ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 28, ເດືອນມັງກອນ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ ຈະລະຈອນ ນວ ເຂັ້ມງວດກວດກາສືກສາຜູ້ລະເມີດຕາມຄຳສັ່ງເລກທີ່ 015/ຈນວ

jon by jon
ເດືອນກັນຍາ 9, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຈະລາຈອນ ນວ ເຂັ້ມງວດກວດກາ ສຶກສາຜູ້ລະເມີດ

ໂດຍປະຕິບັດຕາມຄໍາສັ່ງເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021, ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ;

ໃນວັນທີ 3-5 ກັນຍາ 2021, ເຈົ້າໜ້າທີ່ຕໍາຫຼວດ ຈະລາຈອນ ນວ ນໍາໂດຍ ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານຈະລາຈອນ, ພ້ອມຄະນະ ໄດ້ລົງຕິດຕາມການກວດກາພາຫະນະ ສັນຈອນໄປ-ມາຕາມທ້ອງຖະໜົນ ແລະ ໂຄສະນາສຶກສາອົບຮົມໃຫ້ຜູ້ລະເມີດຄໍາສັ່ງຮັບຮູ້ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມື.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ການລົງຕັ້ງດ່ານກວດກາພາຫະນະເຂົ້າ-ອອກ ນະຄອນຫຼວງວຽງຈັນ ຄັ້ງນີ້ ມີທັງໝົດ 15 ຈຸດ, ນັບແຕ່ວັນທີ 3-5 ກັນຍາ 2021, ໄດ້ກວດກາລົດທັງໝົດຈໍານວນ 3.076 ຄັນ,

ໃນນີ້ໄດ້ກວດກາລົດກະບະ, ລົດຈິບ, ລົດຕູ້ ແລະ ລົດເກງ ມີ1.706 ຄັນ, ລົດຈັກມີ 567 ຄັນ ແລະ ລົດບັນທຸກສິນຄ້າ 803 ຄັນ;ໄດ້ແນະນໍານັກຂັບຂີ່, ຜູ້ໂດຍສານ ພ້ອມທັງສຶກສາອົບຮົມຕໍ່ຜູ້ລະເມີດຄໍາສັ່ງ 3.624 ຄົນ, ຍິງ 1.249 ຄົນ.

ເພື່ອເປັນການປ້ອງກັນສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈິ່ງຮຽກຮ້ອງມາຍັງນັກຂັບຂີ່ ຈົ່ງຊ່ວຍກັນເປັນເຈົ້າການໃນການປະຕິບັດຄໍາສັ່ງເລກທີ 015/ຈນວ ວ່າດ້ວຍການເພີ່ມທະວີການປ້ອງກັນ

ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ

ຢູ່ນະຄອນຫຼວງວຽງຈັນ.

ShareTweetShare
Next Post
ແຊຣຕໍ່!.. ໃຜລະເມີດຄຳສັ່ງ ກີນຊຸມແຊວປັບໄໝ້ 10.000.000 ກີບ/ຄົນ

ແຊຣຕໍ່!.. ໃຜລະເມີດຄຳສັ່ງ ກີນຊຸມແຊວປັບໄໝ້ 10.000.000 ກີບ/ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຊົມເຊີຍ!!! ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ

    0 shares
    Share 0 Tweet 0
  • ຮູ້ໄວ້ໄດ້ປະໂຫຍດ…!!! ວິທີເຮັດອາຫານສຳລັບ ການລ້ຽງເປັດ-ໄກ່ ເຮັດເອງໄດ້ງ່າຍໆ ປະຢັດຕົ້ນທຶນສຸດໆ.

    0 shares
    Share 0 Tweet 0
  • ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

    0 shares
    Share 0 Tweet 0
  • ຮູ້ຫຼາຍໄດ້ປະໂຫຍດຫຼາຍ…!!! ເຕັກນິກແລະວິທີ ການລ້ຽງໄກ່ງວງ ລ້ຽງງ່າຍຖ້າລ້ຽງຖືກວິທີ ໃຫຍ່ໄວກຳໄລງາມ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...