ໜອງນ້ຳປະທານສຸພານຸວົງ ຊຶ່ງຕັ້ງຢູ່ບ້ານໂພນສະຫວັນ, ເມືອງແປກ, ແຂວງຊຽງຂວາງ ກຳລັງຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈອີກແຫ່ງໜຶ່ງຂອງແຂວງຊຽງຂວາງ ກໍຄື ຂອງ ສປປ ລາວ ພາຍຫຼັງທີ່ບໍລິສັດ ກຸ່ມຄຳໄພຊະນະຈຳກັດຜູ້ດຽວ ເຂົ້າໄປພັດທະນາໜອງນໍ້າແຫ່ງນີ້ຈາກເມື່ອກ່ອນເປັນໜອງນໍ້າທຳມະຊາດໃຫ້ກາຍ ເປັນສະຖານທີ່ທ່ອງທ່ຽວສວຍງາມໃນຮູບແບບທ່ອງທ່ຽວທຳມະຊາດ ຕິດພັນກັບປະຫວັດສາດ ເຊີ່ງຈະກາຍ ເປັນໃບໜ້າຕາໃໝ່ໃຫ້ແຂວງຊຽງຂວາງ ໄດ້ມີສະຖານທີ່ຮອງຮັບນັກທ່ອງທ່ຽວ, ເປັນສູນລວມຄົນຮັກມັກໃນການຍ່າງອອກກຳລັງກາຍເພື່ອສຸຂະພາບ, ບໍລິການຮ້ານອາຫານ, ທີ່ປະຊຸມ, ຂີ່ສະລິງ, ນັ່ງຕູບ, ຊົມວິວເບິ່ງຄວາມງາມຂອງທຳມະຊາດ ແລະ ສູດດົມອາກາດບໍລິສຸດທີ່ຂອງເທສະບານເມືອງໂພນສະຫວັນ ແລະ ອື່ນໆ ຫຼາຍຢ່າງທີ່ໜ້າສົນໃຈ.

ແນວຄວາມຄິດການພັດທະນາໜອງປະທານສຸພານຸວົງ ໄດ້ຮັບຄວາມເຫັນດີເປັນເອກະພາບກັນຂອງການນຳແຂວງຊຽນຂວາງໃຫ້ບໍລິສັດ ກຸ່ມຄຳໄພຊະນະຈຳກັດຜູ້ດຽວ ເຂົ້າໄປລົງທຶນ ແລະມີການອະນຸຍາດຢ່າງເປັນທາງ ການໃນວັນທີ 24 ມັງກອນ 2020 ເປັນຕົ້ນມາໃນຮູບແແບບເຊົ່າ-ສຳປະ ທານ ເປັນເວລາ 30 ປີ ໂດຍການພັດທະ ນາໂຄງການໄດ້ແບ່ງອອກເປັນ 5 ໄລຍະ ຄື:

ໄລຍະທຳທີ 1: ແມ່ນສຳຫຼວດກວດກາປັກຫຼັກໝາຍຂອບເຂດເນື້ອທີ່ເຊົ່າສຳປະ ທານຈຳນວນ 123 ເຮັກຕາ, ກໍ່ສ້າງເສັ້ນທາງພາຍໃນຂອບເຂດເນື້ອທີ່ເຊົ່າ-ສຳປະ ທານ, ບຸກເບີກປັບໜ້າດິນສະຖານທີ່ຈັດງານແຂ່ງຂັນຊ່ວງເຮືອ ແລະ ບຸນປະເພນີຕ່າງໆ, ບຸກເບີກປັບໜ້າດິນບ່ອນຈອດລົດ ແລະ ປັບປຸງໜອງ.
ໄລຍະທີ 2: ປັບປຸງ ແລະ ຂະຫຍາຍປູກຕົ້ນໄມ້ໃຫ່ຍໃນຂອບເຂດສະຫງວນປ່າໄມ້, ປັບປຸງໜອງສໍາລັບລ້ຽງປາທໍາມະຊາດ, ບຸກເບີກປັບໜ້າດິນກໍ່ສ້າງສວນດອກໄມ້, ບຸກ ໍເບີກປັບໜ້າດິນກໍ່ສ້າງສວນສະໜຸກສໍາລັບເດັກນ້ອຍ, ບຸກເບີກປັບໜ້າດິນ, ກໍ່ ສ້າງບ່ອນຫຼິ້ນກີລາ, ບ່ອນຍ່າງກຳລັງກາຍກາງແຈ້ງ, ດື່ມກາເຟ, ຈຸດຊົມວິວໜອງ ນໍ້າທີ່ມີອາກາດບໍລິສຸດ, ບຸກເບີກປັບປຸງໜ້າດິນປູກຕົ້ນໄມ້ ແລະດອກໄມ້ທ້ອງຖີ່ນຕື່ມຂອບເຂດນັ່ງກິນເຂົ້າແບບທໍາມະຊາດ ແລະ ກາງເຕັ້ນນອນກາງຄືນ.
ໄລຍະທີ 3: ບຸກເບີກປັບໜ້າດິນກໍ່ສ້າງຮ້ານອາຫານຫ້ອງຈັດງານລ້ຽງສ້ງ ສັນ ແລະ ຫ້ອງຈັດງານດອງ, ບຸກ ເບີກປັບໜ້າດິນກໍ່ສ້າງຮ້ານອາຫານ ແລະ ຈຸດຊົມວີວ.
ໄລຍະທີ 4: ບຸກເບີກປັບໜ້າດິນກໍ່ສ້າງຂອບເຂດເຮືອນຈໍາລອງຂອງບັນດາຊົນເຜົ່າຕ່າງໆໃນແຂວງຊຽງຂວາງ.
ໄລຍະທີ 5 ບຸກເບີກປັບໜ້າດິນກໍ່ສ້າງຂອບເຂດເຮືອນພັກ ແລະ ຣີສອດ.
ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວເມື່ອບໍ່ດົນມານີ້ວ່າ: ໜອງນ້ຳປະທານສຸພານຸວົງ ເປັນໜອງໜຶ່ງທີ່ມີຄວາມສວຍງານຕາມທຳມະຊາດມາແຕ່ດຶກດຳບັນແຕ່ຍັງບໍ່ທັນໄດ້ມີການພັດທະນາປັບປຸງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນ ໃຈຂອງສັງຄົມ ຜ່ານມາມີ 5 ບໍລິສັດທັງໃນ ແລະ ຕ່າງປະເທດທີ່ຢາກພັດທະນາ ແຕ່ກໍບໍ່ເກີດ.

ສະນັ້ນ ບໍລິສັດ ກຸ່ມຄຳໄພຊະນະຈຳກັດຜູ້ດຽວ ແມ່ນເປັນບໍລິສັດທີ 6 ແລະເປັນບໍລິສັດຄົນລາວສາຍ ເລືອດຊາວຊຽງຂວາງ 100% ຊຶ່ງເຂົ້າມາເພື່ອພັດທະນາປັບປຸງບໍລິເວນໜອງນໍ້າສະເດັດເຈົ້າສຸພານຸວົງໃຫ້ກາຍເປັນສວນອຸດທິຍານສະເດັດສຸພານຸວົງ ແລະ ສະຖານທີ່ທ່ອງທ່ຽວຄົບວົງຈອນແບບທຳມະຊາດຕິດພັນກັບປະ ຫວັດສາດທີ່ໜ້າປະທັບໃຈຂອງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ຈະໄດ້ສຳຜັດທ່ຽວຊົມເພື່ອໃຫ້ເປັນບ່ອນໜຶ່ງທີ່ສ້າງໃຫ້ບຸກຄະລາກອນກໍ່ຄື ຄົນພາຍໃນແຂວງຊຽງຂວາງໄດ້ປະກອບອາຊີບ, ມີວຽກເຮັດງານທຳເພື່ອແກ້ໄຂຊີວິດການເປັນຢູ່ພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ຄຳໄພ ສົມຊະນະ ປະທານບໍລິສັດ ກຸ່ມຄຳໄພຊະນະຈຳກັດຜູ້ດຽວ ກ່າວວ່າ: ຊຽງຂວາງ ເປັນອີກໜຶ່ງແຂວງວິລະຊົນໃນຂະບວນການຕໍ່ສູ້ກູ້ຊາດ ແລະມີຮ່ອງຮອຍສຳຄັນທາງປະຫວັດສາດຂອງຊາດ, ນັບຈາກປະເທດ ຊາດໄດ້ຮັບການປົດປ່ອຍ ຊຽງຂວາງມີທ່າແຮງຫຼາຍດ້ານໃນການພັດທະນາໂດຍສະເພາະແມ່ນດ້ານການ ທ່ອງທ່ຽວ. ດັ່ງນັ້ນ ບໍລິສັດຂອງຂ້າພະເຈົ້າຈຶ່ງມີແນວຄວາມຄິດພັດທະນາໜອງນໍ້າ (ໜອງນ້ຳປະ ທານສຸພານຸວົງ) ຊຶ່ງເປັນໜອງທີ່ມີຮ່ອງຮອຍທາງປະຫວັດສາດໃຫ້ກາຍເປັນສະຖານ ທີ່ທ່ອງ ທ່ຽວທີ່ໜ້າສົນໃຈອີກແຫ່ງຂອງແຂວງຊຽງຂວງ ກໍຄື ຂອງ ສປປລາວ ທີ່ຢູ່ກາງເທດສະບານແຂວງໃຫ້ກາຍເປັນສູນກາງຮອງຮັບການທ່ອງທ່ຽວພາຍໃນແຂວງ ແລະບັນດາແຂວງໃກ້ຄຽງ.

ພ້ອມນີ້ ທ່ານຍັງສະແດງຄວາມພາກພູມໃຈ ແລະຊາບຊຶ້ງເປັນຢ່າງຍິ່ງທີ່ຕົ້ນເອງເກີດຈາກຄອບຄົວທຸກຍາກຊາວໄຮ່ຊາວສວນຢູ່ເຂດຫ່າງໄກສອກຫຼີກຫຼັງເຕີບໃຫຍ່ມີຊີວິດ ແລະດຳເນີນທຸລະ ກິດໄດ້ຮັບໝາກຜົນຄວາມສຳເລັດກໍໄດ້ກັບຄືນມາພັດທະນາແຂວງຊຽງຂວາງ ຊຶ່ງເປັນຖິ່ນຖານບ້ານເກີດຂອງຕົນເອງ ແລະມີຄວາມຕັ້ງໃຈທີ່ສຸດເພື່ອໃຫ້ໂຄງການໄດ້ຮັບການພັດທະນາ ແຕ່ຕ້ອງໄດ້ໃຊ້ເວລາ.

ໂຄງການນີ້ຖ້າຫາກສ້າງສຳເລັດ ຈະສ້າງຜົນປະໂຫຍດຢ່າງຫລວງຫລາຍໃຫ້ຊາວແຂວງຊຽງຂວາງ ເຊີ່ງນອກຈາກຈະມີສະຖານທີ່ທ່ອງທ່ຽວທີ່ໄດ້ມາດຕະຖານ ຍັງເປັນການສ້າງວຽກເຮັດງານທຳຈຳນວນຫຼາຍໃຫ້ແກ່ປະຊາຊົນ, ສ່ວນຄວາມຄືບໜ້າຂອງໂຄງການດັ່ງກ່າວຮອດເວລານີ້ແມ່ນໄດ້ມີການບຸກເບີກພື້ນທີ່ໄປແລ້ວ ໂດຍສະ ເພາະເສັ້ນທາງອ້ອມໜອງຈະພັດທະນາເປັນທາງປູຢາງ, ປູກຕົ້ນ ໄມ້ມີຄ່າ ແລະມຸງ ຄຸນອ້ອມໜອງຈຳນວນ 1.111 ຕົ້ນ ແລະປ່ອຍປາແລ້ວຈຳນວນ 111.111 ໂຕ, ຊຶ່ງແຜນໃນຕໍ່ໜ້າບໍລິສັດຈະທະຍອຍພັດທະນາເປັນໄປແຕ່ໄລຍະທີ່ທາງໂຄງການໄດ້ວາງເອົາໄວ້ໃນເບື້ອງຕົ້ນ
ໂຄງການພັດທະນາໜອງນ້ຳປະທານສຸພານຸວົງ ໂດຍລວມແລ້ວຖືວ່າໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບຫນ້າເປັນໄປຕາມແຜນການທີ່ວາງໄວ້ ຍ້ອນວ່າພໍ່ແມ່ປະຊາຊົນໃນເຂດໃກ້ຄຽງໃຫ້ການຮ່ວມມື

ປະກອບກັບອົງ ການປົກຄອງທ້ອງຖີ່ນແຕ່ລະຂັ້ນໃຫ້ຄວາມສຳຄັນເອົາໃຈໃສ່ເອື້ອອຳນວຍຄວາມສະດວກ ແກ້ໄຂສີ່ງກີດຂວາງທີ່ຖ່ວງດຶງໃນດ້ານຕ່າງໆຊຶ່ງຂະແໜງການຕ່າງໆທົ່ວປະເທດ ຫລື ແຂວງໃດທີເດັ່ນມີການລົງທຶນຫຼາຍກໍຄວນມີການສຶກສາ ແລະ ຖອນຖອດບົດຮຽນນຳແຂວງນັ້ນໆ ໂດຍສະເພາະແມ່ນແບບແຜນວິທີການດຶງດູດຈິິດໃຈບັນດານັກທຸລະກິດທີີມີຄວາມພ້ອມຜູ້ອື່ນໆຈົ່ງເອົາໃຈໃສ່ໃຫ້ຄວາມສຳຄັນໃນການເອື້ອອຳນວຍຄວາມສະດວກຕໍ່ນັກທຸລະກິດເປັນວຽກພິເສດໃນເມື່ອນັກທຸລະກິດສົນໃຈຢາກໄປລົງທຶນກໍຄວນໃຫ້ຄວາມສຳຄັນ ແລະ ໃຫ້ຄວາມອົາໃຈໃສ່ຊື່ງກັນ ແລະກັນເຮັດແນວໃດເພື່ອໃຫ້ໂຄງການເກີດຂື້ນໄວຕາມຄວາມມຸ່ງມາດປາດຖະຫນາຂອງນັກທຸລະກິດເພື່ອປະກອບສ່ວນຕອບສະຫນອງວິໄສທັດພັດທະນາປະເທດຊາດຂອງພັກ ແລະ ລັດຖະບານເພາະອາໄສພຽງແຕ່ນັກທຸລະກິດໂດຍລຳພັງໂຄງການພັດທະນາຕ່າງໆກໍຄົງເກີດຂຶ້ນໄດ້ຍາກ.

ສຳລັບໃນຕໍ່ໜ້າ ບໍລິສັດກຸ່ມຄຳໄພຊະນະ ມີວິໄສທັດຈະໄປລົງທຶນໃຫ້ໄດ້ຄົບທຸກແຂວງໃນລາວ ຖ້າຫາກການນຳທຸກຂັ້ນພາຍໃນແຂວງເອົາໃຈໃສ່ເອື້ອອຳນວຍຊ່ວຍແກ້ໄຂສີ່ງກີດຂວາງຖ່ວງດຶງຕ່າງໆ ຮ່ວມກັນ ເພື່ອໃຫ້ໂຄງ ການເກີດໄວຂຶ້ນທີ່ສຸດ ເພາະບໍລິສັດມີຄວາມພ້ອມດ້ານວິຊາການ ແລະ ທຶນຮອນໃນການພັດທະນາ ຈິ່ງຫມັ້ນໃຈ ແລະ ເຊື່ອຫມັ້ນໄດ້.

Discussion about this post