ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
ຄ່ານິຍົມຂອງຄົນລາວໃນການນຳໃຊ້ສິນຄ້ານຳເຂົ້າ ບໍ່ໄດ້ມີແຕ່ໃນຍຸກປັດຈຸບັນ ແຕ່ມີມາດົນແລ້ວຍ້ອນໃນເມື່ອກ່ອນສິນຄ້າທີ່ຜະລິດຢູ່ລາວບໍ່ຄ່ອຍມີ ເກີດເປັນຄວາມລຶ້ງເຄີຍໃນການນຳໃຊ້ຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດສ່ວນໃຫຍ່, ເຊິ່ງໃນປັດຈຸບັນ ການທີ່ຈະໃຫ້ຄົນລາວ ຫັນມານຳໃຊ້ສິນຄ້າຂອງລາວນັ້ນ, ຄວນຈະຜະລິດສິນຄ້າທີ່ມີຄຸນນະພາບອອກມາ ໃຊ້ແລ້ວເຫັນຜົນ, ປັບລາຄາໃຫ້ເໝາະສົມ ແລະ ມີຄວາມຄົງທີ່. ຈາກການສອບຖາມຄວາມຄິດເຫັນຂອງປະຊາຊົນ ແລະ ແມ່ຄ້າສ່ວນໜຶງ ເພີ່ນໄດ້ໃຫ້ຄຳເຫັນວ່າ: ແມ່ຕ້າ ແມ່ຄ້າຂາຍເຄື່ອງຢູ່ຕະຫຼາດພະຂາວ ລາວໄດ້ໃຫ້ຄຳເຫັນວ່າ ການທີ່ຈະໃຫ້ຄົນລາວກັບມາໃຊ້ສິນຄ້າລາວຫຼາຍຂຶ້ນ ກໍຄວນຫຼຸດການນຳເຂົ້າຈາກຕ່າງປະເທດ ສົ່ງເສີມການຜະລິດສິນຄ້າໃນສີ່ງທີ່ລາວສາມາດຜະລິດໄດ້ ແລະ ເຮັດໃຫ້ຜະລິດຕະພັນລາວໄດ້ຄຸນນະພາບ ທຽບເທົ່າກັບຂອງຕ່າງປະເທດນຳ, ໃຊ້ໜ້ອຍແຕ່ໄດ້ມາດຕະຖານ ເຊື່ອວ່າຖ້າເຮັດມາດີ ໃຜກະຢາກໃຊ້ຂອງລາວ ຫັ້ນລະ. ນາງ...
Read more