ເມື່ອວັນທີ່ 27 ເດືອນ ສິງຫາ ເວັບໄຊ້ ມິເຣີ ລານງານເລື່ອງລາວເດັກຊາຍ ໄຟຊັນ ອາມັດ ນາຊາ ອາຍຸ 12 ປີ ຈາກແຄວ້ນ ແຄສເມຍ ທາງຕອນເໜືອຂອງປະທດ ອິນເດຍ ເກີດມາພ້ອມຄວາມຜິດປົກກະຕິຂອງຮ່າງກາຍໂດຍມີນີ້ວໂປ້ເບື້ອງລະ ສອງ ນີ້ວ ແຕ່ກັບບໍ່ຍອມໃຫ້ເລື່ອງນີ້ເປັນອຸປະສັກຕໍ່ການໃຊ້ຊີວິດປະຈຳວັນ ແຖມຍັງພາກພູມໃຈທີ່ໄດ້ປຽບກວ່າຄົນອື່ນ ໄຟຊັນ ບອກວ່າມັນບໍ່ແມ່ນເລື່ອງໜ້າອາຍ ແຕ່ເປັນພະປະສົງຂອງພະເຈົ້າ
ນາງ ຫາຟີຊາ

ແມ່ຂອງ ໄຟຊັນ ເລົ່າວ່າ: ຄອບຄົວພາກພູມໃຈກັບລູກຊາຍຄົນນີ້ທີ່ລາວສາມາດໃຊ້ຊີວິດຢູ່ກັບ 12 ນີ້ວໄດ້ ແລະ ຢາກເຫັນລູກໄປໄດ້ໄກ ແລະ ເກັ່ງ ຄອບຄົວເຄີຍໄດ້ຮັບການສະເໜີຜ່າຕັດນີ້ວມືທີ່ເກີນອອກມາໃຫ້ກັບ ໄຟຊັນ ຕອນທີ່ລາວອາຍຸໄດ້ 2 ປີ ແຕ່ກໍ່ປະຕະເຫດໄປຫຼັງທີ່ປຶກສາກັບນັກບຸນຄົນໜື່ງບອກວ່າ: ລູກຊາຍອາດສູນເສຍການເບີ່ງເຫັນຫາກເຂົ້າຮັບການຜ່າຕັດ
ເຊີ່ງແພດຜູ້ຊ່ຽວຊານລະບຸວ່າ: ຄວາມປົກພ່ອງດັ່ງກ່າວເກີດຂື້ນຍາກ ອັດຕາສ່ວນທີ່ຈະເກີດຂື້ນມີຢູ່ 1 ໃນ 1,500 ຄົນ ເຖີງພໍ່ແມ່ຈະປົກກະຕິກໍ່ຕາມ ກໍ່ມີໂອກາດເກີດຂື້ນັກັບລູກໄດ້.

.

.

ຂ່າວຈາກ: Khaosod
Discussion about this post