ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຊີ້ແຈງ ອາການຕັດຂາ ຂອງຜູ້ຕິດເຊື້ອ​ ໂຄວິ​ດ ພ້ອມອາການສ່ຽງທີ່ຈະເກີດຂຶ້ນຫຼັງຕິດໂຄວິດ

Staff by Staff
ເດືອນມີນາ 8, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເນື່ອງໃນໂອກາດທີ່ ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຮ່ວມຖະແຫຼງຂ່າວ ໃນວັນທີ 8 ມິຖຸນາ 2021 ກ່າວວ່າ: ສຳລັບຄົນເຈັບຕິດເຊື້ອໂຄວິດ-19 ທີ່ຖືກຕັດຂານັ້ນ ແມ່ນເພດຍິງ ອາຍຸ 65 ປີ, ມີພະຍາດປະຈຳໂຕເປັນເບົາຫວານ ແລະ ຄວາມດັນ, ຕໍ່ມາກວດພົບເປັນເສັ້ນເລືອດຕີບໃນສະໝອງ, ມີການອ່ອນແຮງຢູ່ແຂນ, ຂາ ເບື້ອງຊ້າຍ, ພ້ອມເກີດມີກ້ອນເລືອດກ້າມໄປອຸດຕັນຢູ່ລຸ່ມຫົວເຄົ່າເບື້ອງຊ້າຍ ຈົນມາຮອດວັນທີ 2 ມິຖຸນາ ທີມແພດໝໍຈຶ່ງກອບກູ້ເອົາຊີວິດຜູ້ກ່ຽວດ້ວຍການຕັດຂາເບື້ອງທີ່ມີບັນຫານັ້ນ.

ພາຍຫຼັງທີ່ເກີດມີການລະບາດຂອງເຊື້ອພະຍາດໂຄວິດ-19 ມີຫຼາຍປະເທດໄດ້ມີການຄົ້ນຄວ້າ ກ່ຽວກັບອາຫານສ່ຽງ ຫຼື ອາການສົນ ໂດຍມີ 65 ຫົວຂໍ້ ກ່ຽວພັນ ຫຼື ເກີດຂຶ້ນກັບຜູ້ຕິດເຊື້ອ ໂດຍຈະມີ 10 ລາຍການທີ່ພົບເລື້ອຍໆຄື: ໃນ 65 ຫົວຂໍ້ ມີ 31 ຫົວຂໍ້ແມ່ນກ່ຽວກັບການເສຍຫາຍຂອງປອດ; ໃນ 28 ຫົວຂໍ້ ແມ່ນເກີດເລືອດກ້າມເປັນກ້ອນຢູ່ໃນເສັ້ນເລືອດດຳ, ເສັ້ນເລືອດນິ້ງ ແລະ ເສັ້ນເລືອດເຕັ້ນ; ແລະ ໃນ 26 ຫົວຂໍ້ ພົບວ່າມີບັນຫາທາງດ້ານຫົວໃຈ; ໃນ 23 ຫົວຂໍ້ແມ່ນອຸປະຕິເຫດເສັ້ນເລືອດໃນສະໝອງ; ໃນ 20 ຫົວຂໍ້ພົບວ່າມີບັນຫາທາງດ້ານລະບົບປະສາດ; ໃນ 9 ຫົວຂໍ້ພົບວ່າມີບັນຫາໝາກໄຂ່ຫຼັງ; ໃນ 4 ຫົວຂໍ້ພົບມີບັນຫາດ້ານຕັບ; ອີກ 4 ຫົວຂໍ້ແມ່ນມີບັນຫາດ້ານສຸຂະພາບຈິດ, ຈຸລັງສະໝອງ, ກ້ອນເລືອດນ້ອຍອຸດຕັນ.

ສ່ວນສະມາຄົມແພດຫົວໃຈ ໄດ້ຄົ້ນຄວ້າ ພົບວ່າ 1/3 ຂອງຜູ້ທີ່ມີອາການໜັກ ມັກຈະເກີດອາການກ້ອນເລືອດອຸດຕັນຈຸດໃດໜຶ່ງຂອງຮ່າງກາຍ ແລ້ວຈຸດທີ່ຢູ່ລຸ່ມບ່ອນອຸດຕັນບໍ່ສາມາດມີເລືອດໄປລ້ຽງໄດ້ກໍ່ຈະເຮັດໃຫ້ສ່ວນດັ່ງກ່າວເສຍຫາຍໄປ; ອີກການຄົ້ນຄວ້າ ຈາກຄົນເຈັບທີ່ຕິດເຊື້ອໂຄວິດ ທັງໝົດ 1.419 ຄົນ ທີ່ບໍ່ມີອາການສະແດງ ມາຕິດຕາມ ພົບວ່າ ໃນຈຳນວນທັງໝົດ ມີ 121 ຄົນ ທີ່ມີປັດໄຈສ່ຽງພາໃຫ້ເກີດເປັນກ້ອນເລືອດອຸດຕັນ ອາຍຸສະເລ່ຍກຸ່ມຄົນດັ່ງກ່າວ ແມ່ນ 53 ປີ ພົບວ່າເສັ້ນເລືອດອຸດຕັນຫຼາຍທີ່ສຸດແມ່ນຢູ່ຈຸດບີແຂ່ງ, ຮອງມາແມ່ນຮອຍພັບກ້ອງຫົວເຄົ່າ ແລະ ຈຸດເທິງຫົວເຄົ່າ ແລະ ແອບແອຂາ, ຖັດມາກໍ່ຈະແມ່ນຢູ່ເສັ້ນເລືອດໃຫຍ່ ທີ່ເປັນກ້ອນເລືອດອຸດຕັນ ໃນນັ້ນ 58,8% ມັກເປັນເບື້ອງດຽວ, 83,87% ເປັນ ທັງ 2 ເບື້ອງ.

ທີມແພດຕ່າງປະເທດໄດ້ຄົ້ນຄວ້າອີກວ່າກຸ່ມສ່ຽງທີ່ເປັນເສັ້ນເລືອດໃນສະໝອງຕີບ ມັກຈະເກີດມີອາການເລືອດກ້າມອຸດຕັນອະໄວຍະວະສ່ວນໃດໜຶ່ງໃນຮ່າງກາຍ ໂດຍສະເພາະເບື້ອງທີ່ບໍ່ຄ່ອຍເໜັງຕີງ ແລະ ຈະພົບເຫັນຫຼັງເກີດອາການເສັ້ນເລືອດໃນສະໝອງຕີບ ພາຍໃນ 2-7 ວັນ ແລະ ຈະເກີດຫຼາຍທີ່ສຸດແມ່ນບີແຂ່ງ ແລະ ກ້ອງຫົວເຄົ່າ ເຊິ່ງຄົນເຈັບຕິດເຊື້ອຂອງຄົນລາວທີ່ຖືກຕັດຂາກໍ່ຖືກຕ້ອງໃນຕຳລາ. ເຖິງຢ່າງໃດກໍ່ຕາມພາຍຫຼັງທີ່ຜູ້ກ່ຽວໄດ້ຕັດຂາໄປແລ້ວ ທາງທີມວິຊາສະເພາະເຮົາກໍ່ຈະເອົາໃຈໃສ່ແນະນຳ ແລະ ໃຫ້ຄູ່ມືກັບແພດໝໍ ພ້ອມກັບຜູ້ກ່ຽວເພື່ອຈະນຳໄປບໍາບັດພາຍຫຼັງຖືກຕັດຂາແລ້ວ ເພື່ອເຮັດແນວໃດຈະຊ່ວຍໃຫ້ຜູ້ກ່ຽວສາມາດໃສ່ຂາທຽມໄດ້.

ShareTweetShare
Next Post
ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ສາທາ ມີຄວາມພ້ອມເພື່ອຊ່ວຍເຫຼືອສຸກເສີນດ້ານສຸຂະພາບ ພາຍຫຼັງນໍ້າຖ້ວມ
  • ຂ່າວເສົ້າສະຫຼົດ ເຫດລັ່ນໄກປືນ ປິດຊີບເມຍຄາຖຽງໄຮ່
  • ສາວງາມ ປະກາດຮັບສະໝັກຄົນມາເຝົ້າເຮືອນ ໃຫ້ເງິນເດືອນ 800ໂດລາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...