ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 20 ສິງຫາ
2020
ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ
• ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1,927 ຄົນ:
- ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,048 ຄົນ (ແຮງງານລາວກັບມາແຕ່ໄທ 95 ຄົນ);
- ຈຸດຜ່ານດ່ານລາວ – ຈີນ 42 ຄົນ, ໃນນີ້ມີ ແຮງງານຈີນ 18 ຄົນ, ແຮງງານລາວ 04 ຄົນ, ເຫຼືອ
ນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ 20 ຄົນ; - ຈຸດຜ່ານດ່ານລາວ – ຫວຽດນາມ 835 ຄົນ, ໃນນີ້ ນັກສຶກສາລາວ 12 ຄົນ ແລະ ພະນັກງານ
ວິຊາການຫວຽດນາມ 29 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ, ນັກສຶກສາລາວ 04 ຄົນ
ຜ່ານດ່ານນໍ້າກັ່ນ, ແຂວງຊຽງຂວາງ, ແຮງງານຫວຽດນາມ 04 ຄົນ ຜ່ານດ່ານລະໄລ, ແຂວງ
ສາລະວັນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ;
3 - ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ, ທັງໝົດ ແມ່ນ ຄົນຝຣັ່ງ 02 ຄົນ;
- ເດີນທາງຜ່ານສະໜາມບິນສາກົນວັດໄຕ 00
ຄົນທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານ ທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
Discussion about this post