ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 19, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຊຣຕໍ່!.. ໃຜລະເມີດຄຳສັ່ງ ກີນຊຸມແຊວປັບໄໝ້ 10.000.000 ກີບ/ຄົນ

jon by jon
ເດືອນກັນຍາ 9, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ແຈ້ງການ ກ່ຽວກັບການເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ- ຢູ່ນະຄອນຫຼວງວຽງຈັນ ຮຽນ:

– ຫົວຫນ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກການ, ອົງການທຽບເທົ່າພະແນກ ນະຄອນຫຼວງວຽງຈັນ; – ເຈົ້າເມືອງ ແລະ ນາຍບ້ານ ທົ່ວນະຄອນຫຼວງວຽງຈັນ; – ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ,

ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ນະຄອນຫຼວງວຽງຈັນ.

– ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021; – ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021;

– ອີງຕາມ ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 15/ຈນວ, ລົງວັນທີ 30 ສິງຫາ 2021. 1. ໃຫ້ເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ

ທີ່ໄດ້ລະບຸໄວ້ໃນແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2011, ຄໍາສັ່ງ ເລກທີ 15/ຈນວ, ລົງວັນທີ 30 ສິງຫາ 2021, ບັນດາຄໍາແນະນໍາຂອງຄະນະສະເພາະກິດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກຢ່າງເຂັ້ມງວດ ແລະເດັດຂາດ ໄປຈົນກວ່າຈະສາມາດຄວບຄຸມການແຜ່ລະບາດພະຍາດຢູ່ໃນຊຸມຊົນໄດ້;

2. ບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ – ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກ ແມ່ນ ຈະຖືກປັບໄຫມ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:

– ບຸກຄົນລະເມີດ: ໃຫ້ປັບໄຫມ ແຕ່ 500.000 – 3.000.000 ກີບ/ຄົນ/ຄັ້ງ;– ນິຕິບຸກຄົນລະເມີດ: ໃຫ້ປັບໄຫມ ແຕ່ 5.000.000 – 10.000.000 ກີບ/ນິຕິບຸກຄົນ/ຄັ້ງ.

ມອບໃຫ້ກໍາລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການສຶກສາອົບຮົມ, ປັບໄຫມ, ສັ່ງໂຈະກິດຈະການ ແລະ ກ້າວໄປເຖິງດໍາເນີນຄະດີຕາມລະບຽບກົດຫມາຍ ຕາມກໍລະນີ ແຕ່ເບົາ ຫາ ຫນັກ. ດັ່ງນັ້ນ, ຈິ່ງໄດ້ແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ໃຫ້ການຮ່ວມມືໃນການຕັ້ງປະຕິບັດ

ShareTweetShare
Next Post
ເຈົ້າໜ້າທີ່ທຳລາຍ ຫວຍເຖື່ອນ

ເຈົ້າໜ້າທີ່ທຳລາຍ ຫວຍເຖື່ອນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ເກີດເຫດຄົນຮ້າຍ ລອບວາງລະເບີດ 11 ຈຸດ ເສຍຫາຍຫນັກ

    0 shares
    Share 0 Tweet 0
  • ຂ່າວເສົ້າ RIP ເສຍຊີວິດແລ້ວ ສາວງາມທີ່ເກີດອຸປະຕິເຫດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຊຣ໌ໄວ້ເລີຍ ວິທີແກ້ ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ພົບແຕ່ຄົນຕົ້ມຄົນຕົວະ
  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...