ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 8, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ດຳເນີນກອງປະຊຸມຄົ້ນຄວ້າວິໃນ ປຶກສາຫາລືກ່ຽວກັບກໍລະນີໃບບິນໄຟຟ້າສູງເກີນຈິງ

Staff by Staff
ເດືອນມີນາ 27, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຟຟລ ດໍາເນີນກອງປະຊຸມຄະນະກໍາມະການຄົ້ນຄ້ວາວິໃນ ເພື່ອປຶກສາຫາລືກ່ຽວກັບ ກໍລະນີໃບບິນທີ່ມີຄ່າໄຟຟ້າ ສູງເກີນຄວາມເປັນຈິງ ແລະ ມາດຕະການປະຕິບັດວິໄນຕໍ່ຜູ້ກະທໍາຜິດ.

ກອງປະຊຸມໄດ້ປຶກສາຫາລືສາເຫດທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ ພ້ອມທັງ ຄົ້ນຄ້ວາພິຈາລະນາ ມາດຕະການປະຕິບັດວິໃນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະ ຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມເລື່ອງ:

ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021, ກ່ຽວກັບ ມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ ຖ້າພະນັກງານບົກຜ່ອງ.

ຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດພາຍຫຼັງທີ່ຖືກພິຈາລະນາຮອບດ້ານແລ້ວ; ພະນັກງານສັນຍາຈ້າງທີ່ເປັນຕົ້ນເຫດຄວາມຜິດແມ່ນຈະ ຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.

ສໍາລັບພະນັກງານ ຟຟລ ພາຍຫຼັງຄະນະກໍາມະການຄົ້ນຄ້ວາວິໃນເຫັນວ່າມີຄວາມຜິດ ປະລະໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ສ້າງຄວາມ ເສຍຫາຍຕໍ່ຊັບສິນ ແລະ ພາບພົດ ຟຟລ ຈະຖືກພິຈາລະນາຄວາມຜິດຕາມໜ້າທີ່ ແລະ ຕໍາແໜ່ງຮັບຜິດຊອບ ຕາມລະບຽບຂອງ ຟຟລ. ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ວິທີການແກ້ໄຂເພື່ອປັບປຸງການບໍລິການໃຫ້ມີປະສິດທິພາບ.

ກອງປະຊຸມຄະນະກໍາມະການຄົ້ນຄວ້າວິໃນ, ຈັດຂື້ນ ຕອນເຊົ້າ ວັນທີ 27 ມີຖຸນາ 2021, ທີ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການ ເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໃນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໃນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ShareTweetShare
Next Post
ພະຍາກອນອາກາດ ປະຈຳວັນທີ 28 ມີຖຸນາ 2021 ເວລາ 7:00 ໂມງຂີຶ້ນໄປ

ພະຍາກອນອາກາດ ປະຈຳວັນທີ 28 ມີຖຸນາ 2021 ເວລາ 7:00 ໂມງຂີຶ້ນໄປ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...