ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 7, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ດ່ວນ! ນະຄອນຫຼວງອອກຄຳສັ່ງໃໝ່ຫລ້າສຸດ ປິດໂຮງຮຽນ,ສວນອາຫານ,ຕະຫຼາດກາງຄືນແລະຫ້າມຊຸມແຊວ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 30, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຄຳສັ່ງ​ເລກທີ​ 015/ຈນວ ວັນທີ 30/08/2021 ວ່າດ້ວຍການເພີ່ມທະວີປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງເຊື້ອໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ

#10ຂໍ້ຫ້າມທີ່ຄວນຮູ້

1. ຫ້າມບຸກຄົນທີ່ຢູ່ໃນເຂດ/ບ້ານແດງຂອງນະຄອນຫຼວງວຽງຈັນ ອອກໄປຕ່າງແຂວງ ແລະ ຫ້າມບຸກຄົນຈາກ ເຂດ/ບ້ານແດງຂອງຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ.

2. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຜູ້ທີ່ລະເມີດ ຈະຖືກນຳຕົວໄປຈຳກັດບໍລິເວນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນ ຂອງນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ, ພ້ອມທັງຖືກປັບໃໝແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນ ດ້ວຍຕົນເອງທັງໝົດ.​

3. ຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກຳຕ່າງໆເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອ ຢ່າງເຂັ້ມງວດ.

4. ຫ້າມເປີດຮ້ານຄາຣາໂອເກະ, ສະຖານບັນເທີງ, ສະຖານທີ່ທ່ອງທ່ຽວ, ຕະຫຼາດກາງຄືນ, ສວນອາຫານ, ຮ້ານກິນ-ດື່ມ​ (ລວມທັງຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ), ໂຮງສາຍຮູບເງົາ, ຮ້ານສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ.​

5. ຫ້າມເປີດສູນກິລາໃນຮົ່ມ – ກາງແຈ້ງ ເປັນຕົ້ນແມ່ນ: ສູນອອກກໍາລັງກາຍ, ເດີ່ນດອກປີກໄກ່, ເດີ່ນບານເຕະ, ເດີ່ນເປຕັງ, ສະໜາມຕີມວຍ, ສະລອຍນ້ຳ, ສັງວຽນຕີໄກ່ ແລະ ກິລາປະເພດອື່ນໆ ທີ່ຮ່າງກາຍສໍາຜັດກັນ.​

ຫ້າມພາຫະນະສັນຈອນ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ – 05:00 ໂມງເຊົ້າ,​ ຍົກເວັ້ນ ລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ.​

ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ຊີວິດປະຈຳວັນ ຢ່າງເດັດຂາດ.​

ຫ້າມໂຄສະນາເຜີຍແຜ່, ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ຜ່ານສື່ຕ່າງໆ ທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ,ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ສັງຄົມ.​

ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ໃນທົ່ວນະຄອນຫຼວງວຽງຈັນ; ປີດການຂົນສົ່ງໂດຍສານ ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ I, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.​

ປິດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ.

ShareTweetShare
Next Post
ປະກາດຕາມຫາສາວບຸ໋ມບິ໋ມ ອອກຈາກບ້ານໄປຫຼາຍມື້ຕິດຕໍ່ບໍ່ໄດ້ພໍ່ແມ່ເປັນຫ່ວງຫຼາຍໆ

ປະກາດຕາມຫາສາວບຸ໋ມບິ໋ມ ອອກຈາກບ້ານໄປຫຼາຍມື້ຕິດຕໍ່ບໍ່ໄດ້ພໍ່ແມ່ເປັນຫ່ວງຫຼາຍໆ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແບບນີ້ກໍ່ມີນໍ… ລ້ານ5 ເສຍສະລະແຟນ

    0 shares
    Share 0 Tweet 0
  • ຫມາກເປົ້າ ເປັນຢາປວດລິດຊິດວງ ດີແທ້ໆເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...