ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 22, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກຽມໄປປິ່ນປົວພະຍາດຕາຂຸ້ນບໍ່ເສຍຄ່າ ທີ່ນະຄອນຫຼວງວຽງຈັນ ແລະທົ່ວປະເທດ

Staff by Staff
ເດືອນມີນາ 5, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໂຄງການປິ່ນປົວພະຍາດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າຄາດວ່າຈະເລີ່ມດໍາເນີນການຢູ່ທີ່ນະຄອນຫຼວງວຽງຈັນ ໃນ 6 ເດືອນທ້າຍປີນີ້ ທັງຍັງຈະສືບຕໍ່ດໍາເນີນວຽກງານນີ້ຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດລາວ ພາຍຫຼັງການແຜ່ລະບາດໂຄວິດ-19 ສິ້ນສຸດລົງ.

ທ່ານ ລຽງເຈິ້ນຢິ່ງ ປະທານມູນນິທິຊົມໃຊ້ຮ່ວມກັນ (GX Foundation) ຂອງ ສປ ຈີນ ກ່າວໃນພິຖີຖະແຫຼງຂ່າວ ທີ່ນະຄອນຫຼວງວຽງຈັນເມື່ອວັນທີ 4 ມິຖຸນາ 2021.

ສໍາລັບບຸກຄົນໃດທີ່ມີພະຍາດແກ່ນຕາຂຸ້ນທີ່ເບິ່ງບໍ່ເຫັນ ຈະສາມາດເຂົ້າເຖິງການບໍລິການ ແລະໄດ້ຮັບການຮັກສາໃຫ້ຫາຍຂາດໄດ້ໃນໄວໆນີ້ ດ້ວຍອຸປະກອນຜ່າຕັດທາງການແພດທີ່ທັນສະໄໝ ແລະຮັບປະກັນຄວາມປອດໄພ ເຊິ່ງໃຊ້ເວລາພຽງ 30 ນາທີໃນການຜ່ານຕັດ, ທີ່ສໍາຄັນການຜ່າຕັດແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ເພາະເປັນການຊ່ວຍເຫຼືອຈາກມູນນິທິຊົມໃຊ້ຮ່ວມກັນຂອງ ສປ ຈີນ

ໂດຍການນໍາໃຊ້ລົດປິ່ນປົວເຄື່ອນທີ່ຈໍານວນ 2 ຄັນ ພ້ອມກັບຊ່ຽວຊານການແພດຈາກ ສປ ຈີນຈໍານວນໜຶ່ງ ພາຍຫຼັງສະຖານະການໂຄວິດ-19 ເບົາບາງລົງ ແລະຄາດວ່າ 5 ປີຂ້າງໜ້າ ຈະສາມາດປິ່ນປົວຜູ້ທີ່ເປັນພະຍາດແກ່ນຕາຂຸ້ນໃນ ສປປ ລາວໃຫ້ໝົດໄປ. ນອກຈາກນີ້, ຜູ້ປ່ວຍທີ່ເປັນພະຍາດແກ່ນຕາຂຸ້ນຈະໄດ້ຮັບການປະເມີນເງື່ອນໄຂທາງສະພາບຮ່າງກາຍໂດຍຊ່ຽວຊານການແພດ ກ່ອນດໍາເນີນການຜ່າຕັດໜ່ວຍຕາທຸກຄັ້ງ.

ຕາມຂໍ້ມູນຍັງໃຫ້ຮູ້ວ່າ: ໂຄງການຊ່ວຍເຫຼືອປິ່ນປົວພະຍາດແກ່ນຕາຂຸ້ນ ແມ່ນເປັນການຜັນຂະຫຍາຍແຜນແມ່ບົດ 5 ປີ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມູນນິທິຊົມໃຊ້ຮ່ວມກັນໄດ້ເຊັນບົດບັນທຶກການຮ່ວມມືກັບກະຊວງສາທາລະນະສຸກຂອງລາວໃນລະຫວ່າງທ້າຍປີ 2019.ປະຈຸບັນ, ລົດເຄື່ອນທີ່ທັງສອງຄັນ ແລະທິມງານຊ່ຽວ ຊານປິ່ນປົວຊຸດທໍາອິດໄດ້ກະກຽມສໍາເລັດແລ້ວ,

ພາຍຫຼັງສະພາບ ໂຄວິດ-19 ໄດ້ຈາງຫາຍລົງແລ້ວ ຈະຮີບຮ້ອນແຕ່ງຕັ້ງມາລາວເພື່ອຊ່ວຍເຫຼືອແພດໝໍລາວໃນການຜ່າຕັດ.

ມູນິທິ GX ເປັນອົງການການກຸສົນຂອງ ສປ ຈີນທີ່ບໍ່ຫວັງຜົນກຳໄລ, ມີສຳນັກງານໃຫຍ່ຕັ້ງຢູ່ຮົງກົງ ໂດຍມີຈຸດປະສົງດໍາເນີນວຽກງານປິ່ນປົວພະຍາດສາຍຕາຂຸ້ນ, ຄວບຄຸມພະຍາດທີ່ເກີດຈາກ vector

ນອກນັ້ນ, ຍັງກວມເອົາວຽກງານການຄວບຄຸມຄວາມສ່ຽງໄພພິບັດສຸກເສີນທາງດ້ານສຸຂະພາບ, ລວມໄປເຖິງການຮ່ວມມືກັບສາກົນ ແລະການຖ່າຍທອດຄວາມຮູ້ໃຫ້ກັບຊຸມຊົນ ເພື່ອການຊ່ວຍເຫຼືອດ້ານມະນຸດສະທຳ, ດ້ານສາທາລະນະສຸກ ຕາມຂໍ້ລິເລີ່ມໂຄງການຍຸດທະສາດ (ໜຶ່ງແລວ ໜຶ່ງເສັ້ນທາງ) ຂອງ ສປ ຈີນ.

ພາບ-ຂ່າວ: CRI.

ShareTweetShare
Next Post
ຂ່າວດີ ! ວັກຊີນປ້ອງກັນໂຄວິດ Pfizer ເຂັມ 1 ຈະເປີດໃຫ້ບໍລິການສັກ ໃນວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ

ຂ່າວດີ ! ວັກຊີນປ້ອງກັນໂຄວິດ Pfizer ເຂັມ 1 ຈະເປີດໃຫ້ບໍລິການສັກ ໃນວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫຼີນ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...