ສຳນັກຂ່າວຊິນຫົວລາຍງານວ່າ ສໍາລັບຂ່າວການແຕ່ງງານຂອງຍິງຊາວອັງກິດ ທີ່ມີເຈົ້າບ່າວເປັນ “ຜ້າຫົ່ມນວມ” ຜືນນຸ້ມເຊິ່ງນາງອ້າງວ່າເປັນ “ຄວາມສໍາພັນທີ່ໄວ້ວາງໃຈ ແລະ ໃກ້ຊິດຜູກພັນກັນຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ໃນຊີວິດ”.

ເຈົ້າສາວຂອງງານວິວາທີ່ກໍາລັງຈະເກີດຂື້ນໃນເດືອນກຸມພາ ຄື “ພາສຄາລ ເຊລລິກ” (Pascale Sellick) ໄວ 49 ປີ ຈາກເມືອງ ເອັກຊິເຕີຣ ອັງກິດ ໂດຍນາງເຖິງກັບລົງທຶນຈ້າງນັກວາງແຜນຈັດງານແຕ່ງງານມາຊ່ວຍກັນເລີຍ.
ເຊລລິກຜູ້ປະກອບອາຊີບ “ສີລະປິນ” ແລະ ບອກວ່າຕົນເອງເປັນພວກມັກຮຽກຮ້ອງຄວາມສົນໃຈທີ່ຫຍາບຄາຍ ດິບເຖື່ອນ ແລະ ໜ້າຕື່ນເຕັ້ນ ໄດ້ປະກາດຊວນທຸກຄົນເຂົ້າຮ່ວມສະເຫຼີມສະຫຼອງວັນແຫ່ງຄວາມສຸກຂອງນາງດ້ວຍ.

“ຜ້າຫົ່ມນວມຂອງຂ້ອຍເປັນຄວາມສໍາພັນທີ່ສາມາດເຊື່ອຖືໄວ້ໃຈໃກ້ຊິດເລິກເຊິ່ງ ຍາວນານ ແລະ ແຂ່ງແກ່ງຫຼາຍທີ່ສຸດເທົ່າທີ່ ຂ້ອຍເຄີຍມີມາ ເພາະມັນຖ້າຂ້ອຍຢູບ່ອນເກົ່າ ແລະ ມອບອ້ອມກອດອັນອົບອຸ່ນຍອດຢ້ຽມໃຫ້ສະເໜີມາບໍ່ເຄີຍປ່ຽນ”.
Discussion about this post