ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຂວງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ 42 ລ້ານໂຕ

Staff by Staff
ເດືອນກໍລະກົດ 13, 2021
in ທົ່ວໄປ
0
Home ທົ່ວໄປ

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ ປີນີ້ ທີ່ໂຮງຮຽນປະຖົມ ບ້ານປົ່ງ ເມືອງ ໄຊຍະບູລີ, ແຂວງ ໄຊຍະບູລີ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນໍ້າທໍາມະຊາດ, ໂອກາດ ວັນປ່ອຍປາ ແລະ ອານຸລັກສັດນໍ້າ-ສັດປ່າແຫ່ງຊາດ, ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາການນໍາພັກ-ລັດຂັ້ນແຂວງ, ເມືອງ ໄຊຍະບູລີ ຕະຫຼອດຮອດຜູ້ປະກອບການ, ນັກທຸລະກິດ, ນາຍບ້ານ ແລະ ປະຊາຊົນບັນດາເຜົ່າຊາວເມືອງໄຊຍະບູລີເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງ ໄຊຍະບູລີ ໄດ້ກ່າວວ່າ: ໃນໄລຍະທີ່ຜ່ານມາການນຳຂັ້ນຕ່າງໆແມ່ນໄດ້ເອົາໃຈໃສ່ຊີ້ນຳ ແລະ ນໍາພາຕໍ່ກັບການປົກປັກຮັກສາ, ການອະນຸລັກປ່າໄມ້, ສັດນ້ຳ ແລະ ສັດປ່າ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້, ສັດນ້ຳ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ, ມີການຄຸ້ມຄອງນຳໃຊ້ແບບຍືນຍົງຕາມນະໂຍບາຍວາງອອກ, ສະເພາະປີ 2020 ຜ່ານມາທົ່ວແຂວງສາມາດປ່ອຍປາໄດ້ທັງໝົດ 38 ລ້ານກວ່າໂຕ ແລະ ປີ 2021 ຂະແໜງກະສິກຳ ແລະ ປ່າໄມ້ທົ່ວແຂວງສາມາດຜະລິດລູກປາໄດ້ແລ້ວຈຳນວນ 20 ລ້ານໂຕ ໃນ 6 ຈຸດ,

ເຊີ່ງມີແຜນສູ້ຊົນປ່ອຍປາໃນປີນີ້ໃຫ້ໄດ້ 42 ລ້ານໂຕ, ໃນນີ້ໄດ້ປ່ອຍກ່ອນວັນທີ 13 ກໍລະກົດ 2021 ຈໍານວນ 21 ລ້ານ 6 ແສນກວ່າໂຕແລ້ວ, ປ່ອຍໃນວັນທີ 13 ກໍລະກົດນີ້ ຈຳນວນ 891.500 ໂຕ, ມີ 33 ຈຸດໃນທົ່ວແຂວງ ແລະ ຈະປ່ອຍຫຼັງວັນທີ 13 ກໍລະກົດ 2021 ຈຳນວນ 19.400.000 ໂຕ, ສະເພາະເມືອງ ໄຊຍະບູລີ ແມ່ນຈະປ່ອຍປາທັງໝົດ ຈຳນວນ 8 ລ້ານໂຕ, ໃນນີ້, ໄດ້ປ່ອຍປາກ່ອນວັນທີ 13 ກໍລະກົດ 2021 ແລ້ວ ຈຳນວນ 5 ລ້ານ 2 ແສນໂຕ, ປ່ອຍໃນມື້ນີ້, ຈຳນວຍ 2 ແສນໂຕ ແລະ ຈະປ່ອຍຫຼັງວັນທີ 13 ກໍລະກົດ 2021 ຈຳນວນ 2 ລ້ານ 6 ແສນໂຕ, ໂດຍໄດ້ແບ່ງປ່ອຍລົງແມ່ນໍ້າຮຸ່ງ, ອ່າງນໍ້າຕຽນ ບ້ານ ໂນນສະຫວັນ ແລະ ຝາຍຫ້ວຍແຄ່ນ ບ້ານ ໃຫຍ່ພັດທະນາ ນາຫຼາ,

ພ້ອມດຽວກັນໄດ້ ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງໃນທຸກຂັ້ນ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້, ນັກສຶກສາ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ຕະຫຼອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ໃນທົ່ວຂອບເຂດເມືອງ ຈົ່ງຮ່ວມແຮງຮ່ວມໃຈກັນປ່ອຍປາລົງສູ່ໜອງນໍ້າ, ແຫຼ່ງນ້ຳທຳມະຊາດ ເພື່ອເປັນການຄືນຄວາມອຸດົມສົມບູນໃຫ້ກັບທຳມະຊາດ ແລະ ພ້ອມກັນອະນຸລັກ, ປົກປັກຮັກສາສັດນ້ຳ-ສັດປ່າ ເພື່ອເຮັດໃຫ້ຊັບພະຍາ ກອນທຳມະຊາດ, ຊີວະນາໆພັນ ອັນລ້ຳຄ່າດັ່ງກ່າວໄດ້ຢູ່ຄຽງຄູ່ກັບພວກເຮົາຕະຫຼອດໄປ, ຈາກນັ້ນຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ຮ່ວມກັນປ່ອຍປາລົງແມ່ນໍ້າຮຸ່ງຢ່າງເປັນທາງການ ແລະ ໄດ້ແຍກອອກໄປປ່ອຍປາຕາມຈຸດທີ່ໄດ້ກໍານົດໄວຕື່ມອີກ.

ShareTweetShare
Next Post
ຂ່າວດີແຊຕໍ່ ວັກຊິນຈະມາອີກ 1 ລ້ານໂດສ ຈະແຈກທຸກແຂວງທົ່ວປະເທດ.

ຂ່າວດີແຊຕໍ່ ວັກຊິນຈະມາອີກ 1 ລ້ານໂດສ ຈະແຈກທຸກແຂວງທົ່ວປະເທດ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...