ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຸດຍອດ ! ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24ຊົ່ວໂມງ ຢູ່ທີ່ ປາກເຊ ແຂວງຈຳປາສັກ !

Staff by Staff
ເດືອນກໍລະກົດ 1, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

👏 ສຸດຍອດ ! ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24ຊົ່ວໂມງ ຢູ່ທີ່ ປາກເຊ ແຂວງຈຳປາສັກ !

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ໄດ້ເປີດໃຫ້ບໍລິການແລ້ວ ທີ່ ປາກເຊ, ເຊິ່ງກ່ອນຈະມີການເປີດໂຕທີ່ ນະຄອນປາກເຊ ໂລກ້າ ໄດ້ເປີດໃຫ້ບໍລິການແລ້ວທີ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພຣະບາງ. ແຕ່ໄວໆນີ້ ບໍລິສັດ ໂລກ້າ ຈໍາກັດ ໄດ້ຮ່ວມກັບ ບໍລິສັດ ໂຊກມີໄຊ ຈຳກັດ ຜູ້ດຽວ ເພື່ອໃຫ້ບໍລິການແທັກຊີອອນລາຍ. ທັງນີ້ກໍເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ ແລະ ກະແສທີ່ຮຽກຮ້ອງຈາກລູກຄ້າທີ່ຢູ່ຕ່າງແຂວງ ໂດຍສະເພາະແມ່ນແຂວງຈຳປາສັກ.

ການເຊັນສັນຍາ ຂອງການເປີດໂຕບໍລິການໂລກ້າ ໄດ້ຈັດຂຶ້ນໃນເວລາ 14:00ໂມງ ຂອງ ວັນທີ 29 ມິຖຸນາ 2021 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈຳປາສັກ. ເຊິ່ງໄດ້ຮັບກຽດຈາກບັນດາທ່ານທີ່ໄດ້ຮ່ວມເປັນສັກຂີພະຍານຄື: ທ່ານສຸລິຍາ ນາເຟືອງວິໄລ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ, ທ່ານ ລັດສະໄໝ ຮຸ່ງໄຊຍະສິງ ຮອງປະທານ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ ຈໍາປາສັກ, ທ່ານ ສິໂຫ ຈັນທະຄູນ ຮອງຫົວໜ້າຂະແໜງການຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ການຂົນສົ່ງ ແຂວງຈໍາປາສັກ.

ໂດຍການຮ່ວມເຊັນສັນຍາ ດັ່ງກ່າວ, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການ ບໍລິສັດ ໂລກ້າ ຈຳກັດ ໄດ້ກ່າວເຖິງຄວາມເປັນມາຂອງໂລກ້າ, ບໍລິການຕ່າງໆຂອງໂລກ້າ ແລະ ນຳສະເໜີເຖິງແຮງບັນດານໃຈໃນການຮ່ວມມືກັນລະຫວ່າງ ໂລກ້າ (LOCA) ພ້ອມທັງເນັ້ນວ່າ: ບໍລິສັດ ໂລກ້າ ຈຳກັດ ຂອງເຮົາໄດ້ເບິ່ງເຫັນເຖີງຄວາມຕ້ອງການຂອງລູກຄ້າທາງແຂວງຈຳປາສັກ ທີ່ຮຽກຮ້ອງຢາກເຫັນການບໍລິການແບບໃໝ່ທີ່ໜ້າສົນໃຈ ແລະ ກໍຖືວ່າເປັນກະແສຕອບຮັບທີ່ດີ. ເຮັດໃຫ້ເຮົາໄດ້ມີແນວທາງໃໝ່ໃນການຂະຫຍາຍການບໍລິການໃຫ້ແກ່ລູກຄ້າ ແລະ ໄດ້ມີ ບໍລິສັດ ໂຊກມີໄຊ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ບໍລິການຢູ່ທາງຈຳປາສັກຢູ່ແລ້ວ ໄດ້ເຫັນດີເຖີງແນວທາງ ແລະ ນະໂຍບາຍທີ່ກົງກັນຈື່ງໄດ້ລົງມັດຕິຮ່ວມເຊັນສັນຍາໃນຄັ້ງນີ້.

ສຳລັບ ທາງບໍລິສັດ ໂຊກມີໄຊ ຈຳກັດຜູ້ດຽວ, ທ່ານ ຢູຣະນັນ ລາດຊະວົງ ຮອງອຳນວຍການ ບໍລິສັດ ໂຊກມີໄຊ ໄດ້ກ່າວເຖີງແຮງບັນດານໃຈໃນການຮ່ວມມືກັບ ບໍລິສັດ ໂລກ້າ ຈຳກັດ ວ່າ: ການຮ່ວມເຊັນສັນຍາໃນຄັ້ງນີ້ ຖືວ່າເປັນປາກົດການດີທີ່ໄດ້ເກີດຂື້ນຢູ່ໃນນະຄອນປາກເຊຂອງເຮົາ ແລະ ເປັນໂອກາດດີທີ່ ບໍລິສັດ ໂລກ້າ ຈຳກັດ. ໄດ້ນຳລະບົບການໃຊ້ງານການເອີ້ນລົດແບບອອນລາຍ ເຊີ່ງເປັນທາງເລືອກໃໝ່ໃຫ້ລູກຄ້າ ທີ່ຈະເພີ່ມຄວາມສະດວກສະບາຍ ແລະ ລາຄາທີ່ໂປ່ງໃສ, ເຮົາໄດ້ຄາດຫວັງວ່າ ບໍລິສັດ ໂຊກມີໄຊ ແລະ ບໍລິສັດ ໂລກ້າ ຈະດຳເນີນຮ່ວມພັດທະນາຕໍ່ໄປດ້ວຍກັນ.

ທ່ານສຸລິຍາ ນາເຟືອງວິໄລ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ໄດ້ໃຫ້ຄຳຄິດເຫັນວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າທັງສອງບໍລິສັດໄດ້ມີການຮ່ວມມື ແລະ ຮ່ວມກັນພັດທະນາການບໍລິການຂົນສົ່ງໂດຍສານ ນັບວ່າເປັນຈຸດເລີ່ມຕົ້ນຄວາມໝາຍໃໝ່ໃນການພັດທະນາການຄົມມະນາຄົມຂົນສົ່ງຂອງ ສປປ ລາວ.

ທ່ານ ລັດສະໄໝ ຮຸ່ງໄຊຍະສິງ ຮອງປະທານ ສູນບໍລິການວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງແຂວງຈຳປາສັກ ໄດ້ກ່າວວ່າ: ຮູ້ສືກຍິນດີທີ່ທຸລະກິດຂອງບໍລິສັດທັງສອງໄດ້ຕົກລົງຮ່ວມເຊັນສັນຍາຮ່ວມມືກັນລະຫວ່າງ ບໍລິສັດ ໂຊກມີໄຊ ແລະ ບໍລີສັດ ເພື່ອຈະເຮັດໃຫ້ການໃຫ້ບໍລິການເພື່ອປະຊາຊົນພາຍໃນແຂວງຈຳປາສັກ, ນັກທ່ອງທ່ຽວທັງພາຍນອກ ແລະ ພາຍໃນທີ່ຈະເຂົ້າມາໃນອານາຄົດ ເຮັດໃຫ້ການບໍລິການແທັກຊີນັ້ນດີຂື້ນກວ່າເກົ່າ ແລະ ມັນໄດ້ເປັນບາດກ້າວທີ່ສຳຄັນທີ່ສຸດ ເພື່ອໃຫ້ການພັດທະນາດ້ານການບໍລິການໃຫ້ມັນເກີດໜໍໍ່ອອກຜົນຂື້ນໄປ.

ທ່ານ ສິໂຫ ຈັນທະຄູນ ຮອງຫົວໜ້າຂະແໜງການຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ການຂົນສົ່ງ ແຂວງຈໍາປາສັກ ໄດ້ກ່າວວ່າ: ຮູ້ສືກດີໃຈທີ່ທັງສອງບໍລິສັດໄດ້ໃຫ້ຄວາມສົນໃຈການບໍລິການທີ່ຈະເຮັດໃຫ້ປະຊາຊົນໄດ້ມີຫຼາຍທາງເລືອກ ແລະ ສາມາດຮູ້ລາຄາທີ່ໂປ່ງໃສໄດ້.

ຫຼັງຈາກໄດ້ຮັບຄວາມຊີ້ແນະ ແລະ ຄໍາແນະນໍາຂອງແຂກຜູ້ມີກຽດທຸກທ່ານແລ້ວ ທ່ານ ສຸລິໂຍ ວົງດາລາ ອໍານວຍການບໍລິສັດ ໂລກ້າ ຈໍາກັດ ແລະ ທ່ານນາງ ພິ່ງກີ້ ທອນທົງເດດ ອໍານວຍການບໍລີສັດ ໂຊກມີໄຊ ຈໍາກັດ ຜູ້ດຽວ ໄດ້ພ້ອມກັນລົງນາມເຊັນສັນຍາການຮ່ວມມືຄັ້ງດັ່ງກ່າວ. ພິທີເຊັນສັນຍາຄັ້ງນີ້ ມີຄວາມສໍາຄັນເປັນຢ່າງຍິ່ງໃນການພັດທະນາວຽກງານບໍລິການດ້ານແທັກຊີໃນແຂວງຈໍາປາສັກ.

ນອກຈາກການເປີດໃຫ້ບໍລິການ ໃນສາຂາປາກເຊແລ້ວ, ໂລກ້າ ຍັງໄດ້ເນັ້ນເລື່ອງຂອງຄວາມປອດໄພໃຫ້ແກ່ຜູ້ໂດຍສານທຸກຄົນທີ່ໃຊ້ບໍລິການ ການໂດຍສານທຸກຖ້ຽວຂອງໂລກ້າແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500,000,000 ກີບ ຈາກ ພົງສະຫວັນປະກັນໄພ (APA) ແລະ ໂລກ້າ ຍັງມີສິດທິພິເສດ ໂດຍການໃຫ້ລູກຄ້າສາມາດສະສົມຄະແນນຈາກການໃຊ້ບໍລິການຂອງໂລກ້າເພື່ອແລກຂອງຂັວນ ແລະ ບໍລິການຕ່າງໆອີກດ້ວຍ.ພ້ອມນີ້ ບໍລິການຂອງໂລກ້າກໍຍັງມີລາຄາທີ່ໂປ່ງໃສ ເພາະນຳໃຊ້ລະບົບຄິດໄລ່ລາຄາທີ່ຜູ້ໃຊ້ສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຍິ່ງເດີນທາງພ້ອມກັນຫຼາຍຄົນຍິ່ງປະຢັດ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ໄລ່ເປັນບຸກຄົນ).

ShareTweetShare
Next Post
ໂພນໂຮງໂຄວິດລະບາດໃນຊຸມຊົນ ເຈົ້າແຂວງວຽງຈັນເລັ່ງລົງຊີ້ນຳ

ໂພນໂຮງໂຄວິດລະບາດໃນຊຸມຊົນ ເຈົ້າແຂວງວຽງຈັນເລັ່ງລົງຊີ້ນຳ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...