ສຳນັກຂ່າວຊິນຫົວ ລາຍງານເມື່ອບໍ່ດົນມານີ້ວ່າ ຣູດອຟ ອິງແກຣມ ຈູເນຍ ເດັກນ້ອຍຊາຍ ອາຍຸ 7 ປີ ຈາກລັດຟລໍລິດາ ສະຫະລັດ ອາເມລິກາ ອາດຈະເປັນເດັກຜູ້ຊາຍທີ່ແລ່ນໄວທີ່ສຸດໃນໂລກ ເພາະເມື່ອອາທິດຜ່ານມາໃນການແລ່ນແຂ່ງ 100 ແມັດ ທ້າວນ້ອຍ ຣູດອຟ ອິງແກຣມ ຈູເນຍ ໃຊ້ເວລາພຽງ 13,48 ວິນາທີ ເທົ່ານັ້ນ ໄວກ່ວາເດັກຮຸ້ນດຽວກັນ.

ການແຂ່ງແລ່ນລ່າສຸດ ທີ່ໂພສໃນອິນສະຕຣາແກຣມຂອງເຂົາ ເຮັດໃຫ້ເຫັນວ່າ ອິງແກຣມ ຈູເນຍ ແລ່ນນຳຄູ່ແຂ່ງມາແຕ່ໄກ ຖິ້ມຄູ່ແຂ່ງໄວ້ທາງຫລັງ ແລະແລ່ນໄດ້ໄກເຖິງ 60 ແມັດ ໃນເວລາພຽງ 8,69 ວິນາທີເທົ່ານັ້ນ.

ຕອນນີ້ ອິງແກຣມ ຈູເນຍ ໄດ້ຮັບສາຍາວ່າ ຢູເຊນໂບລຄົນຕໍ່ໄປ ຫລືນັກແລ່ນຊາວຈາໄມກາ ເຈົ້າຂອງສາຍາ ເຈົ້າຟ້າແມບ ຊື່ດັງນັ້ນເອງ.
Discussion about this post