ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຕັດສິນປະຫານຊິວິດນັກໂທດ 9 ຄົນ

jon by jon
ເດືອນກັນຍາ 10, 2021
in ທົ່ວໄປ
0
Home ທົ່ວໄປ
ພາບປະກອບ ຈາກ google

ໃນລະຫວ່າງວັນທີ 26-27 ສິງຫາ 2021 ນີ້, ຄະນະສານອາຍາ ສານປະຊາຊົນ ແຂວງຈຳປາສັກ

ໃນລະຫວ່າງວັນທີ 26-27 ສິງຫາ 2021 ນີ້, ຄະນະສານອາຍາ ສານປະຊາຊົນ ແຂວງຈຳປາສັກ ໄດ້ຕັດສິນຄະດີຄ້າຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ແຂວງຈຳປາສັກ ທັງໝົດ 3 ເລື່ອງ, ລວມມີຈໍາເລີຍ ຈໍານວນ 9 ຄົນ, ລວມຂອງກາງຢາບ້າ ທັງໝົດ 178 ມັດ, ກັບ 9 ຖົງ ແລະ ຢາໄອສ໌ 60 ກິໂລ.
ເລື່ອງທີ 1. ມີຈຳເລີຍ 3 ຄົນ ຄື:

1. ທ້າວ ກອງມະນີ ຫຼື ຕຸ້ຍ ອາຍຸ 36 ປີ, ສັນຊາດລາວ, ກຳມະກອນ ຢູ່ບ້ານນາປູນ ເມືອງແກ້ວອຸດົມ ແຂວງວຽງຈັນ. 2. ທ້າວ ໂພໄຊ ອາຍຸ 36 ປີ ສັນຊາດລາວ, ກຳມະກອນ ຢູ່ບ້ານດອນເພັກ ເມືອງຊະນະສົມບູນ ແຂວງຈຳປາສັກ.

3. ທ້າວ ສີວອນ ຫຼື (ວອນ) ອາຍຸ 36 ປີ, ສັນຊາດລາວ, ກຳມະກອນ ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ມີຂອງກາງຢາບ້າ 24 ມັດ ແລະ ຢາໄອສ໌ 60 ກິໂລ.

ໃນທີ່ປະຊຸມສານ, ຈຳເລີຍ ທັງ 3 ຄົນ ຮັບສາລະພາບວ່າ: ພວກກ່ຽວແມ່ນໄດ້ເລີ່ມເຄື່ອນໄຫວພົວພັນຄ້າຂາຍຢາເສບຕິດ (ປະເພດຢາບ້າ-ຢາໄອ) ມາແຕ່ຕົ້ນເດືອນພຶດສະພາ 2020. ຕົກມາຮອດເດືອນສິງຫາ 2020, ພວກກ່ຽວໄດ້ເລີ່ມຕິດຕໍ່ພົວພັນກັບຄົນກຳປູເຈຍ ເພື່ອຈະເອົາຢາໄອສ໌ ຈຳນວນ 60 ກິໂລ ແລະ ຢາບ້າ ຈຳນວນ 8 ແພັກ ຫຼື ເທົ່າກັບ 24 ມັດ;

ຈາກນັ້ນ, ຕົກມາຮອດວັນທີ 3 ກັນຍາ 2020, ພວກກ່ຽວແມ່ນໄດ້ນຳໃຊ້ພາຫະນະປະເພດລົດໃຫຍ່ຍີ່ຫໍ້ໂຕໂຢ ຕ້າຟໍຈູນເນີ ສີຂາວ ໝາຍເລກທະບຽນ 8999 ວຽງຈັນ;

ພວກກ່ຽວໄດ້ເອົາຢາບ້າ, ຢາໄອສ໌, ບັນຈຸໃສ່ລົດຄັນດັ່ງກ່າວຂັບຂີ່ເຄື່ອນໄຫວລົງໄປ ເມືອງໂຂງ ແຂວງຈໍາປາສັກ ເພື່ອຈະເອົາໄປຂາຍໃຫ້ຄົນກຳປູເຈຍ. ເມື່ອໄປຮອດຈຸດດ່ານກວດກາຫຼັກ 48 ເຂດບ້ານນາຝັ່ງ ເມືອງໂຂງ ແຂວງຈຳປາສັກ. ວັນທີ 4 ກັນຍາ 2020, ເວລາປະມານ 5 ໂມງ; ເຈົ້າໜ້າທີ່ປະຈຳດ່ານກວດກາໄດ້ສັນຍານໃຫ້ພວກກ່ຽວຈອດ ເພື່ອກວດກາເອກະສານ ແຕ່ພວກກ່ຽວບໍ່ຈອດ ແລະ ໄດ້ຂັບຂີ່ລົດຄັນດັ່ງກ່າວຜ່າດ່ານຂອງເຈົ້າໜ້າທີ່ລົງໄປ ເມືອງໂຂງ ແຂວງຈຳປາສັກ. ຫຼັງຈາກ ນັ້ນ, ເວລາຕໍ່ມາພວກກ່ຽວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ ພ້ອມຂອງກາງຢາບ້າ ຈຳ ນວນ 24 ມັດ ແລະ ຢາໄອສ໌ 60 ກິໂລ.

ເລື່ອງທີ 2 ຈຳເລີຍ ມີ 2 ຄົນ ຄື:

1.ທ້າວ ບຸນເລີດ ອາຍຸ 33 ປີ, ສັນຊາດ ລາວ, ກຳມະກອນ ຢູ່ບ້ານໂພນທອງ ເມືອງຄຳເກີດ ແຂວງບໍລິຄຳໄຊ.

2. ທ້າວ ສຸລິນ ອາຍຸ 30 ປີ, ສັນຊາດລາວ, ອາຊີບກຳມະ ກອນ, ຢູ່ບ້ານກ້ວຍແກ້ວ ເມືອງຄຳເກີດ ແຂວງບໍລິຄຳໄຊ ມີຂອງກາງຢາບ້າ ຈຳນວນ 79 ມັດ ແລະ 9 ຖົງ, ເທົ່າກັບ 195.800 ເມັ ດ.

ສຳລັບເລື່ອງທີ 2. ໄອຍະການປະຊາຊົນ ແຂວງຈຳປາສັກ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຕົວຈິງຂອງຜູ້ກ່ຽວຕໍ່ຄະນະສານອາຍາວ່າ: ພວກກ່ຽວໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດ ມາແຕ່ວັນທີ 15 ກໍລະກົດ 2020. ຕໍ່ມາຮອດວັນທີ 17 ກໍ ລະກົດ 2020, ພວກກ່ຽວໄດ້ຂັບຂີ່ລົດໃຫຍ່ ຍີ່ຫໍ້ໂຕໂຢຕ້າ ຣີໂວສີຂາວ ໝາຍເລກທະບຽນ 1689 ກຳແພງນະຄອນ ເພື່ອໄປຊື້ຢານຳຜູ້ຊາຍ ບໍ່ຮູ້ຊື່ ຈຳນວນ 79 ມັດ ແລະ 9 ຖົງ,ເຊິ່ງເທົ່າກັບ 195.800 ເມັດ;

ຈາກນັ້ນພວກກ່ຽວແມ່ນໄດ້ເອົາຢາບ້າດັ່ງກ່າວໄປຂາຍໃຫ້ຜູ້ຊາຍບໍ່ຮູ້ຊື່ຢູ່ເຂດບ້ານໂພນສະອາດ ນະຄອນປາກເຊ ແຂວງຈຳປາສັກ. ຕົກມາຮອດວັນທີ 18 ກໍລະກົດ 2020, ເວລາປະມານ 7 ໂມງ ພວກກ່ຽວ ທັງ 2 ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີພ້ອມຂອງກາງຢາບ້າ ຈຳນວນ 79 ມັດ ແລະ 9 ຖົງ ເທົ່ົາກັບ 195.800 ເມັດ.

ການກະທໍາຂອງພວກຈໍາເລີຍທັງ 5 ຄົນ ແມ່ນເປັນການກະທໍາຜິດທາງອາຍາແທ້ ແລະ ຜິດທາງກົດໝາຍອາຍາ ແຫ່ງ ສປປ ລາວ ດ້ວຍເຫດ ແລະ ຜົນດັ່ງກ່າວ ຄະນະສານອາຍາ ແຂວງຈຳປາສັກ ຈຶ່ງພິຈາລະນາຕັດສິນຄະດີລົງໂທດປະຫານຊີວິດຈຳເລີຍ ຈຳນວນ 5 ຄົນ.

ສຳລັບເລື່ອງທີ 3. ໃນວັນທີ 27 ສິງ ຫາ 2021, ຄະນະສານອາຍາ ສານປະຊາຊົນແຂວງຈຳປາສັກ ຍັງໄດ້ຕັດສິນລົງໂທດປະ ຫານຊີວິດຈຳເລີຍ ຈຳນວນ 4 ຄົນ ຂໍ້ຫາຄ້າຂາຍຢາເສບຕິດ ຄື:

1. ທ້າວ ວົງຈິດຕາ ອາຍຸ 41 ປີ ສັນຊາດລາວ ຢູ່ບ້ານຫາງນາ ເມືອງຄຳເກີດ ແຂວງບໍລິຄໍາໄຊ.

2. ທ້າວ ຈອນ ອາຍຸ 60 ປີ, ສັນຊາດລາວ, ກຳມະກອນຢູ່ບ້ານຫາງນາ ເມືອງຄຳເກີດ ແຂວງບໍລິຄໍາໄຊ.

3. ທ້າວ ນຸນ ອາຍຸ 29 ປີ, ສັນຊາດລາວ, ຢູ່ບ້ານຫາງນາ ເມືອງຄຳເກີດ ແຂວງບໍລິຄຳໄຊ.

4. ທ້າວ ນະ ອາຍຸ 25 ປີ, ສັນ ຊາດລາວ ຢູ່ບ້ານຫາງນາ ເມືອງຄຳເກີດ ແຂວງບໍລິຄຳໄຊ, ມີຂອງກາງຢາບ້າ ຈຳນວນ 75 ມັດ, ເທົ່າກັບ 150.000 ເມັດ.

ພວກກ່ຽວທັງ 4 ຄົນ ໄດ້ສາລະພາບຕໍ່ຄະນະສານວ່າ: ໃນຄັ້ງວັນທີ 21 ກໍ ລະກົດ 2020, ທ້າວ ວົງ ແລະ ທ້າວ ຈອນ ແມ່ນໄດ້ຕົກລົງການເຄື່ອນໄຫວຊື້ຢາບ້ານຳຜູ້ຊາຍບໍ່ຮູ້ຊື່ (ຄົນເຜົ່າມົ້ງ ) ຈຳນວນ 75 ມັດ;

ຈາກນັ້ນ, ຮອດວັນທີ 22 ກໍລະກົດ 2020, ພວກກ່ຽວກໍໄດ້ພາກັນຂີ່ລົດໂດຍສານລົງໄປນະຄອນປາກເຊ ແຂວງຈຳປາສັກ ເພື່ອກວດເບິ່ງເງິນນຳຜູ້ຊາຍຄົນຫວຽດນາມ ( ຜູ້ທີ່ຈະຊື້ຢາບ້ານຳພວກກ່ຽວ ), ເມື່ອເຫັນວ່າ ຈໍານວນເງິນຄົບຕາມຈຳນວນແລ້ວ ພວກກ່ຽວທັງ 2 ຄົນ ຈຶ່ງໄດ້ຕິດຕໍ່ໂທຫາ ທ້າວ ນຸນ ແລະ ທ້າວ ນະ ເພື່ອໃຫ້ນຳເອົາຢາບ້າດັ່ງກ່າວໃສ່ຖົງ ແລ້ວຂີ່ລົດໂດຍສານລົງມາຫາ ທ້າວ ວົງ ແລະ ທ້າວ ຈອນ ຢູ່ນະຄອນປາກເຊ ແຂວງຈຳປາສັກ.

ມາຮອດວັນທີ 24 ກໍລະກົດ 2020, ເວລາ 4 ໂມງເຊົ້າ ພວກກ່ຽວທັງ 4 ຄົນ ແມ່ນໄດ້ໄປພັັກຢູ່ບ້ານພັກແຫ່ງ 1 ຢູ່ເຂດບ້ານໂພນສະອາດ ນະຄອນປາກເຊ ແລະ ຖືກເຈົ້າໜ້າທີ່ກັກ ຕົວ ພ້ອມຂອງກາງຢາບ້າ ຈຳນວນ 75 ມັດ ເທົ່າກັບ 150.000 ເມັດ; ເຊິ່ງການກະທຳຂອງ ພວກກ່ຽວທັງ 4 ຄົນ ແມ່ນຜິດຕໍ່ກົດໝາຍອາຍາແຫ່ງ ສປປ ລາວ ແທ້.

ດັ່ງນັ້ນ, ຄະນະສານອາຍາຂອງສານປະຊາຊົນ ແຂວງຈຳປາສັກ ຈຶ່ງພິຈາລະນາຕັດສິນລົງໂທດປະຫານຊີວິດຈຳເລີຍ ຈຳນວນ 4 ຄົນ.

ShareTweetShare
Next Post
ປະ ກ າ ດ ຮັ ບ ສ ະ ໝັກພະນັກງານຂັບລົດ ເງີນເດືອນ 4.600.000 ກີບ

ປະ ກ າ ດ ຮັ ບ ສ ະ ໝັກພະນັກງານຂັບລົດ ເງີນເດືອນ 4.600.000 ກີບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...