ເຊື່ອວ່າຫຼາຍທ່ານຈະຮັບຮູ້ມາແລ້ວບໍ່ໜ້ອຍ ສໍາລັບຂ່າວດັງເມື່ອ ເດືອນກັນຍາ ປີ 2019 ທີ່ຜ່ານມາ ກັບເຫດການສູດຊັອກຜົວເຈ້ນາງ ສາວຜູ້ໄທ ເຈົ້າແມ່ສາຍບຸນ ທີ່ມີຊື່ສຽງໂດ່ງດັງໃນໂລກໂຊຊ້ຽວ ຖືກຈັບ ຫຼັງເຈົ້າໜ້າທີ່ສົງໄສຟອກເງິນຂອງຂະບວນການຄ້າສິ່ງຜິດກົດໝາຍ ເນື່ອງຈາກມີເງິນເຄື່ອນໄຫວຢູ່ໃນບັນຊີເຖິງ 200ລ້ານບາດ.

ຫຼັງເຈົ້າໜ້າທີ່ກວດພົບເງິນຈໍານວນມະຫາສານອັນຜິດປົກກະຕິ ເນື່ອງຈາກຜົວເຈ້ນາງເປັນພຽງກໍາມະກອນອາຊີບຮັບຈ້າງທົ່ວໄປ, ປະຊາຊົນຄົນທໍາມະດາ ບໍ່ໄດ້ເປັນເຈົ້າຂອງທຸລະກິດໃຫຍ່ໂຕຫຍັງ ແຕ່ກັບມີເງິນຫຼາຍຂະໜາດນັ້ນ. ຕໍ່ມາເຈົ້າໜ້າທີ່ໄດ້ເຂົ້າຄວບຄຸມຕົວຜົວເຈ້ນາງເມື່ອວັນທີ 19 ກັນຍາ 2019 ເຊິ່ງຫຼັງຈາກນັ້ນກໍ່ມີກະແສວິພາກວິຈານໄປຕ່າງໆນາໆ.

ເຊິ່ງຫຼັງຜົວເຈ້ນາງຖືກຈັບ ທາງຄອບຄົວເຈ້ນາງເອງກໍບໍ່ຢູ່ເສີຍ ໄດ້ຍື່ນຫຼັກຖານຕໍ່ສານເພື່ອພິສູດຄວາມບໍລິສຸດ ແລະ ທັງສອງຝ່າຍກໍໄດ້ຍື່ນຫຼັກຖານຕໍ່ສູ້ກັນໃນຊັ້ນສານ ທັງຝ່າຍເຈ້ນາງເອງ ແລະ ຝ່າຍເຈົ້າໜ້າທີ່ຕໍາຫຼວດເພື່ອໃຫ້ສານເປັນຜູ້ຕັດສິນ.

ທັງນີ້, ເຈ້ນາງໃຫ້ຮູ້ວ່າ: ເຊິ່ງຫຼັງຈາກທີ່ສານສັ່ງອາຍັດບັນຊີທະນາຄານລວມທັງລົດ ແລະ ຊັບສິນອື່ນໆ ເພິ່ນກໍ່ໄດ້ກວດສອບເສັ້ນທາງການເງິນຢ່າງລະອຽດ ລວມໄປເຖະງຫຼັກຖານພະຍານຕ່າງໆ ທັງຫຼັກຖານວັດຖຸ ແລະ ຫຼັກຖານບຸກຄົນ ມີການສືບສວນສອບສວນຈົນຜ່ານຂະບວນຍຸຕິທໍາຂອງປະເທດໄທ ຈົນຮອດວັນທີ 30 ເມສາ 2020 ສານໄດ້ຕັດສິນໃຫ້ທ້າວ ຣັດຊະພູມ ສຸດຫຼ້າ ຫຼື ຜົວເຈ້ນາງ ພົ້ນທຸກຂໍ້ກ່າວຫາຂອງເຈົ້າໜ້າທີ່ຕໍາຫຼວດ ເພາະລັກຖານທີ່ຝ່າຍໂຈດຍື່ນຕໍ່ສານນັ້ນ ມັນເປັນການວິເຄາະ ແລະ ອຸປະມາຂຶ້ນມາເອງ.

ແນວໃດກໍ່ຕາມ ສໍາລັບຜົວເຈ້ນາງແມ່ນເພິ່ນໄດ້ອອກຄຸກມາແຕ່ດົນແລ້ວ. ສ່ວນຂັ້ນຕອນຕໍ່ໄປ ແມ່ນຂຶ້ນກັບຄອບຄົວເຈ້ນາງວ່າຈະຮຽກຮ້ອງຄວາມເສຍຫາຍຈາກເຈົ້າໜ້າທີ່ຕໍາຫຼວດຕາມກົດໝາຍຂອງປະເທດໄທ ຫຼື ຈະຮ້ອງຟ້ອງກັບຜູ້ທີ່ດໍາເນີນຄະດີກັບຜົວເຈ້ນາງ ເຊິ່ງຕ້ອງຖ້າຕິດຕາມຕໍ່ໄປວ່າເຈ້ນາງຈະເອົາແບບໃດ.

ແນວໃດກໍ່ຕາມ ສໍາລັບຜົວເຈ້ນາງແມ່ນເພິ່ນໄດ້ອອກຄຸກມາແຕ່ດົນແລ້ວ. ສ່ວນຂັ້ນຕອນຕໍ່ໄປ ແມ່ນຂຶ້ນກັບຄອບຄົວເຈ້ນາງວ່າຈະຮຽກຮ້ອງຄວາມເສຍຫາຍຈາກເຈົ້າໜ້າທີ່ຕໍາຫຼວດຕາມກົດໝາຍຂອງປະເທດໄທ ຫຼື ຈະຮ້ອງຟ້ອງກັບຜູ້ທີ່ດໍາເນີນຄະດີກັບຜົວເຈ້ນາງ ເຊິ່ງຕ້ອງຖ້າຕິດຕາມຕໍ່ໄປວ່າເຈ້ນາງຈະເອົາແບບໃດ.

ແຕ່ມາຮອດມື້ນີ້ຄອບຄົວຂອງເຈ້ນາງ ພິສູດໄດ້ແລ້ວວ່າຕົນເປັນຜູ້ບໍລິສຸດ ຫວັງວ່າສັງຄົມຈະເປີດໃຈ ແລະ ໃຫ້ຖືເອົາເລື່ອງຂອງເຈ້ນາງເປັນບົດຮຽນ ຢ່າຟ້າຕັດສວິນຄົນຈາກຂ່າວ, ໃຫ້ມີສະຕິ ໃຊ້ວິຈາລະນະຍານໃນການເສບຂ່າວໃຫ້ດີ ບໍ່ດັ່ງນັ້ນ ທ່ານອາດຕົກເປັນທາດຂອງຂ່າວອອນລາຍ ໄປຕາມກະແສອອນລາຍ ບໍ່ມີຈຸດຢືນຫຼື ຄວາມຄິດເປັນຂອງຕົນເອງ.

Discussion about this post