👏 ຂ່າວດີ ! ວັກຊີນປ້ອງກັນໂຄວິດ Pfizer ເຂັມ 1 ຈະເປີດໃຫ້ບໍລິການສັກ ໃນວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ (ສະເພາະ ຢູ່ນະຄອນຫຼວງວຽງຈັນ) !

ຂ່າວດີ ! ວັກຊີນປ້ອງກັນໂຄວິດ Pfizer ເຂັມ 1 ຈະເປີດໃຫ້ບໍລິການສັກ ໃນວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ (ສະເພາະ ຢູ່ນະຄອນຫຼວງວຽງຈັນ) !ໃນໄລຍະປະຈຸບັນ ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ 19 ເຂັມທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັ້ມທີ 2 ຕາມກໍານົດເວລາ.
ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີ່ມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ.
ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂື້ນໄປ, ສໍາລັບນະຄອນຫຼວງວຽງຈັນການສັກຢາວັກຊີນເຂັມທີ 1 ຊະນິດ Pfizer ຈະໄດ້ເລີ່ມຕົ້ນສັກວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ.ກຸ່ມເປົ້າຫມາຍບຸລິມະສິດແມ່ນ ຜູ້ອາຍຸ60 ປີຂື້ນໄປ ແລະ ຜູ້ມີພະຍາດປະຈໍາຕົວ.
Discussion about this post