ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ວັນທີ 12 ມີຖຸນາ 2021 ນີ້ ເຈົ້າໜ້າທີ່ຕຳຫຼວງທ່ອງທ່ຽວ ຫ້ອງສັນຕິບານ ປກສ ນວ ໄດ້ກວດເຈົ້າຂອງ.

ກິດຈະການຮ້ານນວດ ສະປາ ຢູ່ບ້ານອຸບມົງ ເມືອງສີໂຄດຕະບອງ ນວ ລັກເປີດໃຫ້ບໍລິການນວດແຜນບູຮານ ແລະ ນວດນ້ຳມັນຜ່ອນຄາຍໃຫ້ລູກຄ້າທົ່ວໄປ ໃນນີ້ມີເຈົ້າຂອງຮ້ານ ແລະ ພະນັກງານ ນວດທັງໝົດ 5 ຄົນ (ເພດຍິງ).

ຮ້ານດັ່ງກ່າວ ໄດ້ມີອະນຸຍາດຖືກຕ້ອງຄົບຖ້ວນ ແຕ່ເປັນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ພະນັກງານນວດ ກັບບ້ານບໍ່ໄດ້ ເຈົ້າຂອງຮ້ານ ມີພາລະແບກຮາບຄ່າໃຊ້ຈ່າຍ ເລີຍຕັດສິນໃຈລັກເປີດຮ້ານໃຫ້ບໍລິການ
ຕໍ່ກັບເຈົ້າຂອງຮ້ານ ແລະ ພະນັກງານນວດຈຳນວນ 5 ຄົນ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ຕໍ່ການລະເມີດຂອງຮ້ານພ້ອມທັງແນະນຳຊີ້ແຈ້ງໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ.

ຂ່າວ : ປກສ ນະຄອນຫຼວງ
Discussion about this post