ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂະຫຍາຍໂຮງໝໍພາກສະໜາມຂຶ້ນອີກ 3 ແຫ່ງ ເພື່ອຮອງຮັບຄົນເຈັບ

jon by jon
ເດືອນຕຸລາ 4, 2021
in ທົ່ວໄປ
0
Home ທົ່ວໄປ

ດຣ.ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 3 ຕຸລາ 2021 ເຖິງຄວາມສາມາດຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ 19 ຢູ່ໃນນະຄອນຫລວງວຽງຈັນວ່າ ຄະນະສະເພາະກິດເພື່ອຄວບຄຸມ ແລະປ້ອງກັນການລະບາດຂອງພະຍາດໂຄວິດ19 ໄດ້ຂະຫຍາຍໂຮງໝໍພາກສະໜາມຂຶ້ນອີກ 3 ແຫ່ງ ສາມາດຮອງຮັບຄົນເຈັບໄດ້ອີກຈໍານວນຫລາຍຄື ໂຮງໝໍພາກສະໜາມດາວເຮືອງຢູ່ຂົວມິດຕະພາບ1 ສາມາດຮອງຮັບຄົນເຈັບໄດ້ 800 ຄົນ, ໂຮງໝໍສະໜາມກິລາ ຫລັກ16 ສາມາດຮອງຮັບໄດ້ 360 ຄົນ, ແລະໂຮງຮຽນເຝິກອົບຮົມວິຊາຊີບຄົນພິການສີເກີດ ສາມາດຮອງຮັບຄົນເຈັບໄດ້ທັງໝົດ 600 ກວ່າຄົນ.

ດຣ.ຄໍາໃສ ເດດລືໄຊ ໃຫ້ຮູ້ວ່າ ທິມງານພະນັກງານວິຊາການ ແພດໝໍ ກຽມພ້ອມໄປຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ 19 ເພື່ອໄປປິ່ນປົວຈົນສຸດຄວາມສາມາດ ແຕ່ເນື່ອງຈາກ ປະຈຸບັນຄົນເຈັບມີຫລາຍ ແລະຢູ່ກະແຈກກະຈາຍ ຈຶ່ງມີຄວາມຫຍຸ້ງຍາກ ແລະບໍ່ສາມາດໄປຮັບໄດ້ຢ່າງທັນການ ແຕ່ເຖິງຢ່າງໃດກໍຕາມ ການນໍາກະຊວງສາທາລະນະສຸກ ກໍຄືຄະນະສະເພາະກິດ ໄດ້ມີຄວາມພະຍາຍຍາມສູງ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ19 ໂດຍການຈັດຫາສະຖານທີ່ຈໍາກັດບໍລິເວນ ແລະສະຖານທີ່ປິ່ນປົວ ໃຫ້ພຽງພໍກັບຜູ້ຕິດເຊື້ອໃນແຕ່ລະມື້

ນອກນັ້ນ ຍັງໄດ້ສົມທົບ ຮ່ວມມືກັບອົງການອະນາໄມໂລກ ຮ່າງຂໍ້ແນະນໍາສໍາລັບຜູ້ຕິດເຊື້ອທີ່ບໍ່ມີອາການ, ສາມາດພັກຢູ່ໂຮງແຮມທີ່ມີເງື່ອນໄຂ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດແລ້ວ, ນອກນັ້ນ ຍັງໄດ້ຮ່າງຂໍ້ແນະນໍາ ສໍາລັບການຕິດຕາມປິ່ນປົວຢູ່ເຮືອນຂອງຜູ້ບໍ່ມີອາການ.
ຍ້ອນພະນັກງານແພດໝໍມີຈໍານວນຈໍາກັດ ເຊິ່ງການເປີດໂຮງໝໍພາກສະໜາມຫລາຍຂຶ້ນ ແລະ ມີຄວາມຈໍາເປັນຕ້ອງເອົາພະນັກງານແພດໝໍເຂົ້າປະຈໍາຫລາຍຂຶ້ນ ຂະນະດຽວກັນຢູ່ແຕ່ລະໂຮງໝໍຍັງຕ້ອງໄດ້ຮັບໃຊ້ປະຊາຊົນຢ່າງປົກກຕິ

ດັ່ງນັ້ນ ການຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ19 ຈຶ່ງກໍານົດໃຫ້ຮັບພຽງແຕ່ 3ໂຮງໝໍ ຄື ໂຮງໝໍມິດຕະພາບ, ໂຮງໝໍ 103 ກອງທັບ ແລະໂຮງໝໍເຊດຖາທິລາດ, ເຊິ່ງທັງ 3 ໂຮງໝໍ ສາມາດຮັບໄດ້ 180 ຄົນ, ເຊິ່ງເປົ້າໝາຍແມ່ນຄົນເຈັບທີ່ມີອາການປານກາງ ຫາອາການໜັກ ເຊິ່ງໄດ້ນໍາໃຊ້ແພດໝໍຈໍານວນຫລາຍເພື່ອເບິ່ງແຍງປິ່ນປົວ, ດັ່ງນັ້ນຄົນເຈັບທີ່ມີອາການເບົາບາງ ຈະຖືກສົ່ງໄປປິ່ນປົວຢູ່ພາກສະໜາມ

ພາບປະກອບເທົ່ານັ້ນ ຈາກບ້ານຫາດກັນຊາ ເມືອງຫາດຊາຍຟອງ ນວ

ດັ່ງນັ້ນຈື່ງຮຽກຮ້ອງເຖິງຄົນເຈັບຢູ່ໂຮງໝໍພາກສະໜາມຈົ່ງໃຫ້ການຮ່ວມມືກັບແພດໝໍ, ພວກເຮົາຮັບຮູ້ວ່າ ພວກທ່ານອາດຈະບໍ່ໄດ້ຮັບຄວາມສະດວກສະບາຍຄືກັບຢູ່ເຮືອນທ່ານ ຂໍໃຫ້ພວກທ່ານຈົ່ງມີຄວາມອົດທົນ ຜ່ານຜ່າວິກິດໄປພ້ອມກັບແພດໝໍ ເຊິ່ງຄົນເຈັບທີ່ບໍ່ມີອາຫານຫຍັງ ຈະໄດ້ຢູ່ໂຮງໝໍພຽງແຕ່ 14ມື້ ກໍຈະໄດ້ອອກໄປຢູ່ກັບຄອບຄົວ, ແຕ່ແພດໝໍທີ່ໄປຮັບໃຊ້ທ່ານ ຕ້ອງໄດ້ຫ່າງຈາກຄອບຄົວ, ຫ່າງຈາກຄົນທີ່ເພິ່ນຮັກ ເພື່ອມາຮັບໃຊ້ທ່ານ 14ມື້ , ຫລັງຈາກນັ້ນຕ້ອງໄດ້ກັກຕົວອີກ 14ມື້ ແຕ່ຖ້າເຂົາເຈົ້າຕິດເຊື້ອ ໃນເວລາປະຕິບັດໜ້າທີ່ ກໍຕ້ອງໄດ້ໄປປິ່ນປົວອີກ ເຊິ່ງສິ່ງນີ້ແພດໝໍທຸກຄົນແມ່ນບໍ່ປາຖະໜາ, ແຕ່ຍ້ອນໜ້າທີ່ ແລະຄວາມຮັບຜິດຊອບຕ້ອງໄດ້ປະຕິບັດ

ຕອນທ້າຍ ດຣ ຄໍາໃສ ເດດລືໄຊ ໄດ້ຮຽກຮ້ອງເຖິງໝົດທຸກຄົນໃນສັງຄົມ ຈົ່ງຊ່ວຍເຫລືອເຊິ່ງກັນແລະກັນ ເຮັດແນວໃດໃຫ້ພວກເຮົາທຸກຄົນຜ່ານວິກິດການນີ້ໄປໃຫ້ໄດ້ ຕາມທິດຊີ້ນໍາຂອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ແພດໝໍພະຍາຍາມສູ້ຊົນ ເຮັດແນວໃດບໍ່ໃຫ້ຄົນເຈັບທີ່ມີອາການເບົາບາງກ້າວໄປຫາປານກາງ, ບໍ່ໃຫ້ຄົນເຈັບອາການປານກາງກ້າວໄປຫາໜັກ ແລະບໍ່ໃຫ້ຄົນເຈັບໜັກກ້າວໄປຫາວິກິດ ຫລືເສຍຊີວິດ ນີ້ແມ່ນວຽກງານທີ່ໜັກໜ່ວງເຊິ່ງແພດໝໍຕ້ອງໄດ້ປະຕິບັດ ເຮັດໃຫ້ຄົນເຈັບທີ່ຕິດເຊື້ອໄດ້ຮັບການປິ່ນປົວໄວ , ເຮັດໃຫ້ຄົນເຈັບທີ່ກໍາລັງປິ່ນປົວບໍ່ໃຫ້ມີບັນຫາ ແລະກ້າວໄປເຖິງອາການຮ້າຍແຮງ ແລະອອກໂຮງໝໍໂດຍບໍ່ມີບັນຫາໃດໆ

ShareTweetShare
Next Post
ຈັບເປົ້າໝາຍຢາເສບຕິດໄດ້ 3 ຄົນ ພ້ອມຂອງກາງ ຢາບ້າ ຈຳນວນ 5.233 ເມັດ

ຈັບເປົ້າໝາຍຢາເສບຕິດໄດ້ 3 ຄົນ ພ້ອມຂອງກາງ ຢາບ້າ ຈຳນວນ 5.233 ເມັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...