ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 1, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໜ້າເປັນຫ່ວງ ພົບເຫັນການລະບາດຂອງສາຍພັນເດວຕາ ກະຈາຍໄປຮອດ 7 ແຂວງຂອງລາວແລ້ວ

jon by jon
ເດືອນກັນຍາ 8, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ສະພາບໂຄວິດ 19 ຍັງໜ້າຫ່ວງ ເພາະຢູ່ຕ່າງປະເທດເຊື້ອໂຄວິດ19 ຍັງມີການກາຍພັນເປັນເຊື້ອທີ່ຮຸນແຮງ ແລະ ແຜ່ເຊື້ອໄດ້ໄວຂຶ້ນ ລາວເຮົາເອງກໍເຊັ່ນກັນ ລາຍງານຫຼ້າສຸດມີຜູ້ຕິດເຊື້ອໂຄວິດ 19 ເພີ່ມຂຶ້ນທຸກມື້ ໂດຍສະເພາະໃນຊຸມຊົນ.

ເຊິ່ງມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.576 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.510 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 8 ກັນຍາ 2021ນີ້ໃຫ້ຮູ້ວ່າ: ມາຮອດປະຈຸບັນ ສະພາບການລະບາດພະຍາດ COVID-19 ໃນທົ່ວໂລກຍັງບໍ່ມີທ່າອຽງຫຼຸດລົງ, ຫຼາຍປະເທດມີການລະບາດຮອບໃໝ່ ຈາກສາຍພັນທີ່ມີການແຜ່ເຊື້ອຢ່າງໄວວາ ແລະ ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ ພະຍາດ ໂຄວິດ-19 ມີການພັດທະນາ ແລະ ປັບພັນທຸກໍາໂຕເອງໄປເລື້ອຍໆ ເຮັດໃຫ້ມີສາຍພັນໃໝ່ເກີດຂື້ນ ເຊີ່ງຫຼາຍປະເທດໃນທົ່ວໂລກ ລວມທັງ ສປປລາວ ກໍ່ໄດ້ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດ ແລະ ຕິດຕາມການເກີດລະບາດໃນທົ່ວໂລກ ເພື່ອຕິດຕາມ , ປະເມີນສະຖານະການ ແລະ ກຽມຄວາມພ້ອມຮັບມືໃນບ້ານເຮົາ.

ສຳລັບ ສ ປປ ລາວ ສະພາບການລະບາດໃນປັດຈຸບັນມີການລາຍງານຜູ້ຕິດເຊື້ອໃນຊຸມຊົນເພີ່ມຂື້ນຫຼາຍແຂວງ ເປັນຕົ້ນແມ່ນພົບກາານລະບາດສາຍພັນເດວຕາທີ່ມີອັດຕາການແຜ່ເຊື້ອຢ່າງໄວວາເຊັ່ນ ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ບໍ່ແກ້ວ .

ເຊີ່ງຍັງມີຄວາມສ່ຽງສູງທີ່ຈະມີການລະບາດໃນຊຸມຊົນເປັນວົງກວ້າງຖ້າພວກເຮົາບໍ່ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດໂດຍສະເພາະເອົາໃຈໃສ່ໃນກຸ່ມຄົນທີ່ມີຄວາມສ່ຽງເປັນຕົ້ນແມ່ນຜູ້ໃຫ້ບໍລິການລູກຄ້າຕ່າງໆເຊັ່ນ ຄົນຂັບລົດ, ຜູ້ຂາຍເຄື່ອງຍ່ອຍ ແລະ ອາຫານແຄມທາງພະນັກງານຕ້ອນຮັບ ແລະ ອື່ນໆທີພົວພັນກັບຫຼາຍຄົນໃນແຕ່ລະວັນຄວນມີສະຕິໃນການປ້ອງກັນຕົນເອງເຊັ່ນ ໃສ່ຜ້າປິດປາກ-ດັງ, ການຮັກສາໄລຍະຫ່າງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ.

ສຳລັບສະຖານທີ່ສັກວັກຊີນໃນນະຄອນຫຼວງວຽງຈັນ ບັນດາທ່ານສາມາດໄປຮັບການສັກຢາວັກຊີນເຂັມທີ 1 ແລະ ເຂັມທີ 2 ໄດ້ທີ່ບັນດາໂຮງໝໍເມືອງ, ໂຮງໝໍສູນກາງ ແລະ ສະຖານທີ່ກໍານົດໄວ້, ມາຮອດປະຈຸບັນ ສປປ ລາວ ສັກວັກຊີນ ເຂັມທີ 1 = 2.560.372 (ອັດຕາປົກຄຸມ 34.89%) ແລະ ທຸກເຂັມທີ່ແນະນໍາ = 1.842.398 (25.11 %).

ທຸກຄົນມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດໂຄວິດ-19 ໄດ້ ເຖີງວ່າຈະໄດ້ຮັບວັກຊີນຄົບໂດສກໍ່ຕາມ, ສີ່ງທີ່ຄວນເອົາໃຈໃສ່ແມ່ນປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ. ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ສາມາດປີ່ນປົວຫາຍດີໄດ້ ແລະ ຜູ້ທີ່ປີ່ນປົວຄົບກຳນົດແລ້ວ ສາມາດດຳລົງຊິວີດປົກກະຕິ ແລະ ບໍ່ສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ ເພາະສະນັ້ນ ທຸກຄົນໃນສັງຄົມບໍ່ຄວນລັງກຽດບຸກຄົນເຫຼົ່ານັ້ນ.

ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ແລະ ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.

ປະຫມາດບໍ່ໄດ້ແລ້ວ

ຖ້າຮັກຊີວິກ ຕ້ອງປ້ອງກັນໃຫ້ດີ

ຖ້າຮັກຄອບຄົບຢ່າອອກຊຸມແຊວ

ShareTweetShare
Next Post
ເຕືອນແລ້ວບໍ່ຟັງ ເຈົ້າໜ້າທີ່ຈັບໄປກັກໂຕ ຂໍໃຫ້ຢຸດກ່ອນ

ເຕືອນແລ້ວບໍ່ຟັງ ເຈົ້າໜ້າທີ່ຈັບໄປກັກໂຕ ຂໍໃຫ້ຢຸດກ່ອນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ດ່ວນ!!! ພົບສົບແລ້ວ ແຕ່ໄຮ້ປະຕິຫານ ອິນແຕ່ງ ແກ້ວບົວລາ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ບໍລິສັດ ລົດໄຟລາວ-ຈີນ ສະເໜີລັດຖະບານ ຮັບເງິນຄ່າປີ້ລົດໄຟ, ຂົນສົ່ງ ແລະ ຄ່າທໍານຽມຕ່າງໆເປັນເງິນຕາຕ່າງປະເທດ

    0 shares
    Share 0 Tweet 0
  • ຄົນມັກຫວຍຄວນອ່ານ ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...