ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 22, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພິທີມອບ-ຮັບໂຮງຮຽນປະຖົມ ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ

Staff by Staff
ເດືອນມີນາ 21, 2021
in ທົ່ວໄປ
0
Home ທົ່ວໄປ

ເພື່ອເປັນການສານຝັນໃຫ້ນ້ອງນ້ອຍນັກຮຽນ ທີ່ຢູ່ເຂດຫ່າງໄກສອກຫຼີກ ໄດ້ມີອາຄານສະຖານທີ່ຮ່ຳຮຽນທີ່ແໜ້ນໜາຖາວອນໝັ້ນຄົງ ແລະ ໄດ້ຮັບຄວາມຮູ້ ທີ່ຫຼາກຫຼາຍຂື້ນ, ຍ້ອນເຫັນໄດ້ຄືແນວນັ້ນ ທາງທີມງານນັກທຸລະກິດຜູ້ໃຈບຸນ ຈຶ່ງໄດ້ ຮ່ວມກັນຈັດຕັ້ງໂຄງການໜຶ່ງຂື້ນມາ ເພື່ອໃຫ້ການຊ່ວຍເຫຼືອສ້າງໂຮງຮຽນຫຼັງໃໝ່ ໃຫ້ນ້ອງນ້ອຍນັກຮຽນ ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ.

ໂດຍມີຊື່ໂຄງ ການວ່າ: ໂຄງການຮ່ວມປັນຮັກ Better together ອາສາກູ້ໄພນະຄອນຫຼວງວຽງຈັນ 1624 ເຊີ່ງໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກຫຼາຍກວ່າ 52 ພາກສ່ວນ ແລະ ພາຍຫຼັງທີ່ການກໍ່ສ້າງໂຮງຮຽນສຳເລັດ 100% ທາງອຳນາດການປົກຄອງເມືອງ ຮ່ວມກັບໂຄງການຮ່ວມປັນຮັກ ກໍ່ໄດ້ມີພິທີມອບ-ຮັບ ຂື້ນຢ່າງເປັນທາງການໃນວັນທີ 18 ມິຖຸນາ 2021ຜ່ານມານີ້ ຢູ່ທີ່ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ.

ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆກາສີ, ມີທ່ານ ນາງ ວົງຈັນ ບົວແພງ ປະທານໂຄງການ ຮ່ວມປັນຮັກ Better together ອາສາກູ້ໄພນະຄອນຫຼວງວຽງຈັນ 1624 ພ້ອມດ້ວຍ ທີມງານ, ມີທ່ານ ລາຢູ ແສນໃຈວຸດ ກຳມະການພັກເມືອງ ຫົວໜ້າຫ້ອງການ ສຶກສາທິ ການ ແລະ ກິລາເມືອງກາສີ, ມີພໍ່ແມ່ປະຊາຊົນ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ສຳລັບການກໍ່ສ້າງໂຮງຮຽນດັ່ງກ່າວ ແມ່ນໄດ້ລົງມືກໍ່ສ້າງມາແຕ່ວັນທີ 28 ທັນວາ 2020 ແລະ ສຳເລັດ ໃນວັນທີ 9 ເມສາ 2021 ເຊີ່ງເປັນອາຄານຄອນກີດຊັ້ນດຽວ ຂະໜາດ (8 ແມັດ ຄູນ 32 ແມັດ) ມີທັງໝົດ 04ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 180 ລ້ານກີບ ໂດຍແມ່ນບໍລິສັດປັນຍາທິລາດກໍ່ສ້າງຂົວທາງເຄຫາສະຖານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.

ໃນໂອກາດນີ້ ທ່ານ ນາງ ວົງຈັນ ບົວແພງ ປະທານໂຄງການ ຮ່ວມປັນຮັກ ໄດ້ໃຫ້ກຽດກ່າວມອບອາຄານຮຽນ ໃຫ້ອຳນາດການປົກຄອງເມືອງກາສີ ເຊີ່ງໃຫ້ກຽດຂື້ນຮັບໂດຍແມ່ນ ທ່ານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງກາສີ ແລະ ທ່ານກໍ່ໄດ້ກ່າວມອບຕໍ່ໃຫ້ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍ ອຳນາດການປົກຄອງບ້ານຫ້ວຍຕັ້ງນາຍ ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້. ພ້ອມນີ້ທີມງານໂຄງການຮ່ວມປັນຮັກຍັງໄດ້ ມອບອຸປະກອນເຄື່ອງໃຊ້ໄຟຟ້າ ໃຫ້ຜູ້ ອຳນວຍການໂຮງຮຽນ ພ້ອມທັງ ມອບອຸປະກອນການສຶກສາໃຫ້ແກ່ນ້ອງນ້ອຍ ນັກຮຽນ ຕື່ມອີກ.ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີ ຕໍ່ ທີມງານໂຄງການຮ່ວມປັນຮັກ ທ່ານເຈົ້າເມືອງໆກາສີ ກໍ່ໄດ້ໃຫ້ກຽດມອບໃບກຽດຕິຄຸນ ຂອງທ່ານເຈົ້າແຂວງໆວຽງຈັນ ໃຫ້ທີມງານໂຄງການຮ່ວມປັນຮັກ ເຊີ່ງໃຫ້ກຽດຂື້ນຮັບ ໂດຍແມ່ນ ທ່ານ ນາງ ວົງຈັນ ບົວແພງ ປະທານໂຄງການ.

ໃນໂອກາດນີ້ ທ່ານເຈົ້າເມືອງໆກາສີ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີບ ແລະ ຂອບອົກ ຂອບໃຈຕໍ່ທີມງານໂຄງການຮ່ວມປັນຮັກ ທີ່ໄດ້ມີນ້ຳໃຈເອື້ອເຟື້ອເພື່ອແຜ່ ເປັນຫ່ວງ ເປັນໃຍໃຫ້ການຊ່ວຍເຫຼືອດ້ານພື້ນຖານໂຄ່ງລ່າງ ໃນວຽກງານການສຶກສາ ຢູ່ເມືອງກາສີ ໃນຄັ້ງນີ້ ເຮັດໃຫ້ນ້ອງນ້ອຍນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໄດ້ມີອາຄານຫຼັງໃໝ່ ທີ່ແໜ້ນໜາຖາວອນ ມີຄວາມສະດວກໃນການສຶກສາຮ່ຳຮຽນ ແລະ ໃນໂອກາດໜ້າ ກໍຫວັງວ່າທີມງານໂຄງການຮ່ວມປັນຮັກ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເມືອງກາສີຕື່ມອີກ.

ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ພ້ອມດ້ວຍຄູອາຈານ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ຈົ່ງພ້ອມກັນເປັນເຈົ້າການປົວລະບັດປົກປັກຮັກສາໂຮງຮຽນຫຼັງນີ້ ໃຫ້ໄດ້ນຳໃຊ້ຍາວນານ ເພື່ອກໍ່ໃຫ້ເກີດຜົນປະໂຫຍດອັນສູງສຸດ.ພ້ອມດຽວກັນນີ້ ເພື່ອເຮັດໃຫ້ໂຮງຮຽນ ບ້ານຫ້ວຍຕັ້ງນາຍ ກາຍເປັນໂຮງຮຽນສີຂຽວ ທາງຄະນະນຳຂອງເມືອງ ພ້ອມດ້ວຍທີມງານໂຄງການຮ່ວມປັນຮັກ ແລະ ນ້ອງນອ້ຍນັກຮຽນ ໄດ້ພ້ອມກັນ ປູກຕົ້ນໄມ້ອ້ອມເດີ່ນໂຮງຮຽນ ເຊີ່ງເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມຄຶກຄື້ນ.(ຂ່າວ: ອຳພອນ )

ShareTweetShare
Next Post
ໃຜຈະເດີນທາງ ເຂົ້າ-ອອກ ນວ ຕ້ອງມີໃບຢັ້ງຢືນ ການຮັບວັກແຊງຄົບ 2 ເຂັມ

ໃຜຈະເດີນທາງ ເຂົ້າ-ອອກ ນວ ຕ້ອງມີໃບຢັ້ງຢືນ ການຮັບວັກແຊງຄົບ 2 ເຂັມ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...