ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຸດແປກ ພົບແຂ້ວ 526 ເຫຼັ້ມ ໃນປາກຂອງເດັກນ້ອຍອິນເດຍ ອາຍຸ 7 ປີ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 27, 2020
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ແພດຈາກມະຫາວິທະຍາໄລ ແລະ ໂຮງໝໍທັນຕະກຳ ຊາວີທາ ໃນເມືອງເຈນໄນ ລັດທະມິນນາດູ (Tamil Nadu) ທາງພາກໃຕ້ຂອງອິນເດຍ ພົບແຂ້ວ 526 ເຫຼັ້ມ ງອກໃນປາກຂອງເດັກຊາຍຄົນໜຶ່ງອາຍຸ 7 ປີ ທີ່ມາຮັບການຮັກສາຢູ່ທີ່ໂຮງໝໍ ເມື່ອເດືອນຜ່ານມາ ຫຼັງຈາກມີອາການບວມ ແລະ ເຈັບປວດບໍລິເວນຄາງກະໄຕຂວາດ້ານລຸ່ມ.

ດຣ. ປຣາທິບາ ຣາມານີ ຫົວໜ້າພະແນກປາກ ແລະ ພະຍາດຄາງກະໄຕ ແລະ ໜ້າ ບອກວ່າ ແພດໄດ້ນຳໂຕເດັກຊາຍຄົນນີ້ໄປເອັກຊະເຣຄາງກະໄຕ ແລະ ປາກ ພົບວ່າ ຄາງກະໄຕເທິງມີແຂ້ວຊ້ອນກັນ ເຊິ່ງບໍ່ແມ່ນເລື່ອງທີ່ແປກຫຍັງ, ແຕ່ສິ່ງທີ່ໜ້າປະຫຼາດໃຈຄື ຄາງກະໄຕລຸ່ມ ນອກຈາກຈະມີແຂ້ວຊ້ອນກັນແລ້ວ ບໍລິເວນທີ່ເດັກຊາຍຄົນນີ້ເຈັບປວດຍັງມີແຂ້ວຂະໜາດນ້ອຍ ງອກພາຍໃນຄາງກະໄຕເປັນຈຳນວນຫຼາຍ.

ເຫດນີ້ເຮັດໃຫ້ທີມຂອງ ດຣ. ປຣາທິບາ ຕ້ອງໃຊ້ສັນຍະແພດ 2 ຄົນ ນຳແຂ້ວຂະໜາດນ້ອຍເຫຼົ່ານີ້ອອກຈາກຄາງກະໄຕ ໂດຍໃຊ້ເວລາດົນເຖິງ 4-5 ຊົ່ວໂມງ.
ດຣ. ປຣາທິບາ ບອກວ່າ “ມີແຂ້ວທັງໝົດ 526 ເຫຼັ້ມ ຂະໜາດຕັ້ງແຕ່ 0.1 ມິລລິແມັດ ໄປຈົນເຖິງ 15 ມິລລິແມັດ, ແມ່ນແຕ່ແຂ້ວເຫຼັ້ມນ້ອຍໆກໍຍັງມີຮາກ ແລະ ເຄືອບແຂ້ວ ທີ່ຢັ້ງຢືນໄດ້ວ່າ ພວກມັນບໍ່ແມ່ນພຽງເສດຫຼືຊິ້ນສ່ວນຂອງແຂ້ວ ແຕ່ເປັນແຂ້ວແທ້ໆ”.

ແພດຄົນດັ່ງກ່າວອະທິບາຍຕໍ່ວ່າ ສິ່ງທີ່ເດັກຊາຍຄົນນີ້ກຳລັງປະສົບ ເປັນສິ່ງທີ່ເກີດຂຶ້ນໄດ້ຍາກຫຼາຍ ແລະ ຕອນນີ້ກໍຍັງບໍ່ຊັດເຈນວ່າສາເຫດເປັນຍ້ອນຫຍັງ ແຕ່ກໍໜ້າຈະເປັນຍ້ອນພັນທຸກຳ ຫຼືບໍ່ກໍຍ້ອນປັດໄຈຈາກທຳມະຊາດ ເຊັ່ນ ລັງສີໃນອາກາດ.
ສ່ວນພໍ່ແມ່ຂອງເດັກຊາຍຄົນນີ້ ບອກກັບແພດວ່າ ສັງເກດເຫັນຄາງຂອງລູກບວມຕັ້ງແຕ່ອາຍຸ 3 ປີແລ້ວ ແຕ່ບໍ່ໄດ້ພາລູກມາຮັກສາເພາະລູກມັກຈະຂັດຂືນທຸກຄັ້ງທີ່ພາມາຫາໝໍ.

Share282TweetShare
Next Post
ອຸທາຫອນ! ກິນຢາລົດຄວາມອ້ວນ ຫາມສົ່ງໂຮງໝໍເກືອບບໍ່ທັນ

ອຸທາຫອນ! ກິນຢາລົດຄວາມອ້ວນ ຫາມສົ່ງໂຮງໝໍເກືອບບໍ່ທັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...