ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 31, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໃຜຈະເດີນທາງ ເຂົ້າ-ອອກ ນວ ຕ້ອງມີໃບຢັ້ງຢືນ ການຮັບວັກແຊງຄົບ 2 ເຂັມ

Staff by Staff
ເດືອນມີນາ 21, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເນື່ອງໃນໂອກາດເຂົ້າຮ່ວມຖະແຫຼງຂ່າວການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນລາວປະຈຳວັນທີ 20 ມິຖຸນາ 2021 ທ່ານ ດຣ. ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ກ່າວບາງຕອນວ່າ: ສຳລັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ເຖິງ 4 ກໍລະກົດ 2021 ໂດຍແມ່ນໃຫ້ເອົາໃຈໃສ່ປະຕິບັດບາງມາດຕະການຄື: ໃຫ້ເອົາໃຈໃສ່ປະຕິບັດຕາມ

ຄຳສັ່ງ ແລະ ແຈ້ງການຢ່າງເຂັ້ມງວດ; ໃຫ້ເອົາໃຈໃສ່ຄົ້ນຫາຜູ້ຕິດເຊື້ອມາປິ່ນປົວ ແລະ ຄົ້ນຫາຜູ້ໃກ້ຊິດຜູ້ຕິດເຊື້ອມາເກັບຕົວຢ່າງ ພ້ອມຈຳກັດບໍລິເວນ, ພ້ອມນີ້ສືບຕໍ່ສັກວັກແຊງໃຫ້ກຸ່ມເປົ້າໝາຍໃຫ້ບັນລຸຄາດໝາຍ; ເປີດຮ້ານຕັດຜົມ, ຮ້ານເສີມສວຍ ໃຫ້ຕັດແຕ່ຜົມ ແລະ ສະຜົມ ພ້ອມເຮັດເລັບ. ບໍ່ໃຫ້ນວດໜ້າ, ແລະ ຄວັດຂີ້ຫູ ຜູ້ຕັດ ແລະ ຜູ້ໄປໃຊ້ບໍລິການຕ້ອງປະຕິບັດມາດຕະການປ້ອງກັນ; ສ່ວນຕະຫຼາດນັດແຄມຂອງສວນເຈົ້າອານຸວົງ ແລະ ບ່ອນອື່ນໆ ແມ່ນໃຫ້ເປີດບໍ່ໃຫ້ເກີນ 22:00

ໂມງ.ທ່ານໃດຈະໄປອອກກຳລັງກາຍນອກສະຖານທີ່ ແມ່ນໃຫຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ; ຫ້າມຕັ້ງວົງຊຸມແຊວທາດເຫຼົ້າ; ຫ້າມຂາຍເຄື່ອງຢູ່ສະໜາມຫຼວງເດັດຂາດ; ບໍ່ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ; ການເດີນທາງເຂົ້າອອກ ນວ ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດແຕ່ລະຂັ້ນ; ສຳລັບທ່ານໃດທີ່ເປັນປະຊາຊົນທົ່ວໄປຈະເດີນທາງເຂົ້າອອກນະຄອນຫຼວງວຽງຈັນແມ່ນໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງມີໃບຢັ້ງຢືນການສັກວັກແຊງຄົບ 2 ເຂັ້ມມາຢືນຢັນ.

ຫາກແມ່ນນັກການທຸດ ແລະ ຊຽວຊານ ແລະ ວິຊາການ ແມ່ນໃຫ້ມີໃບສະເໜີຈາກອົງການ ແລະ ສະຖານທູດຂອງຕົນ, ຈາກອົງການຈັດຕັ້ງຂອງຕົນ ; ເຮືອທີ່ອອກໄປທຳການຜະລິດ ແລະ ຊອກກິນ ແມ່ນອະນຸຍາດແຕ່ 8:00-18:00 ໂມງ; ການຂົນສົ່ງທຸກປະເພດ ຜູ້ໂດຍສານຕ້ອງໄດ້ຮັບວັກແຊງຄົບ 2 ເຂັ້ມ, ບ່ອນນັ່ງຕ້ອງຈັດໃຫ້ຫ່າງກັນຢ່າງໜ້ອຍ 1 ແມັດ ພ້ອມແທກອຸນຫະພູມ ແລະ ໃສ່ຜ້າປິດປາດ-ດັງ.ທ່ານກ່າວຕື່ມວ່າ: ຫາກບຸກຄົນ, ນິຕິບຸກຄົນໃດຫາກລະເມີດມາດຕະການທີ່

ກ່າວມານັ້ນແມ່ນຈະຖືກປັບໃໝ່ດັ່ງນີ້: ຫາກບຸກຄົນລະເມີດຈະຖືກປັບໃໝ່ 500.000 ເຖິງ 3.000.000 ກີບຕໍ່ຄົນຕໍ່ຄັ້ງ; ຫາກເປັນນິຕິບຸກຄົນລະເມີດຈະຖືກປັບໃໝ 5.000.000 -10.000.000 ກີບຕໍ່ຄັ້ງ ໂດຍໃຫ້ກຳລັງ ປກສ ສົມທົບກັບໜ່ວຍງານກ່ຽວຂ້ອງຕິດຕາມ, ກວດກາ ເລີ່ມຈາກການສຶກສາອົບຮົມ, ປັບໃໝ, ສັ່ງໂຈະກິດຈະການ ແລະ ຈົນເຖິງການດຳເນີນຄະດີຕາມລະບຽບກົດໝາຍແຕ່ເບົາຫາໜັກ.

ShareTweetShare
Next Post
ວັກຊີນ ຊິໂນຟາມ ສາມາດສັກໃຫ້ຜູ້ສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈໍາຕົວໄດ້ແລ້ວ

ວັກຊີນ ຊິໂນຟາມ ສາມາດສັກໃຫ້ຜູ້ສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈໍາຕົວໄດ້ແລ້ວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...