ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ດ່ວນທີ່ສຸດ!…ຄຳມ່ວນກຽມໃສ່ລະບຽບຜູ້ລະເມີດ

jon by jon
ເດືອນກັນຍາ 16, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເພື່ອສະກັດກັ້ນ,ຄວບຄຸມ ແລະ ປ້ອງກັນເຊື້ອພະຍາດໂຄວິດ 19 ບໍ່ໃຫ້ແຜ່ລະບາດໃນຊຸມຊົນອອກເປັນວົງກວ້າງ. ໃນວັນທີ່ 14 ກັນຍາ 2021 ເຈົ້າແຂວງຄຳມ່ວນໄດ້ອອກຄຳສັ່ງເລກທີ່ 08/ຈຂ ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການ ປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ແຂວງຄຳມ່ວນຕື່ມອີກ 14 ວັນແຕ່ວັນທີ 14 ກັນຍາຫາວັນທີ 27 ກັນຍາ 2021, ຜ່ານການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວເຫັນວ່າ ພະນັກງານ, ທະຫານ, ຕຳຫລວດ, ນັກຮຽນນັກສຶກສາ, ຜູ້ຄ້າຂາຍປະຊາຊົນບັນດາເຜົ່າ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ແຂວງຄຳມ່ວນ ແມ່ນມີຄວາມຕື່ນຕົວສູງໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 08/ຈຂ ໄດ້ດີພໍສົມຄວນຊື່ງສະແດງໃຫ້ເຫັນວ່າບັນດາຜູ້ປະກອບການຫ້າງຮ້ານຂາຍເຄື່ອງຕ່າງໆ ແມ່ນປິດການບໍລິການ, ພໍ່ແມ່ ປະຊາຊົນຢຸດຕິການເດີນທາງອອກຈາກບ້ານ, ຈາກເຮືອນເຮັດໃຫ້ເສັ້ນທາງແຕ່ລະສາຍຂອງຕົວເມືອງທ່າແຂກບໍ່ມີຜູ້ຄົນໂຍດຍານພາຫະນະທ່ຽວໄປມາ, ບັນດາເຈົ້າໜ້າທີ່ ກຳລັງ ປກສ, ປກຊ ແລະ ການຈັດຕັ້ງບ້ານກໍ່ໄດ້ຈັດຕັ້ງການປ້ອງກັນເວນຍາມແຕ່ລະຈຸດຢ່າງຕັ້ງໜ້າ ແລະ ເປັນເຈົ້າການ ເພື່ອຮັກສາຄວາມສະຫງົບ ແລະ ປອດໄພຂອງປະຊາຊົນ.

ທ່ານ ພັຕ ຫລອງ ຈັນທະວົງ ເຈົ້າໜ້າທີ່ປ້ອງກັນຈຸດທີ 02 ໄດ້ກ່າວຕໍ່ສື່ມວນຊົນຂອງແຂວງວ່າ : ຂ້າພະເຈົ້າຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜື່ງໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນການລະບາດຂອງພະຍາດໂຄວິດ 19, ການລົງມາປະຕິບັດໜ້າທີ່ຄັ້ງນີ້ຂ້າພະເຈົ້າຖືກຮັບຜິດຊອບຢູ່ເຂດເທດສະບານເມືອງທ່າແຂກ ແລະ ໄດ້ແບ່ງກັນເປັນຈຸປະຈຳໃນແຕ່ລະຈຸດເພື່ອຕິດຕາມກວດກາການເຄື່ອນໃຫວຂອງຜູ້ຄົນທັງນີ້ກໍ່ເພື່ອເຮັດໜ້າທີ່ປ້ອງການຄວາມສະຫງົບ ແລະ ປອດໄພຂອງປະຊາຊົນ.

ເພື່ອເປັນການຜັນຂະຫຍາຍເນື້ອໃນຄຳສັ່ງຂອງທ່ານເຈົ້າແຂວງຄຳມ່ວນເລກທີ 08/ຈຂ ພ້ອມນີ້ ຄະນະສະເພາະກິດແຂວງຄຳມ່ວນ ຍັງໄດ້ອອກແຈ້ງການເລກທີ 06/ສພກ ລົງວັນທີ 15 ກັນຍາ 2021 ເຖິງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວ ແລະ ດຳລົງຊີວິດຢູ່ແຂວງຄຳມ່ວນ ເລື່ອງການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດຄຳສັ່ງຂອງເຈົ້າແຂວງ ເລກທີ 08/ຈຂ ມີດັ່ງນີ້ : ຈອດລົດຂົນສົ່ງສິນຄ້າ, ລົດໂດຍສານ, ສ່ວນບຸກຄົນຜ່ານແຂວງຈອດເອົາຄົນ ຂຶ້ນ-ລົງປັບໄໝ 5 ແສນກີບ, ຄັ້ງທີສອງ : 2 ລ້ານກີບ. ກໍລະນີລະເມິດອອກຈາກເຮືອນໄປນອກ ບໍ່ໃສ່ຜ້າອັດປາກ – ດັງ ປັບ 50 ພັນກີບພ້ອມທັງກັກພາຫະນະຊ່ວງໄລຍະປິດເມືອງ.

3 ຜູ້ສຳພັດກັບຜູ້ຕິດ ເຊື້ອບໍ່ກັກຕົວ ແລະ ປິດບັງທາມລາຍ ປັບ 1 ລ້ານກີບພ້ອມທັງດຳເນີນຄະດີຕາມກົດໝາຍ. ກໍລະນີລະເມິດ ໂມງເວລາການສັນຈອນບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງປັບ 2 ແສນກີບ, ຄັ້ງທີສອງ : 5 ແສນກີບ. ກໍລະນີຈັດງານຊຸມແຊວ, ງານລ້ຽງອື່ນໆ ປັບ 1 ແສນ/ຄົນ, ເຈົ້າຂອງສະຖານທີ່ 5 ແສນກີບ, ຄັ້ງທີສອງ 1 ລ້ານກີບ/ຄົນ, ເຈົ້າຂອງສະຖານທີ່ 2 ລ້ານກີບ. ກໍລະນີລະເມີດຂາຍສິ່ງມຶນເມົາ, ກັກຕຸນສິນຄ້າ ປັບ 1 ລ້ານກີບ/ເຮັດບົດບັນທຶກ, ຄັ້ງທີ່ສອງ 3-5 ລ້ານກີບ/ພ້ອມໂຈະການດຳເນີນທຸລະກິດ. ກໍລະນີຫລີ້ນໄພ້, ຕີໄກ່ການພະນັນອື່ນໆ ປັບ 2 ລ້ານກີບ/ຄົນ, ເຈົ້າຂອງສະຖານທີ່ 5 ລ້ານກີບ, ຄັ້ງທີສອງ 5 ລ້ານກີບ/ຄົນ, ເຈົ້າຂອງສະຖານທີ່ 10 ລ້ານກີບ. ກໍລະນີລະເມີດເປີດບໍລິການທີ່ລະບຸໄວ້ຂໍ້ທີ່ 11 ຂອງຄຳສັ່ງເລກທີ 08/ຈຂ ປັບ 1 ລ້ານກີບ, ຄັ້ງທີ່ສອງ 3-5 ລ້ານກີບ/ໂຈະການດຳເນີນທຸລະກິດຊົ່ວຄາວ.

ກໍລະນີລະເມີດໂມງເວລາເຮືອ ຫາປາ ທຽບທ່າ ແລະ ລັກລອບແຮງງານນຳເຂົ້າບໍ່ຖຶກຕ້ອງປັບ 2 ແສນກີບ/ລຳຄັ້ງທີສອງ 1 ລ້ານກີບ/ຍຶດ ເຮືອຜູ້ກ່ຽວຕະຫລອດໄລຍະປິດເມືອງ. ໃຫ້ປະຊາຊົນທຸກຊັ້ນຄົນເປັນເຈົ້າການຕິດຕາມໃນກໍລະນີພົບ ເຫັນຕໍ່ຜູ້ລະເມິດຄຳສັ່ງດັ່ງກ່າວໃຫ້ລາຍງານຕໍ່ຄະນະສະເພາະກິດແຂວງໄດ້ທີ່ເບີໂທ : ທ່ານ ບຸນໂຮມ ມຸກດາສັກ 020 55859996, ທ່ານ ພັທ ຄໍາຮຸ່ງ ອາລຸນສັກ 020 99514229 ແລະ ທ່ານ ສີຫງວນ ອິນທິລາດ 020 55223315.

ShareTweetShare
Next Post
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ທັງໝົດ 154 ຄົນ

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ທັງໝົດ 154 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...