ເຫດສະຫຼົດໃຈ! ເຊົ້າວັນທີ 3/7/2021 ເກີດເຫດດິນເຈື່ອນ ທີ່ ແຂວງຊີຊູໂອກະ ປະເທດຍີ່ປຸ່ນ ຝົນຕົກໜັກ ດິນເຈື່ອນ. ມີຄົນສູນຫາຍ 20 ກວ່າຄົນ!

ຂປລ.ຕາມຂ່າວຈາກ ໂຕກຽວ,ວັນທີ3ກໍລະກົດ2021,ເຈົ້າໜ້າທີ່ ກູ້ໄພຂອງຍີ່ປຸ່ນ ພວມປະຕິບັດ ໜ້າທີ່ ຄົ້ນຫາ ປະຊາຊົນ ທີ່ສູນຫາຍ ປະມານ 20ຄົນ ແລະ ເຮືອນປະຊາຊົນ ໄດ້ຮັບຄວາມເສຍຫາຍ ຢ່າງໜ້ອຍ 10ຫລັງ ໃນເມືອງອາຕາມິ ແຂວງຊິຊູ ໂອກະ

ເກີດເຫດດິນເຈື່ອນຢູ່ຍີ່ປຸ່ນ ສູນຫາຍ 20ຄົນ

ຫລັງຈາກ ຝົນຕົກລົງມາ ຢ່າງໜັກ ເຮັດໃຫ້ເກີດ ດິນເຈື່ອນ ທາງຕາເວັນຕົກສ່ຽງໃຕ້ ຂອງນະຄອນຫລວງ ໂຕກຽວ.

ຂະນະນີ້ ລັດຖະບານ ຍີ່ປຸ່ນ ປະກາດ ເຕືອນໄພ ຂັ້ນສູງສຸດ ເປັນຄັ້ງທຳອິດ ໃນປະເທດ.

ປະຊາຊົນ ທີ່ອາໄສຢູ່ ເຂດສ່ຽງໄພພິບັດ ໄດ້ຍົກຍ້າຍ ອອກຈາກ ພື້ນທີ່ສ່ຽງໄພ ພາຍໃຕ້ ກົດໝາຍ ຮັບມືກັບ ໄພພິບັດ ສະບັບ ປັບປຸງໃໝ່.
Discussion about this post