
ທຄຕລ ອອກມາດຕະການ ຕ້ອງສະແດງບັດຢັ້ງຢືນການຮັບວັກຊີນທຸກຄັ້ງກ່ອນ ໃຊ້ບໍລິການທະນາຄານ
ໂຕະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ອານຸກຳມະການຮັບຜິດຊອບວຽກງານ ໂຄ ວິ ດ ໄດ້ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງ ໂ ຄວິ ດ ໃນປັດຈຸບັນ ທາງ ທຄຕລ ຈຶ່ງໄດ້ອອອກມາດຕະການຕໍ່ກັບລູກຄ້າທີ່ເຂົ້າມາໃຊ້ບໍລິການດັ່ງນີ້

– ຕ້ອງສະແດງບັດຢັ້ງຢືນການຮັບວັກຊີນກັນ ໂຄ ວິ ດ ທຸກຄັ້ງກ່ອນການເຂົ້າໃຊ້ບໍລິການ ແລະຕ້ອງມີການຢັ້ງຢືນຕົວຕົນຂອງລູກຄ້າ (ບັດປະຈໍາຕົວ, ປື້ມສໍາມະໂນຄົວ, passport ແລະ ເອກະສານທີ່ສາມາດຢັ້ງຢືນ ຕົວໄດ້)
– ຈັດສັນຄົວ ແລະ ສະຖານທີ່ໃນການໃຫ້ບໍລິການຕາມຄວາມເໝາະສົມ, ໃຫ້ປະຕິບັດມາດຕະການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ການວັດແທກອຸນຫະພູມ, ໃສ່ຜ້າປິດປາກ-ດັງ ແລະໃສ່ເຈວຂ້າເຊື້ອຢ່າງເຂັ້ມງວດ
– ຄວນໃຊ້ຜະລິດຕະພັນ Digital Banking ຂອງ ທຄຕລ ເພື່ອຫຼີກລ່ຽງການເຂົ້າມາໃຊ້ບໍລິການຢູເຄົາເຕີ ເຊັ່ນ: BCEL-One, I-Bank, ການຖອນເງິນສົດຜ່ານຕູ້ ATM, ການມອບເງິນສົດຜ່ານຕູ້ CDM ແລະ ຜະລິດຕະພັນອື່ນໆຂອງ ທຄຕລ ຕາມຄວາມເໝາະສົມ
ທີ່ມາ: InsideLaos
ຮີບໄປສັກວັກຊິນເດີ້
Discussion about this post