົວຢູ່ໃນລະດັບ 100 ຫາ 200 ປາຍຄົນ ສະເລ່ຍໃນໄລຍະທີ່ລະບາດແຮງ ຢູ່ໃນລະດັບ 200 ປາຍຄົນຕໍ່ວັນ ມີມື້ໜຶ່ງເພີ່ມຂຶ້ນສູງສຸດ ເຖິງ 400 ຄົນ

ໝາຍຄວາມວ່າຍັງມີລະບາດຢູ່ໃນລະດັບສູງ ຕໍ່ກັບສະພາບການດັ່ງກ່າວ ນະຄອນຫຼວງວຽງຈັນໄດ້ມີ ມາດຕະການ ໂດຍລວມໄດ້ນຳໃຊ້ຄຳສັ່ງເລກທີ 016/ນຍ ມາຜັນຂະຫຍາຍເປັນແຈ້ງການ 037/ຈນວ ຂອງເຈົ້າຄອງນະຄອນຫຼວງວຽງ ໃນນັ້ນ ເຫັນປະຈັກຕາ ແມ່ນມາດຕະການລັດການເດີນທາງ ເຊິ່ງໄດ້ຖອນດ່ານ ຍາມຕ່າງໆຕາມຈຸດທາງຫຼວງອອກ

ເຫຼືອແຕ່ເສັ້ນທາງ ຊາຍແດນນະຄອນຫຼວງວຽງຈັນກັບແຂວງຕ່າງໆ ແລ້ວສຸມກຳລັງ ປກສ-ປກຊ ເມືອງ ແລະ ກຸ່ມ ໄປຊ່ວຍບ້ານ ເພື່ອປິດ ຫຼື ຈຳກັດບໍລິເວນສະເພາະຢູ່ໃນເຂດບ້ານແດງ, ໜ່ວຍ, ຮ່ອມທາງ ແລະ ເຮືອນທີ່ເປັນເຂດແດງ.

+ ສາເຫດທີ່ການຍົກເລີກດ່ານຢູ່ຕາມຖະໜົນຫຼວງ ຍ້ອນເບິ່ງສະຖານະການແລ້ວ ການຈຳກັດເຄັ່ງຄັດ ໂດຍໃຊ້ການລັດຕາມຖະໜົນຫົນທາງບໍ່ມີປະສິດທິຜົນ ເທົ່າໃດຍ້ອນວ່າພວກເຮົາຍັງຮັກສາຄວາມສົມດູນລະ ຫວ່າງມາດຕະການປ້ອງກັນການລະບາດພະຍາດໂຄ ວິດ-19 ກັບມາດຕະການທາງເສດຖະກິດ ເຊິ່ງພວກເຮົາບໍ່ປ່ອຍໃຫ້ເສດຖະກິດຫຼົ້ມຈົມ ຫຼື ບໍ່ສາມາດເດີນໄປໜ້າໄດ້.

+ ພ້ອມນັ້ນ, ໃນຄຳສັ່ງເລກທີ 016/ນຍ ພັດມີນະໂຍບາຍຜ່ອນຜັນອະນຸຍາດໃຫ້ທຳການຜະລິດ ແລະ ເປີດການບໍລິການທີ່ສຳຄັນເຊັ່ນ: ທະນາຄານ, ສະຖາບັນການເງິນ, ໄຟຟ້າ ແລະ ຄົມມະນາຄົມຂົນສົ່ງ ຈຶ່ງເຮັດໃຫ້ລົດແລ່ນຕາມທ້ອງຖະໜົນແຕ່ລະມື້ຫຼາຍ

ເນື່ອງຈາກວ່ານະຄອນຫຼວງວຽງຈັນ ເປັນສູນລວມຕົວເລກທາງດ້ານການຜະລິດ ແລະ ການບໍລິການສູງ ເມື່ອທຽບໃສ່ແຂວງອື່ນໆ. ນອກນັ້ນ, ພາຍຫຼັງທີ່ເລີກການຕັ້ງດ່ານການສັນຈອນເກືອບວ່າປົກກະຕິ ເພາະເຮົາຍັງອະນຸຍາດໃຫ້ໄປປະຈຳການ, ໄປເຮັດການຜະລິດ, ການບໍລິການ ແລະ ສ່ວນໂຮງຈັກໂຮງງານ

ກໍໄດ້ປະເມີນມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ຖ້າບໍ່ມີຄວາມສ່ຽງ ມີມາດຕະການປ້ອງກັນທີ່ເຂັ້ມງວດ ແມ່ນໃຫ້ເປີດທຳການຜະລິດ.

ພ້ອມນັ້ນ, ກໍໄດ້ເຮັດສັນຍາກັບຜູ້ປະກອບການ ໃຫ້ມີຄວາມຮັບຜິດຊອບຮ່ວມຕໍ່ສັງຄົມ ຄ່າພັກ-ເຊົາ, ຄ່າປິ່ນປົວ, ຄ່າອາຫານ ເຄື່ອງດື່ມ ແລະ ມາດຕະການທາງການແພດໃນກໍລະນີພະນັກງານຂອງຕົນມີຄວາມສ່ຽງ ຫຼື ຕິດເຊື້ອພະຍາດ.

ShareTweetShare
Next Post
ດ່ວນ!..ເສຍຊິວິດເພີ່ມ +1 ລາຍຈາກໂຄວິດ ກໍລະນີ 24 ຂອງລາວ

ດ່ວນ!..ເສຍຊິວິດເພີ່ມ +1 ລາຍຈາກໂຄວິດ ກໍລະນີ 24 ຂອງລາວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເລື່ອງເຈ້ທິບ ສັງຄົມລາວໄດ້ຮຽນຮູ້ຫຍັງແດ່…
  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...