ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76

Staff by Staff
ເດືອນມີນາ 8, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ກອງປະຊຸມໄດ້ມີການເລືອກຕັ້ງເອົາປະທານ-ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ເລືອກຕັ້ງເອົາປະທານຂອງ 6 ຄະນະກໍາມະການຫຼັກຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 76. ໃນການເລືອກຕັ້ງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໄດ້ມີຜູ້ລົງສະຫມັກສອງທ່ານຄື:

ໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2021 ທີ່ ສຳນັກງານໃຫຍ່ ອົງການ ສປຊ ທີ່ນະຄອນນິວຢອກ, ສ. ອາເມລິກາ ໄດ້ມີກອງປະຊຸມແບບເປີດກວ້າງຂອງ ສະມັດຊາໃຫຍ່ ສປຊ ສະໄໝທີ 75 ຄັ້ງທີ 72, ພາຍໃຕ້ການເປັນປະທານຂອງທ່ານ ໂວນຄານ ບອສເກີ (Volkan Bozkir), ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 75. ໃນນັ້ນ,

ທ່ານ Zalmai Rassoul, ອະດີດລັດຖະມົນຕີການຕ່າງປະເທດ ອັຟການິສຖານ ແລະ ທ່ານ Abdulla Shahid (ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ມາວດິບ) ໂດຍຜ່ານການປ່ອນບັດແບບປິດລັບ. ຜົນການເລືອກຕັ້ງແມ່ນ ທ່ານ Abdulla Shahid ໄດ້ຮັບເລືອກຕັ້ງໃຫ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76. ພ້ອມກັນນັ້ນ, ກໍ່ໄດ້ມີການເລືອກຕັ້ງເອົາຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈໍານວນ 21 ປະເທດ ເຊິ່ງເປັນຕົວແທນຈາກແຕ່ລະພາກພື້ນ ບວກກັບສະມາຊິກຖາວອນຂອງສະພາຄວາມຫມັ້ນຄົງ ສປຊ, ໃນນັ້ນ

ຈາກພາກພື້ນອາຊີ-ປາຊີຟິກ ມີ 4 ປະເທດໄດ້ຮັບເລືອກຄື: ບັງກະລາເດັດ, ກູເວດ; ສປປ ລາວ ແລະ ຟິລິບປິນ. ການເຮັດຫນ້າທີ່ ຂອງ ປະທານ ແລະ ຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະເລີ້ມຈາກ ເດືອນກັນຍາ 2021 ຫາ ເດືອນກັນຍາ 2022, ເຊິ່ງເປັນໄລຍະທີ່ມີຄວາມຫມາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມສາກົນມີການຜັນແປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະ ແມ່ນການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດ ໂຄວິດ-19, ຂໍ້ຂັດແຍ່ງ ທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ, ວິກິດການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ.

ການປະຕິບັດຫນ້າທີ່ດັ່ງກ່າວ ຍິ່ງຈະຕ້ອງໄດ້ເພີ້ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນໃນທ່າມກາງສະພາບທີ່ມີການຜັນແປຕະຫລອດເວລາ, ຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ, ໂປ່ງໄສ ແລະ ອີງຕາມກົດລະບຽບການດໍາເນີນຂອງ ສະມັດຊາໃຫຍ່ ສປຊ, ລວມທັງການປຶກສາຫາລືຮ່ວມກັບ ປະເທດສະມາຊິກ ສປຊ ກ່ຽວກັບ ບັນຫາສໍາຄັນຕ່າງໆ ທີ່ບໍ່ສາມາດຄາດຄະເນ ລ່ວງຫນ້າໄດ້ ເຊັ່ນ: ການລິເລີ້ມ ແລະ ດໍາເນີນການເຈລະຈາ ບັນດາຮ່າງຖະແຫຼງການ ແລະ ຮ່າງຍັດຕິຕ່າງໆ, ການປຶກສາຫາລື ແລະ ການຈາລະຈາລະຫວ່າງລັດຖະບານ ວ່າດ້ວຍການປະຕິຮູບສະພາຄວາມໝັ້ນຄົງ ສປຊ ປະຈໍາປີ 2022 ແລະ ກອງປະຊຸມຂອງຄະນະກໍາມະການສະເພາະກິດ ວ່າດ້ວຍການປະຕິຮູບສະມັດຊາໃຫຍ່ ສປຊ ປະຈໍາປີ 2022 ແລະ ການເຮັດໜ້າທີ່ສໍາຄັນອື່ນໆ ໂດຍອີງຕາມການມອບໝາຍຂອງ ປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76.

ສະມັດຊາໃຫຍ່ ສປຊ ແມ່ນຫນຶ່ງໃນ 6 ອົງກອນຫລັກ ຂອງ ສປຊ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍພາຍໃຕ້ກົດບັດຂອງ ສປຊ ໃນປີ 1945, ມີບົດບາດຕັດສິນ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງໂລກ, ທັງເປັນເວທີໃນການຖະແຫລງດ້ານນະໂຍບາຍ ຂອງບັນດາ 193 ປະເທດສະມາຊິກ ສປຊ. ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງ ໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 50, ໃນປີ 1995.

ShareTweetShare
Next Post
ສຳເລັດແລ້ວ ອຸໂມງ​ແຫ່ງສຸດທ້າຍ ຂອງເສັ້ນທາງລົດໄຟລາວ-ຈີນ

ສຳເລັດແລ້ວ ອຸໂມງ​ແຫ່ງສຸດທ້າຍ ຂອງເສັ້ນທາງລົດໄຟລາວ-ຈີນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...