ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 28, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກຳນົດ ເອົາ 24 ບ້ານເຂດເມືອງໄຊທານີ ເປັນຈຸດສ້າງເມືອງໃໝ່ ເມືອງທີ10 ຂອງຂອງນະຄອນຫຼວງວຽງຈັນ

Staff by Staff
ເດືອນມີນາ 28, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງເລກທີ393/ຈນວ ລົງວັນທີ 8 ມິຖຸນາ2021 ວ່າດ້ວຍການກຳນົດຂອບເຂດຕົວເມືອງໃໝ່ ໂດຍກຳນົດເອົາ 24 ບ້ານທີ່ຂຶ້ນກັບເມືອງໄຊທານີ ປະກອບມີບ້ານ ນາໂງມເກົ່າ, ນາໂງມໃໝ່, ນາຄາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊໍາບອນ, ທົ່ງມັ່ງ, ກຸດສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນໄຮ່ຄໍາ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈໍາປາ

ແລະ ບ້ານໄຮ່ ເປັນຂອບເຂດພື້ນທີ່ີເມືອງທີ່ຈະສ້າງຕັ້ງຂຶ້ນໃໝ່ຂອງນະຄອນຫຼວງວຽງຈັນຫຼ້າສຸດເວັບໄຊໜັງສືພິມວຽງຈັນໃໝ່ລາາຍງານວ່າ: ວັນທີ 26 ມິຖຸນາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການສ້າງຕັ້ງເມືອງໃໝ່ ເຊິ່ງເປັນເມືອງທີ 10

ຂອງນະຄອນຫຼວງວຽງຈັນ ຢູ່ ມສ ພວງໄຊ ບ້ານນາໂງມໃໝ່ ເມືອງໄຊທານີ ຖືກຕ້ອນຮັບຈາກທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ມີຄະນະຮັບຜິດຊອບບັນດາພະແນກການ ແລະ ນາຍບ້ານທັງ 24 ບ້ານທີ່ກວມຂອບເຂດພື້ນທີ່ເມືອງໃໝ່ເຂົ້າຮ່ວມ.

ທ່ານນາງ ລໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ ລາຍງານໃຫ້ຮູ້ວ່າ: ປັດຈຸບັນການສ້າງຕັ້ງເມືອງໃໝ່ໄດ້ສໍາເລັດການຖາງແລວ ແລະ ປັກຫຼັກໝາຍໄດ້ 33 ຫຼັກ ຕາມລວງຮອບຂອງດິນ ໄດ້ເກັບກໍາຕອນດິນຂອງປະຊາຊົນຢູ່ໃນຕອນດິນດັ່ງກ່າວ ມີທັງໝົດ 22 ຕອນ ໄດ້ສໍາຫຼວດຈຸດຕອນດິນ 11,28 ເຮັກຕາ ເພື່ອປຸກສ້າງຫ້ອງການປົກຄອງເມືອງໃໝ່ ເຊິ່ງເປັນດິນລັດທັງໝົດ ພ້ອມນັ້ນ ການປຸກສ້າງຫ້ອງການຢູ່ເຂດຈຸດສຸມນາໂງມ-ນາຕານສໍາເລັດແລ້ວ 95%.

ສໍາລັບຂອບເຂດການສ້າງຕັ້ງເມືອງໃໝ່ ກວມເອົາ 24 ບ້ານທີ່ຂຶ້ນກັບເມືອງໄຊທານີ ປະກອບມີບ້ານ ນາໂງມເກົ່າ, ນາໂງມໃໝ່, ນາຄາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນາ, ນາຕານ, ຊໍາບອນ, ທົ່ງມັ່ງ, ກຸດສາມບາດ, ຫາດກ້ຽງ, ນາກຸງ, ໂພນຄໍ້, ໂພນໄຮ່ຄໍາ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈໍາປາ ແລະ ບ້ານໄຮ່.

ShareTweetShare
Next Post
ໂຮງຫມໍແມ່ ແລະ ເດັກເກີດໃຫມ່ ແລະ ກຸ່ມບໍລິສັດ ອີໂປຊື(ກວາງໂຈ) ຈຳກັດ ຮ່ວມມືກັນ ປວດການມີລູກຍາກ

ໂຮງຫມໍແມ່ ແລະ ເດັກເກີດໃຫມ່ ແລະ ກຸ່ມບໍລິສັດ ອີໂປຊື(ກວາງໂຈ) ຈຳກັດ ຮ່ວມມືກັນ ປວດການມີລູກຍາກ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...