ໃນຄືນວັນທີ 7 ກັນຍາ 2021, ພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ນວ ນໍາໂດຍ ພັທ ໂອໄດ ພິມພະຈັນ ຫົວໜ້າພະແນກສັນຕິບານ ພ້ອມຄະນະ ໄດ້ອອກກວດກາລາດຕະເວນ ໃນພື້ນທີ່ຄວາມຮັບຜິດຊອບ ພົບເຫັນກຸ່ມຄົນຈໍານວນ 6 ຄົນ, ຍິງ 2 ຄົນ

ຕັ້ງວົງຊຸມແຊວດື່ມເບຍ ຢູ່ຮ້ານເສີມສວຍແຫ່ງໜື່ງ ເຂດບ້ານເພຍວັດ ເມືອງສີສັດຕະນາກ ເຊິ່ງອາດມີຄວາມສ່ຽງຕໍ່ການລະບາດຂອງໂຄ ວິ ດ ຈິ່ງສົມທົບກັບການຈັດຕັ້ງບ້ານເພຍວັດ ເຂົ້າກວດກາ ພ້ອມທັງສຶກສາອົບຮົມໃຫ້ຢຸດເຊົາ ແລະ ແນະນໍາໃຫ້ກັບບ້ານ.

ຕໍ່ກັບເຈົ້າຂອງຮ້ານເສີມສວຍ ເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສຶກສາອົບກ່າວເຕືອນ ແລະ ເຮັດບົດບັນທຶກ ໃຫ້ຢຸດເຊົາພຶດຕິກໍາດັ່ງກ່າວ ເພາະມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ຖ້າພົບເຫັນຍັງລະເມີດອີກ ຈະນໍາໃຊ້ມາດຕະການຕາມກົດໝາຍຢ່າງເຂັ້ມງວດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈິ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວ ນວ ກໍຄື ເມືອງສີສັດຕະນາກ ໃຫ້ປະຕິບັດຕາມຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 015/ຈນວ
ວາງອອກຢ່າງເຂັ້ມງວດ ເພື່ອຄວບຄຸມບໍ່ໃຫ້ ໂຄ ວິ ດ ແຜ່ລ ະບາ ດອອກສູ່ວົງກວ້າງ ແລະ ໝົດໄປຈາກສັງຄົມລາວໂດຍໄວ.
ຂ່າວຈາກ: ປ້ອງກັນຄວາມສະຫງົບ ນະຄອນຫຼວງ
Discussion about this post