ໃນວັນທີ 26 ມິຖຸນາ 2021 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ຕໍາຫຼວດຂອງປະເທດອິນເດຍໄດ້ເຂົ້າຈັບກຸ່ມຜູ້ຕ້ອງສົງໄສປະມານ 10 ຄົນ ແລະ ໃນ 10 ຄົນນີ້ມີ 2 ຄົນທີ່ເປັນແພດປະຈໍາຢູ່ໂຮງໝໍເອກະຊົນ ໂດຍທັງ 10 ຄົນແມ່ນຖືກຈັບກຸມໃນກໍລະນີທີ່ມີການພົວພັນກັບການສັກວັກຊີນປ້ອງກັນໂຄວິດ-19 ປອມໃຫ້ກັບ.

ປະຊາຊົນຫຼາຍກວ່າ 2,000 ຄົນໃນນະຄອນມຸມໄບ.ທາງດ້ານເຈົ້າໜ້າທີ່ໄດ້ເປີດເຜີຍວ່າ: ວັກຊີນປອມທີ່ຖືກສົ່ງໄປຍັງສູນບໍລິການການສັກວັກຊີນ 9 ແຫ່ງໃນນະຄອນ
ມຸມໄບ ແລະ ໄດ້ສັກໃຫ້ປະຊາຊົນປະມານ 2,000 ຄົນນັ້ນເປັນພຽງນໍ້າເກືອ.ສ່ວນທາງດ້ານຕໍາຫຼວດໃນເມືອງໂກກາຕາໄດ້ລະບຸວ່າ: ອາດຈະມີປະຊາຊົນຫຼາຍກວ່າ 500 ຄົນ ລວມໄປເຖິງຄົນພິການອີກຈໍານວນຫຼາຍທີ່ໄດ້ຮັບການສັກວັກຊີນປອມ.
Discussion about this post