ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປ໋າໂທ!ເກັ່ງແທ້ ສຸດທ້າຍໄປບໍ່ລອດ ກວ່າຊິຈັບໄດ້ລັກລົດຈັກມາແລ້ວ 23 ຄັນ

Staff by Staff
ເດືອນມີນາ 27, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ກ່ອນອື່ນຕ້ອງຊົມເຊີຍເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດທີ່ສາມາດລວບຕົວໂຈນອັນຕະລາຍລາຍນີ້ໄດ້ ພ້ອມເກັບກູ້ຂອງກາງສົ່ງຄືນໃຫ້ເຈົ້າຂອງເດີມ, ຊັບສິນທຸກຢ່າງກ່ອນຈະຫາມາໄດ້ແສນລຳບາກ ໄດ້ມາແລ້ວພວກມັກງ່າຍຫວັງລວຍທາງລັດຍັງມາລັກເອົາໄປອີກ ຖ້າຈັບບໍໄດ້ຍັງຈະເສຍຫາຍອີກເທົ່າໃດ?ໃນວັນ 21 ມິຖຸນາ 2021ນີ້, ເຈົ້າໜ້າທີ່ ປກສ ນະຄອນ ໄກ ສອນ ພົມວິຫານ ໄດ້ນໍາເອົາລົດ ຈັກເວັບ100 ຈໍານວນ 8 ຄັນ ທີ່ເກັບກູ້ໄດ້ຈາກຄະດີລັກຊັບພົນ ລະເມືອງ ມອບໃຫ້ເຈົ້າຂອງເດີມ ຊຶ່ງກ່າວມອບໂດຍທ່ານ ພັຕ ພອນ ໄຊ ກຸນນຸວົງ ຮອງຫົວໜ້າພະແນກ ຕຳຫຼວດກອງບັນຊາການ ປກສ ນະຄອນ ຜູ້ຊີ້ນຳວຽກງານສືບ ສວນ-ສອບສວນ.

ທ່ານ ພັຕ ພອນໄຊ ກຸນນຸວົງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໄດ້ມີເຫດການຄົນຮ້າຍໄດ້ເຄື່ອນ ໄຫວກໍ່ເຫດປຸ້ນຊັບ, ຊິງຊັບ ແລະ ລັກຊັບພົນລະເມືອງ (ລັກລົດຈັກ) ຢູ່ພາຍໃນນະຄອນໄກສອນ ພົມ ວິຫານ ເຮັດໃຫ້ເກີດຜົນເສຍຫາຍ ຕໍ່ຊັບສິນຂອງປະຊາຊົນຕໍ່ກັບສະ ພາບການດັ່ງກ່າວ, ເຈົ້າໜ້າທີ່ ປກສ ນະຄອນ ກໍ່ໄດ້ລົງເກັບຂໍ້ມູນ ຫຼັກຖານໃນສະຖານເປົ້າໜາຍທີ່ເກີດເຫດ, ຈົນມາວັນທີ 18 ພຶດສະພາ 2021 ໃນເວລາ 17 ໂມງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກັກຕົວ ທ້າວ ພອນສະຫວັນ ຫຼືອ້າຍ ອາຍຸ 35 ປີ ອາຊີບວ່າງງານ ບ້ານໄຊຍະພູມ, ນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ.

ເຊິ່ງຜ່ານການສືບ ສວນ-ສອບສວນ, ທ້າວພອນສະ ຫວັນ ຫຼືອ້າຍສາລະພາບວ່າ: ໄດ້ ເຄື່ອນໄຫວກໍ່ເຫດກະທຳຜິດຢູ່ ພາຍໃນນະຄອນໄກສອນ ພົມວິ ຫານ ມີທັງໜົດຈຳນວນ 29 ເຫດ ການຄື: ປຸ້ນຊັບ 01 ຄັ້ງ, ຊິງຊັບ 03 ຄັ້ງ, ສໍ້ໂກງຊັບ 01 ແລະລັກ ຊັບພົນລະເມືອງ 24 ຄັ້ງ ໃນນັ້ນ ໄດ້ລັກລົດຈັກ 23 ຄັ້ງ ຊຶ່ງຜູ້ກ່ຽວ ໄດ້ໃຊ້ມີດຈີ້ນາບຂູ່ປຸ້ນເອົາຊັບສິນຂອງຜູ້ເສຍຫາຍຢູ່ຫ້ອງເຊົ່າຫຼັກ 08, ບ້ານອຸດົມວິໄລ ນະຄອນໄກ ສອນ ພົມວິຫານ, ໄດ້ຊີງຊັບດຶງກະ ເປົ໋າສອງແມ່ລູກຈົນເຮັດໃຫ້ລົດ ລົ້ມຢູ່ໜ້າພັດທະຄານຮຸ່ງທິບ ບ້ານທ່າເມືອງ, ໂດຍໄດ້ຮ່ວມກັບ ທ້າວ ວິຊຸນ ຫຼືຕຸກຊີງຊັບໄດ້ດຶງ ເອົາກະເປົ໋າຢູ່ຮ້ານອາຫານໂຊກໄຊ ບ້ານໂພນສະຫວ່າງໃຕ້ ແລະ ດຶງເອົາເປົ໋າຢູ່ຮ້ານເຊີ້ບ້ານໂນນ ສະຫວາດນະຄອນ ໄກສອນ ພົມວິຫານ, ໄດ້ສໍ້ໂກງຊັບໂດຍໃຊ້ຮູບ ການຕົວະຢືມເອົາລົດຈັກ 01 ຄັນ ແລ້ວເອົາໄປຂາຍເລີຍ, ໄດ້ເຂົ້າໄປລັກໂນດບຸກຂອງຄູບາຢູ່ກຸດຕິ ພາຍໃນວັດໃຫຍ່ໄຊຍະພູມ 01 ຄັ້ງ.

ເຊິ່ງລວມໆແລ້ວຜູ້ກ່ຽວແມ່ນໄດ້ເຄື່ອນ ໄຫວໂດຍການເລາະຫາລັກລົດ ຈັກໄດ້ທັງໜົດ 23 ຄັ້ງ ແລະຜົນ ເສຍຫາຍລົດຈັກຈຳນວນ 23 ຄັນ ແລະຍັງໄດ້ຮ່ວມກັບເມຍຊື່ນາງ ກຸ້ງໄປລັກລົດຈັກຈຳນວນ02 ຄັນອີກ. ມາຮອດວັນທີ 2 ມິຖຸນາ 2021, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ ປະສານສົມທົບກັບທຸກພາກສ່ວນ ໄລ່ນຳລົດຈັກທີ່ທ້າວພອນສະຫວັນ ຫຼືອ້າຍໄດ້ນຳໄປຂາຍມີຈຳ ນວນ 19 ຄັນ, ໄດ້ເຄື່ອງຂອງ ກາງລົດ ແລະສາມາດເກັບກູ້ຄືນ ມາໄດ້ຈຳນວນ 08 ຄັນ ແລະທາງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງ ໄດ້ກວດກາ ແລະໄດ້ມອບລົດຈັກຈຳນວນໜຶ່ງຄືນໃຫ້ເຈົ້າຂອງເດີມ.

ສ່ວນຜູ້ກະທຳຜິດ ແມ່ນຈະໄດ້ດຳ ເນີນຄະດີຕາມລະບຽບກົດໜາຍ ແລະສ່ວນພາຫະນະທີ່ຍັງເຫຼືອ ແມ່ນຈະໄດ້ສືບຕໍ່ໄຕ່ນຳເກັບກູ້ຄືນ ເພື່ອສົ່ງຄືນໃຫ້ເຈົ້າຊັບຕໍ່ໄປ. ໃນໂອກາດນີ້, ທ່ານ ພັຕ ພອນ ໄຊ ກຸນນຸວົງ ໄດ້ຮຽກຮ້ອງມາຍັງ ປະຊາຊົນ, ຊາວຄ້າຂາຍ, ນັກ ຮຽນ-ນັກສຶກສາ ແລະຜູ້ປະກອບ ການຕ່າງໆ ໃຫ້ມີສະຕິວັງຕົວໃນ ການຮັກສາຊັບສິນຂອງຕົນເປັນ ຕົ້ນແມ່ນລົດຈັກ ໃຫ້ຈອດໄວ້ບ່ອນ ທີ່ມີຄວາມ ປອດໄພ ພ້ອມທັງເປັນ ຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບ ເຫັນເຫດການບໍ່ດີໃຫ້ຮີບຮ້ອນ ລາຍງານຕໍ່ເຈົ້າໜ້າທີ່ ເພື່ອແກ້ໄຂ ເຫດການໃຫ້ທັນເວລາ

ທີ່ມາ: ປກສ ແຂວງສະຫວັນະເຂດ

ShareTweetShare
Next Post
ດຳເນີນກອງປະຊຸມຄົ້ນຄວ້າວິໃນ ປຶກສາຫາລືກ່ຽວກັບກໍລະນີໃບບິນໄຟຟ້າສູງເກີນຈິງ

ດຳເນີນກອງປະຊຸມຄົ້ນຄວ້າວິໃນ ປຶກສາຫາລືກ່ຽວກັບກໍລະນີໃບບິນໄຟຟ້າສູງເກີນຈິງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...