ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ທັງໝົດ 154 ຄົນ

jon by jon
ເດືອນກັນຍາ 16, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ສະບາຍດີ ບັນດາທ່ານທີ່ກຳລັງຕິດຕາມຮັບຊົມ ແລະ ຮັບຟັງ ການຖ່າຍທອດສົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນພະຫັດ ວັນທີ 16 ກັນຍາ ປີ 2021.ຂ້າພະເຈົ້າ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ, ໃນທົ່ວໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ.

ຕໍ່ໄປ ຂ້າພະເຈົ້າ ຂໍລາຍງານ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 15 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 5,270 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 154 ຄົນ: ກໍລະນີນໍາເຂົ້າ ມີ 23 ຄົນ ຈາກ ແຂວງສະຫວັນນະເຂດ 10 ຄົນ, ນະຄອນຫຼວງ 5 ຄົນ, ຈໍາປາສັກ 3 ຄົນ, ຄຳມ່ວນ 3 ຄົນ ແລະ ສາລະວັນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.ຕິດເຊື້ອໃນຊຸມຊົນ 131 ຄົນ ແມ່ນມີລາຍລະອຽດດັ່ງນີ້:

ຄຳມ່ວນ 58 ຄົນ: ກຸ່ມທີ 1: ບ້ານນາໄກ່ເຂຍ, ເມືອງທ່າແຂກ ແມ່ນກຸ່ມທີ່ມີອາການທາງລະບົບຫາຍໃຈ 10 ຄົນ; ກຸ່ມທີ 2: ຄ້າຍຄຸມຂັງເມືອງທ່າແຂກ  (ສຳຜັດກັບຕໍາຫລວດ) ມີ 01 ຄົນ; ກຸ່ມທີ 3 ຈາກ 4 ເມືອງຄື: ເມືອງທ່າແຂກ 20 ບ້ານ, ເມືອງ ມະຫາໄຊ 02 ບ້ານ, ເມືອງເຊບັ້ງໄຟ 03 ບ້ານ ແລະ ເມືອງໄຊບົວທອງ 01 ບ້ານ.

ສະຫວັນນະເຂດ 22 ຄົນ: ຈາກສະຖານທີ່ຂຸມຄັງ 17 ຄົນ; ພະນັກງານບໍລິສັດເອຄອນ 5 ຄົນ; ເພດຍິງ, ອາຍຸ 31 ປີ, ບ້ານຫົວເມືອງໃຕ້, ນະຄອນໄກສອນ; ເພດຊາຍ, ອາຍຸ 29 ປີ, ບ້ານໄຊຍະພູມ, ນະຄອນໄກສອນ; ເພດຊາຍ, ອາຍຸ 29 ປີ, ບ້ານ ໂພນສູງ, ນະຄອນໄກສອນ; ເພດຊາຍ, ອາຍຸ 30 ປີ , ບ້ານ ໂພນທັນ, ໄຊບູລີ; ເພດຊາຍ, ອາຍຸ 29 ປີ, ບ້ານອຸດົມວິໄລ, ນະຄອນໄກສອນ; ຈໍາປາສັກ 20 ຄົນ: ທັງໝົດມາຈາກນະຄອນປາກເຊ

ຫຼວງພະບາງ 13 ຄົນ: ກຸ່ມທີ 1: ມີ 09 ຄົນ ຈາກ ບ້ານໂພນໄຊ, ເມືອງນານ, ໄດ້ຈຳກັດບໍລິເວນ ຢູ່ສູນເມືອງນານ ແຕ່ວ່າ ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນໄຊ ທີ່ໄດ້ລາຍງານໃນວັນທີ 12 ກັນຍາ 2021; ກຸ່ມທີ 2: ມີ 03 ຄົນ ຈາກບ້ານຫ້ວຍແລ, ເມືອງງອຍ, ອາຊີບ: ກໍາມະກອນ (ທັງ 03 ຄົນ) ແລະ ເດີນທາງມາຈາກນະຄອນ ຫລວງວຽງຈັນ ໃນວັນທີ 01 ກັນຍາ 2021, ເຂົ້າສູນເມືອງງອຍ ແລະ ໄດ້ເກັບຕົວຢ່າງ 03 ຄັ້ງ, ຊື່ງຄັ້ງທີ 03 ແມ່ນ ເກັບໃນວັນທີ 15 ກັນຍາ 2021 ແມ່ນກວດພົບເຊື້ອ; ກຸ່ມທີ 3: ມີ 01 ຄົນ ຢູ່ບ້ານທ່າລີ່, ເມືອງນານ, ຊື່ງພົວພັນກັບກໍລະນີຕິດເຊື້ອ ຢູ່ບ້ານດຽວກັນ.

• ນະຄອນຫຼວງ 9 ຄົນ:ໜອງທາເໜືອ 02 ຄົນ; ຮ່ອງໄກ່ແກ້ວ 01 ຄົນ; ຕາດທອງ 01 ຄົນ; ໂຮງງານຕັດຫຍິບ ອິນເຕີເມດ ແຟຊັນ  03 ຄົນ (ບ້ານ ໄຊສະຫວ່າງ ເມືອງໄຊທານີ 02 ຄົນ; ແລະ ດອນໜູນ 01 ຄົນ); ບ້ານ ດ່ານຊ້າງ 01 ຄົນ (ລູກຊາຍກໍລະນີຕິດເຊື້ອທີ່ແມ່ຂາຍເຄື່ອງຢູ່ຕະຫລາດດ່ານຊ້າງ ແລະ ໄດ້ລາຍງານ ໃນວັນທີ 14 ກັນຍາ 2021); ບ້ານ ຫ້ວຍຫົງ, ເມືອງຈັນທະບູລີ  01 ຄົນ, ເປັນລູກຊາຍ ຂອງກຸ່ມ ທີ່ໄປເຮືອນດີ ພີ່ນ້ອງ ຢູ່ບ້ານສ້າງນໍ້າມັນ, ນະຄອນປາກເຊ ໃນວັນທີ 05 ກັນຍາ 2021

ບໍ່ແກ້ວ 6 ຄົນ: ເມືອງຕົ້ນເຜິ້ງ 05 ຄົນ ແລະ ເຂດເສດຖະກິດພິເສດ 01 ຄົນ

ຫຼວງນໍ້າທາ 2 ຄົນ: ທັງໝົດຄົນສັນຊາດຈີນ ທີ່ເຄີຍເຮັດວຽກ ຢູ່ ເຂດ ພິເສດສາມຫລ່ຽມຄໍາ

ສາລະວັນ 1 ຄົນ ຈາກ ບ້ານໂນນເດື່ອ, ເມືອງເລົ່າງາມ, ເປັນຜູ້ສຳຜັດໄກ້ສິດ ກັບສາມີ ທີ່ຕິດເຊື້ອ ແລະ ຖືກ

ລາຍງານ ໃນວັນທີ 9 ກັນຍາ 2021.

ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ:

– ບໍລິສັດ ອານພີລາວ ແອງແຕກນາຊົງນານ ຈຳກັດຜູ້ດຽວ (ໂຮງງານ ຕັດຫຍິບ) ບ້ານຫນອງທາເຫນືອ, ເມືອງ ຈັນທະບູລີ

– ໂຮງງານ ຕັດຫຍິບ ອິນທິເມດ ແຟຊັນ, ບ້ານ ໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

– ຮ້ານ D-mart ພະຂາວ

– ວັນທີ 6 ກັນຍາ 2021 ໄປຕໍ່ເອກະສານຢູ່ ດ່ານຂົວມິດຕະພາບ

– ວັນທີ 7 ກັນຍາ 2021 ໄປກວດຢູ່ ຄລິນິກ ຫ້ວຍຫົງ

ສະພາບການຕິດເຊື້ອຂອງພະຍາດ COVID-19 ໃນປະເທດພວກເຮົາ ໂດຍລວມແລ້ວ ແມ່ນມີທ່າອ່ຽງຫຼຸດລົງ ເນື່ອງຈາກ ກໍລະນີນຳເຂົ້າຈາກແຮງງານຫຼຸດລົງ ແຕ່ສັງເກດເຫັນວ່າ ການຕິດເຊື້ອໃນຊຸມຊົນຢູ່ບາງແຂວງແມ່ນເພິ່ມຂຶ້ນ ເປັນຕົ້ນ ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ຕໍ່ກັບສະພາບການດັ່ງກ່າວ, ຄະນະສະເພາະກິດ ໄດ້ປະເມີນ ພ້ອມທັງ ຕີລາຄາສະພາບ ແລະ ທ່າອ່ຽງຂອງການລະບາດ ຈຶ່ງໄດ້ອອກແຈ້ງການ ໃນການສືບຕໍ່ປະຕິບັດມາດຕະການຜ່ອນຜັນ ສະບັບເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ 2021 ເຊິ່ງແຈ້ງການດ່ັງກ່າວ ກໍ່ແມ່ນການສືບຕໍ່ປະຕິບັດຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021 ສຳລັບໄລຍະ 15 ວັນຕໍ່ໜ້າ ຈົນໄປເຖິງວັນທີ 30 ກັນຍາ 2021;

ເນື້ອໃນຫຼັກ ຂອງແຈ້ງການ ດັ່ງກ່າວ ກໍ່ຍັງສືບຕໍ່ ປະຕິບັດມາດຕະການທີ່ໄດ້ ລະບຸໄວ້ໃນແຈ້ງການ 1094/ຫສນຍ, ແຕ່ມີບາງມາດຕະການຜ່ອນຜັນໃໝ່ ເຊັ່ນ: ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ດຳເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ນະຄອນຫຼວງວຽງຈັນ;

ສຳລັບ ມາດຕະການຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງວາງອອກ ແມ່ນໃຫ້ດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຕາມແຕ່ກໍລະນີໜັກ ຫຼື ເບົາ;

• ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ການຕິດເຊື້ອໃນໄລຍະຜ່ານມາ ສັງເກດເຫັນວ່າ ເກີດຈາກການໄປຮ່ວມງານຊາປະນາກິດສົບ, ເກີດມີການແຜ່ເຊື້ອສູ່ຄົນອອມຂ້າງ ແລະ ຄົນໃນຄອບຄົວ ເມື່ອກັບຈາກງານດັ່ງກ່າວ ເຊິ່ງສາເຫດກໍ່ມາຈາກງານດັ່ງກ່າວ ຂາດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເຊັ່ນ: ການວັດແທກອຸນຫະພູມ, ການຈຳກັດຈຳນວນຄົນເຂົ້າຮ່ວມກິນທານ, ການຮັບປະທານອາຫານ ລວມທັງ ກິດຈະກຳອື່ນໆ ທີ່ບໍ່ມີການຮັກສາໄລຍະຫ່າງ. ສະນັ້ນ, ຄະນະສະເພາະກິດ ຈຶ່ງໄດ້ອອກຄຳແນະນຳເພິ່ມເຕີມ ກ່ຽວກັບ ການຈັດຕັ້ງປະຕິບັດງານຊາປະນາກິດສົບ, ສະບັບເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021;

• ການໃສ່ຜ້າປິດປາກ-ດັງ, ການກວດຊອກຫາເຊື້ອ ແລະ ການສັກວັກຊີນ ກໍ່ຍັງແມ່ນມາດຕະການຫຼັກ ແລະ ຕົ້ນຕໍ ໃນການສະກັດກ້ັນ, ຢຸດຢັ້ງການແຜ່ລະບາດ.

ມາຮອດນີ້ ການລາຍງານສະພາບພະຍາດ ໂຄວິດ-19 ປະຈໍາພະຫັດ ວັນທີ 16 ກັນຍາ ປີ 2021 ຂອງຂ້າພະເຈົ້າ ໄດ້ສີ້ນສຸດພຽງເທົ່ານີ້, ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານ ທີ່ໄດ້ຕິດຕາມຮັບຟັງ ແລະ ຮັບຊົມ.

ShareTweetShare
Next Post
ອັນຕະລາຍ!..ໂຮງງານຕັດຫຍິບຕິດໂຄວິດ +4

ອັນຕະລາຍ!..ໂຮງງານຕັດຫຍິບຕິດໂຄວິດ +4

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...