ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພຽງ 3 ມື້ ມີຜູ້ຊົມໃຊ້ໄຟຟ້າ ເຂົ້າໄປສະເໜີບັນຫາ ກ່ຽວກັບໄຟຟ້າ 370 ຄົນ ຄຽງຄູ່ກັບ ຟຟລ ເລັ່ງແກ້ໄຂໄດ້ຫຼາຍກໍລະນີ

Staff by Staff
ເດືອນກໍລະກົດ 2, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ພາຍຫຼັງທີ່ເກີດມີຜູ້ຊົມໃຊ້ໄຟຟ້າ ຫຼາຍຄົນເກີດຂ້ອງໃຈກ່ຽວກັບບິນຄ່າໄຟຟ້າເຮືອນຕົນເອງທີ່ມີມູນຄ່າສູງຂຶ້ນກວ່າຫຼາຍໆເດືອນຜ່ານມາ ແລະ ກໍ່ໄດ້ເກີດມີຫາສຽງຕ່າງໆໃນສື່ອອນລາຍ ດັ່ງນັ້ນ,ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ລັດວິສາຫະກິດໄຟຟ້າລາວ ຈຶ່ງໄດ້ຕັ້ງຈຸດ ຮັບຄໍາຮ້ອງ ແລະແກ້ໄຂທຸກບັນຫາກ່ຽວກັບໄຟຟ້າ ທີ່ຊັ້ນ 1 ສຳນັກງານຝ່າຍລະບົບຈຳໜ່າຍ ບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນຂຶ້ນ ນັບແຕ່ວັນທີ 28 ມິຖຸນາ 2021 ເປັນຕົ້ນມາ, ຜ່ານການເປີດໃຫ້ບໍລິການ 3 ມື້ (ວັນທີ 28-30 ມິຖຸນາ) ໄດ້ມີຜູ້ຊົມໃຊ້ໄຟຟ້າເຂົ້າມາຮັບການບໍລິການ ໃນການແກ້ໄຂບັນຫາການຊົມໃຊ້ໄຟຟ້າ ຈຳນວນ 370 ຄົນ ໂດຍບັນຫາທີ່ເຂົ້າມາພົວພັນ ແລະ ແກ້ໄຂຫລັກໆກໍແມ່ນ ລາຄາໄຟຟ້າແພງຜິດປົກກະຕິ, ບັນຫາກ່ຽວກັບໝໍ້ນັບໄຟ, ບັນຫາໄຟບໍ່ພໍຊົມໃຊ້, ບັນຫາໄຟ້ຟ້າມັກຕົກ ແລະ ບັນຫາກ່ຽວກັບການຈົດຕົວເລກ.

ຕໍ່ກັບບັນຫາດັ່ງກ່າວທີ່ປະຊາຊົນ ນໍາມາສະເຫມີ ທາງລັດວິສາຫະກິດໄຟຟ້າລາວ ໜ່ວຍງານວິຊາສະເພາະກໍໄດ້ທໍາການແກ້ໄຂຮ່ວມກັບຜູ້ຊົມໃຊ້ໄຟຟ້າ ໄດ້ຫຼາຍກໍລະນີ ເຊັ່ນ: ລົງໄປກວດກາໝໍ້ນັບໄຟໃຫ້ກັບຜູ້ຊົມໃຊ້, ເຮັດດັດແກ້ພະລັງງານທັງຫມົດໃຫ້ຊົມໃຊ້ໄຟຟ້າ ແລະ ບັນບາງບັນຫາທີ່ທາງປະຊາຊົນໄດ້ສະເຫນີ, ພ້ອມທັງອະທິບາຍ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ຜູ້ຊົມໃຊ້ໄຟຟ້າ ສ່ວນໃຫຍ່ ຜູ້ທີ່ເຂົ້າມາແມ່ນໃຫ້ຄວາມຮ່ວມມືເປັນຢ່າງດີໃນການຮັບຄຳອະທິບາຍຈາກທີມງານຂອງໄຟຟ້າລາວ ພ້ອມນີ້ ພະນັກງານທີ່ໃຫ້ການບໍລິການຕອບຄຳຖາມໃຫ້ຜູ້ຊົມໃຊ້ໄຟ ສ່ວນຫລາຍເຫັນວ່າມີຄວາມເພິ່ງພໍໃຈ ແລະ ໃຫ້ການຮ່ວມມືເປັນຢ່າງດີ.

ຈາກການສໍາພາດປະຊາຊົນທີ່ມາຍືນຄໍາຮ້ອງ ເພື່ອໃຫ້ລັດວິສາຫະກິດໄຟຟ້າລາວທໍາການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃຫ້ຮູ້ວ່າ:ພໍ່ ທະວີ ບ້ານນາທົ່ມ ໃຫ້ຮູ້ວ່າ: ບັນຫາທີ່ເກີດຂຶ້ນທີ່ນໍາມາຮ້ອງຮຽນໃນມື້ນີ້ ເຊິ່ງບໍ່ຮູ້ວ່າເປັນຄວາມຜິດຂອງຜູ້ຈົດໄຟ ຫລື ຜູ້ເຂົ້າຂໍ້ມູນຄ່າໄຟ້າ ໃນເດືອນ 1,2 ແລະ 3 ຄ່າໄຟຟ້າແມ່ນເປັນປົກກະຕິ ແລະ ປາກົດວ່າມາເດືອນ 6 ແມ່ນຄ່າຊົມໃຊ້ກະແສໄຟຟ້າແມ່ນເພີ່ມສູງຂຶ້ນຜິດປົກກະຕິ ຈາກເດືອນ 400.000 ແສນກວ່າກີບ ມາເປັນ 1.700.000 ກວ່າກີບ ສະນັ້ນຈຶ່ງໄດ້ມາພົວພັນ ແລະ ໄດ້ຮັບການກວດຄືນແກ້ໄຂ. ປັດຈຸບັນເຫັນວ່າຄ່າໄຟຟ້າສູງຂຶ້ນ ອາດຍ້ອນວ່າມີການຄິດໄລ່ລາຄາໄຟຟ້າດັດຊະນີເປັນຫຼາຍຂັ້ນ ສະນັ້ນກໍລະນີບ້ານຂອງພໍ່ຕົກຢູ່ໃນຂັ້ນທີ່ 6 ຈຶ່ງເຮັດໃຫ້ຄ່າໄຟ້າເພີ່ມສູງຂຶ້ນ.

ແມ່ ວິໄລວັນ ບ້ານຫາດຊາຍຂາວ ໃຫ້ຮູ້ຕື່ມວ່າ: ທີ່ມາມື້ນີ້ຍ້ອນວ່າຄ່າໄຟຟ້າແພງຂຶ້ນ ເປັນຫນຶ່ງເທົ່າຈາກທີ່ເຄີຍຈ່າຍປົກກະຕິ ສະນັ້ນເມື່ອໄດ້ມາພົວພັນສອບຖາມແລ້ວທາງໄຟຟ້າລາວກໍ່ໄດ້ມີການອະທິບາຍ ແລະ ໃຫ້ຄວາມກະຈ່າງແຈ້ງແມ່ນເຫັນວ່າມີຄວາມຖືກຕ້ອງແລ້ວ ທີ່ມັນເພີ່ມສູງຂຶ້ນຍ້ອນຊ່ວງເດືອນຜ່ານມາການນຳໃຊ້ພະລັງງານເພີ່ມຂຶ້ນ ຈຶ່ງ ແລະ ທາງໂຕແມ່ເອງຫລັງຈາກນນີ້ກໍຕ້ອງໄດ້ປະຢັດໄຟ ໃຊ້ສະເພາະແຕ່ສິ່ງຈໍາເປັນເທົ່ານັ້ນ ແລະ ກໍເຫັນວ່າຄ່າໄຟຟ້າມີຈໍານວນຫລຸດລົງ.

ພໍ່ ຈິດປະສົງ ບ້ານປາກທ້າງຍັງໃຫ້ຮູ້ຕື່ມວ່າ: ຕັ້ງແຕ່ໃຊ້ໄຟຟ້າມາແມ່ນບໍ່ເຄີຍຄ້າງຄ່າໄຟຟ້າຈັກເທື່ອ ແຕ່ມາຖືກໃນຊ່ວງຂອງການລະບາດ ພະຍາດໂຄວິດ-19 ໃນເດືອນທີ່ຜ່ານມາໄດ້ຈ່າຍຊ້າ ແລະ ຈາກຫລາຍຫາງສຽງ ການສົມທຽບລະຫວ່າງຜູ້ທີ່ໃຊ້ໄຟຟ້າທີ່ຫລາຍກວ່າ ແຕ່ຄ່າໄຟຟ້າຕໍ່າກວ່າ ເມື່ອມາປຽບທຽບກັບເຮືອນຂອງຕົນ ທັງທີ່ຊົມໃຊ້ແບບປະຢັດ ສະນັ້ນ ເພື່ອໃຫ້ເກີດຄວາມກະຈ່າງແຈ້ງ ແລະ ເພື່ອແກ້ໄຂຂໍ້ຂ້ອງໃຈ ຈຶ່ງໄດ້ເຂົ້າມາສອບຖາມທາງໄຟຟ້າລາວ ແລະ ເພື່ອເປັນບົດຮຽນ ຫລື ເປັນກໍລະນີຕົວຢ່າງ ວ່າມັນເປັນຍ້ອນຫຍັງ ມັນມີອາດມີການຄາດເຄື່ອນໃດຫນຶ່ງຫລືບໍ່ ແລະ ຜ່ານການສອບຖາມເຫັນວ່າການຊົມໃຊ້ໄຟຟ້າ ແລະ ຄ່າໄຟຟ້າແມ່ນເປັນປົກກະຕິ.

ນອກຈາກນນີ້ແລ້ວຍັງມີປະຊາຊົນຈໍານວນຫນຶ່ງໃຫ້ຮູ້ຕື່ມວ່າ: ຈາກຫລາຍໆບັນຫາທີ່ໄດ້ຮັບການຮ້ອງຮຽນນັ້ນ ທາງລັດວິສາຫະກິດກໍໄດ້ມີການແກ້ໄຂ ແລະ ໃຫ້ຂໍ້ມູນເພື່ອສ້າງຄວາມສະບາຍໃຈ ແລະ ຄວາມເຂົ້າເຈົ້າທີ່ຖືກຕ້ອງໃຫ້ປະຊາຊົນຫລາຍສົມຄວນ ແລະ ຂໍຊົມເຊີຍທາງລັດວິສາຫະກິດໄຟຟ້າລາວ ທີ່ເປີດໂອກາດ ໃຫ້ປະຊາຊົນໄດ້ມາສະແດງຄວາມຄິດເຫັນ ເພື່ອຄວາມໂປ່ງໃສ ແລະ ເພື່ອນໍາເອົາຄໍາຄິດເຫັນຂອງປະຊາຊົນຫລາຍສຽງນີ້ ໃນການປະກອບສ່ວນເພື່ອຜົນປະໂຫຍດສ່ວນລວມ.

ສຳລັບທ່ານໃດທີ່ມີຂໍ້ສົງໃສ ຫຼື ພົບບັນຫາ ກ່ຽວກັບການບໍລິການໄຟຟ້າ, ການຄິດລາຄ່າໄຟ, ການຈົດເລກໝໍ້ນັບໄຟ, ການຂໍຕິດຕັ້ງໝໍ້ນັບໄຟໃໝ່, ການອອກບິນຄ່າໄຟ ແລະ ການເພີ່ມຂື້ນຂອງຄ່າໄຟຟ້າຂອງຜູ້ຊົມໃຊ້ໄຟ ກໍ່ສາມາດເຂົ້າໄປພົວພັນສອບຖາມກັບຫນ່ວຍສະເພາະກິດໄດ້ ໃນໂມງລັດຖະການ ວັນຈັນ – ວັນສຸກ ເວລາ 08:00-18:00 ໂມງ.

ShareTweetShare
Next Post
ຜູ້ຕິດເຊື້ອພາຍໃນຊຸມຊົນ ຢູ່ ແຂວງວຽງຈັນ 5 ຄົນ ລາຍງານຈາກຄະນະສະເພາະກິດ ຕອນເຊົ້າວັນທີ 02.07.2021

ຜູ້ຕິດເຊື້ອພາຍໃນຊຸມຊົນ ຢູ່ ແຂວງວຽງຈັນ 5 ຄົນ ລາຍງານຈາກຄະນະສະເພາະກິດ ຕອນເຊົ້າວັນທີ 02.07.2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ສາທາ ມີຄວາມພ້ອມເພື່ອຊ່ວຍເຫຼືອສຸກເສີນດ້ານສຸຂະພາບ ພາຍຫຼັງນໍ້າຖ້ວມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...