ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 4, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຮອງເຈົ້າແຂວງ ແຂວງວຽງຈັນ ເຄື່ອນໄຫວຊີ້ນໍາວຽກງານຢູ່ເມືອງທຸລະຄົມ.

Staff by Staff
ເດືອນມີນາ 15, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຮອງເຈົ້າແຂວງ ແຂວງວຽງຈັນ ເຄື່ອນໄຫວຊີ້ນໍາວຽກງານຢູ່ເມືອງທຸລະຄົມ.

ຂປລ. ແຫລ່ງຂ່າວຈາກເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 14 ມິຖຸນາ 2021 ນີ້, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ປະທານຄະນະກໍາມະການເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ ຂອງແຂວງວຽງຈັນ ໄດ້ເຄື່ອນໄຫວວຽກງານຢູ່ເມືອງທຸລະຄົມ ພ້ອມຄະນະ ປະກອບມີ ຫົວໜ້າຂະແໜງຊົນລະປະທານ, ບັນດາຂະແໜງກ່ຽວຂ້ອງຂອງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍການຕ້ອນຮັບ ຂອງ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ, ທ່ານ ຄໍາຫລ້າ ວົງສີປະສົມ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍວິຊາການໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ. ການລົງເຄື່ອນໄຫວເຮັດວຽກຂອງ ທ່ານຮອງເຈົ້າແຂວງວຽງຈັນ ຄັ້ງນີ້, ກໍເພື່ອລົງໄປກວດກາການປ້ອງກັນເວນຍາມຂອງບ້ານນາແພງ, ຊຸກຍູ້ແພດໝໍຢູ່ໂຮງໝໍນ້ອຍບ້ານດັ່ງກ່າວ, ຮັບຟັງການລາຍງານຂໍ້ມູນເພີ່ມເຕີມຈາກໜ່ວຍງານວິຊາສະເພາະ ແລະ ໄດ້ແນະນໍາໃຫ້ຄະນະສະເພາະກິດຂອງເມືອງ ໃຫ້ເພີ່ມທະວີການຍົກລະດັບມາດຕະການປ້ອງກັນ, ການເຝົ້າລະວັງພະຍາດໂຄວິດ-19 ໂດຍສະເພາະ ໃຫ້ເອົາໃຈໃສ່ເປັນພິເສດຕໍ່ຄອບຄົວຂອງຜູ້ຕິດເຊື້ອ, ຄອບຄົວຜູ້ພົວພັນໃກ້ສິດທີ່ມີຄວາມສ່ຽງ.

ຕໍ່ກັບກໍລະນີເດັກນ້ອຍຕິດເຊື້ອໂຄວິດ-19 ຊື່ ທ້າວ ສະກາຍ ແລະ ກຸ່ມສຽງຢູ່ນາແພງນັ້ນ ຄະນະສະເພາະກິດຂອງເມືອງ ໄດ້ລາຍງານໃຫ້ຮັບຊາບ ແລະ ປະສານສົມທົບລາຍງານໃຫ້ຄະນະສະເພາະກິດຂອງແຂວງ ພາຍຫລັງຮູ້ວ່າມີກໍລະນີຕິດເຊື້ອຢູ່ບ້ານນາແພງໃນວັນທີ 13 ມິຖຸນາ 2021 ຜ່ານມາ, ທາງການຂອງເມືອງທຸລະຄົມ ໄດ້ຮີບຮ້ອນຊີ້ນໍາໃຫ້ປິດການເຂົ້າອອກບ້ານ ໃນມື້ດຽວກັນ ແລະ ໄດ້ອອກແຈ້ງການເປັນລາຍລັກອັກສອນໃນວັນທີ 14 ມິຖຸນາ 2021, ພ້ອມນີ້, ຂະແໜງ ສາທາລະນະສຸກທຸກຂັ້ນ ກໍໄດ້ສົມທົບກັນຢ່າງກົມກຽວ ໂດຍມອບໃຫ້ຫ້ອງການສາທາລະນະສຸກເມືອງເປັນໃຈກາງ ປະສານງານກັບພາກສ່ວນຕ່າງໆ ແລະ ໄດ້ຮີບຮ້ອນເຂົ້າຊ່ວຍເຫລືອແນະນໍາ ແລະ ໃຫ້ຄໍາປຶກສາຄອບຄົວດັ່ງກ່າວຢ່າງໄວວາ, ພ້ອມທັງໄດ້ແນະນໍາໃຫ້ທຸກຄົນໃນຄອບຄົວດັ່ງກ່າວກັກຕົນເອງຢູ່ເຮືອນຕິດຕາມອາການ, ກວດສຸຂະສຶກສາເບື້ອງຕົ້ນ ແລະ ໄດ້ເກັບຕົວຢ່າງຜູ້ພົວພັນໃກ້ຊິດທັງໝົດ 12 ຕົວຢ່າງ ໄປກວດຢູ່ໂຮງໝໍແຂວງວຽງຈັນ, ແຕ່ຜົນກວດໃນ 7 ຄົນແມ່ນຜົນອອກມາເປັນລົບ ແລະ ອີກ 5 ຄົນແມ່ນຍັງລໍຖ້າຜົນກວດ.

ຈາກນັ້ນ, ທ່ານຮອງເຈົ້າແຂວງວຽງຈັນ ກໍໄດ້ລົງໄປເບິ່ງເນື້ອທີ່ທໍາການຜະລິດນາປີຂອງພໍ່ແມ່ປະຊາຊົນຢູ່ເຂດບ້ານປາກຫາງ, ບ້ານນາແພງ, ບ້ານໄຮຢ່ອນ, ບ້ານໜອງພົງ ເຊື່ອມຕໍ່ບ້ານໂພນຄໍາ ເຊິ່ງບໍລິເວນບ້ານດັ່ງກ່າວແມ່ນຖືກນໍ້າຖ້ວມໃນເນື້ອທີ່ຫລາຍພໍສົມຄວນ, ເຊິ່ງສາເຫດເນື່ອງມາຈາກຜົນກະທົບຂອງພະຍຸລະດູຝົນ ໂດຍທ່ານໄດ້ຊີ້ນໍາໃຫ້ການນໍາເມືອງ ແລະ ຂະແໜງການກ່ຽວຂ້ອງ ຂຸ້ນຂ້ຽວຊອກຫາວິທີ ລະບາຍນໍ້າໃຫ້ໄຫລໄດ້ດີກວ່າເກົ່າ ແລະ ໃຫ້ເລັ່ງສັງລວມເນື້ອທີ່ການຜະລິດນາປີ, ເນື້ອທີ່ປູກພືດ, ຄັງປູກຫຍ້າ ແລະ ສັດລ້ຽງ ທີ່ຖືກນໍ້າຖ້ວມ ເພື່ອໃຫ້ມີຕົວເລກຜົນເສຍຫາຍທີ່ຊັດເຈນ ແລ້ວລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພາກສ່ວນກ່ຽວຂ້ອງຮັບຊາບ ເພື່ອມີທິດຊີ້ນໍາ.

ພາບ-ຂ່າວ: ຫ້ອງການ ຖວທ ເມືອງທຸະຄົມ

ShareTweetShare
Next Post
ດ່ວນ ພົບຄົນຈົມນ້ຳເສຍຊີວິດ 01 ຄົນ ໄຊຍະບູລີ.

ດ່ວນ ພົບຄົນຈົມນ້ຳເສຍຊີວິດ 01 ຄົນ ໄຊຍະບູລີ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ດວງເຮັງແທ້!. ແຕກອີກແລ້ວ ເດິ້ ເລກ​ 5 ກັບ​ 6 ໂຕ​

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເຫັນດີນຳເດີ້…! ອີງຕາມຂໍ້ຕົກລົງ ເລກທີ 581 ສັ່ງຮື້ຖອນ ສິ່ງປຸກສ້າງອອກຈາກທາງນໍ້າຊອງ ເພື່ອຄວາມເປັນລະບຽບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...