ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 8, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຫໍສະພາແຫ່ງຊາດລາວຫລັງໃໝ່ ຂອງຂວັນລ້ຳຄ່າ ຈາກ ສສ ຫວຽດນາມ

Staff by Staff
ເດືອນມີນາ 29, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂປລ. ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ແມ່ນຂອງຂວັນອັນລໍ້າຄ່າທີ່ສຸດ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ, ເປັນໂຄງການທີ່ມີຄວາມ ໝາຍຄວາມສໍາຄັນ, ເປັນສັນຍາລັກ ແລະ ຕົວແບບ ແຫ່ງ ຄວາມສາມັກຄີພິເສດ ທີ່ມີຊີວິດ-ຊີວາ ລະ ຫວ່າງ ລາວ-ຫວຽດນາມ ບົນຈິດໃຈ “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ປັນກັນ”, ເຊິ່ງລັດຖະບານຫວຽດນາມ ໄດ້ບິແບ່ງທຶນຮອນ ຊ່ວຍພັກ, ລັດ ແລະ ປະຊາຊົນລາວ ເພື່ອປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່ ລວມມູນຄ່າ 111,75 ລ້ານໂດລາສະຫະລັດ, ເລີ່ມລົງມືກໍ່ສ້າງມາແຕ່ເດືອນກໍລະກົດ 2018 ເປັນຕົ້ນມາ, ປັດຈຸບັນ ພວມສືບຕໍ່ດຳເນີນການກໍ່ສ້າງ ແລະ ໃກ້ຈະສຳເລັດແລ້ວ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫລືອອັນລ້ຳຄ່າ ຂອງ ສສ ຫວຽດນາມ ແລະ ຄວາມຮັກແພງພິເສດທີ່ພັກ, ລັດ ແລະ ປະຊາຊົນ ຫວຽດ ນາມ ອ້າຍນ້ອງ ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນວັນທີ 29 ມິຖຸນາ 2021 ນີ້, ໂດຍມີບາງຕອນໃຫ້ຮູ້ວ່າ: ຕະຫລອດໄລຍະຫລາຍສິບປີຜ່ານມາ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ມີ ຄວາມເປັນຫ່ວງເປັນໄຍ, ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະ ການຊ່ວຍເຫລືອຂອງ ສສ ຫວຽດນາມ

ໃນການກໍ່ສ້າງຫໍສະພາແຫ່ງຊາດແຫ່ງຫລັງໃໝ່ນີ້, ໄດ້ດໍາເນີນໄປໃນສະ ພາບການທີ່ທັງສອງປະເທດ ປະສົບກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍ່ຕາມ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງທັງສອງຝ່າຍ ຈຶ່ງເຮັດໃຫ້ຫໍສະພາແຫ່ງນີ້ ບໍ່ທັນສຳເລັດຢ່າງສົມບູນແບບ ແຕ່ກໍ່ສາມາດນຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນມີນາຜ່ານມາ ຢ່າງມີຜົນສຳເລັດເປັນຢ່າງດີ, ນີ້ກໍ່ເປັນໜຶ່ງໃນຕົວແບບທີ່ຫາຍາກ ໃນການພົວ ພັນພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ອ້າຍນ້ອງ ພວກເຮົາ.

ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ຫໍສະພາແຫ່ງຊາດແຫ່ງນີ້ ມີຄວາມໂອໂຖງ, ມີຄວາມສະຫງ່າ, ມີຄຸນນະພາບດ້ານສິລະປະກໍາ, ສະຖາປັດຕະຍະກໍາ ຕາມມາດຕະຖານເຕັກນິກທີ່ທັນສະໄໝ ໃນການອອກແບບ ແລະ ການກໍ່ສ້າງ, ມີຄວາມງົດງາມ ດ້ວຍເອກະລັກສະເພາະ ແລະ ສະຖາປັດສະຍາກຳແບບລາວ, ສາມາດເວົ້າໄດ້ວ່າ ຫໍສະພາແຫ່ງຊາດລາວຫລັງໃໝ່ນີ້ ຈະເປັນສະຖານທີ່ເຮັດວຽກ ທີ່ມີເງື່ອນໄຂອຳນວຍຄວາມສະດວກ ທັນສະໄໝທີ່ສຸດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານທັງໝົດຂອງສະພາແຫ່ງຊາດລາວ ໃນການປະຕິບັດໜ້າທີ່ການເມືອງຂອງຕົນເປັນ ຕົ້ນ ແມ່ນການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ.

ນອກຈາກນີ້, ຫໍສະພາແຫ່ງຊາດແຫ່ງນີ້ ຍັງຈະເປັນສະຖານທີ່ ທັດສະນະສຶກສາໃຫ້ປະຊາຊົນ, ໂດຍສະເພາະ ແກ່ຮຸ່ນຄົນໜຸ່ມຂອງລາວ ເພື່ອຮຽນຮູ້ກ່ຽວກັບລະບອບການເມືອງ, ລະ ບົບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການນິຕິບັນຍັດ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງຕົນ ແລະ ທັງເປັນບ່ອນຮຽນຮູ້ ກ່ຽວກັບມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ.

ຫໍສະພາແຫ່ງຊາດຫລັງນີ້, ຈະປະກອບສ່ວນຍົກສູງບົດບາດ ແລະ ຄຸນນະພາບຂອງສະພາແຫ່ງຊາດ ທັງໃນການປະຕິບັດໜ້າທີ່ຂອງຕົນ, ທັງໃນການເຄື່ອນໄຫວພາຍໃນ, ໃນເວທີພາກພື້ນ ແລະ ສາກົນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

ShareTweetShare
Next Post
LaoVietBank ອຸປະຖໍາທິມນັກກີລາກອງທັບ ເຂົ້າຮ່ວມແຂ່ງຂັນ Army Games 2021 ທີ່ລັດເຊຍ.

LaoVietBank ອຸປະຖໍາທິມນັກກີລາກອງທັບ ເຂົ້າຮ່ວມແຂ່ງຂັນ Army Games 2021 ທີ່ລັດເຊຍ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...