ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 30, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຢ່າຖືເບົາ! ມື້ນີ້ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 9ກໍລະນີ ຍັງມີຜູ້ຕິດເຊື້ອໃນຊຸມຊົນຢູ່ manager by manager June 3, 2021

Staff by Staff
ເດືອນມີນາ 3, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຖະແຫຼງຂ່າວ ປະຈຳວັນພຸດ ວັນທີ 03 ມີຖຸນາ ປີ 2021 ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 9ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 6ຄົນ, ສະຫວັນນະເຂດ 2ຄົນ ແລະ ຈໍາປາສັກ 1ຄົນ.

ໃນວັນທີ 3 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ:ໃນວັນທີ 2 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.725 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 9 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນ 6ກໍລະນີ, ສະຫວັນນະເຂດ 2ກໍລະນີ ແລະ ຈໍາປາສັກ 1ກໍລະນີ.

ສັງລວມແລ້ວ ມາຮອດປະຈຸບັນ ສ ປປ ລາວ ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ສະສົມ ທັງໝົດ 1.943 (ໃໝ່ 9 ກໍລະນີ ໃນນີ້ຈາກນະຄອນຫຼວງວຽງຈັນ 6 ກໍລະນີ, ຈໍາປາສັກ 1 ກໍລະນີ ແລະ ສະຫວັນນະເຂດ 2 ກໍລະນີ ເຊິ່ງແມ່ນກໍລະນີນໍາເຂົ້າ ເຫຼືອນັ້ນ 06ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນນະຄອນຫຼວງວຽງຈັນ); ຄົນເຈັບເສຍຊີວິດ 3 ກໍລະນີ (ໃໝ່ 0) , ປີ່ນປົວຫາຍດີທັງໝົດ 1.654 ກໍລະນີ (ໃໝ່ 17).

ທັ້ງນີ້, ລາຍລະອຽດກ່ຽວກໍລະນີຕິດເຊື້ອໃໝ່ 9 ຄົນ (ກໍລະນີຢັ້ງຢືນທີ 1935 -1943) ມີດັ່ງນີ້:ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ:

ວັນທີ 22/5/2021-23/5/2021 ແລະ ວັນທີ 29/05/2021: ໄປສວນ ຢູ່ບ້ານສິມມະໂນເວລາ 16:00-17:00 ໂມງ ຂອງວັນທີ 30/5/2021: ໄປຕະຫລາດສີຂຽວ ບ້ານດອນກອຍ.

ເວລາ 16:00-17:00 ໂມງ ຂອງວັນທີ 02/06/2021: ໄປຕະຫລາດສະພານທອງ ແລະ ຕະຫລາດໂຮງງານ ບ້ານໂພນປ່າເປົ້າ.

ວັນທີ 27/05/2021 ແລະ

ວັນທີ 30/05/2021: ໄປຫ້ອງແຖວຫຼັງຕະຫລາດໂພນສະຫວ່າງ

ວັນທີ 27/05/2021: ໄປເອົາເຄື່ອງ ຢູ່ເຮືອນໝູ່ບ້ານຫ້ວຍຫົງ.

ວັນທີ 29/05/2021: ໄປກິນເຂົ້າເຮືອນພີ່ນ້ອງບ້ານອາມອນ.

ທ່ານ ດຣ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາ ແມ່ນມີທ່າອ່ຽງຫຼຸດລົງເລັກໜ້ອຍ ຕາມການລາຍງານໃນແຕ່ລະວັນກໍ່ຕາມ ແຕ່ ພວກເຮົາກໍ່ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ຕາມແຈ້ງການ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ.

ດັ່ງນັ້ນ, ການທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນທາງ ໄປສະຖານທີ ອື່ນໆຍັງຖືວ່າເປັນ ຍຸດທະສາດ ກໍ່ຄືມາດຕະການຫຼັກ ແລະ ສໍາຄັນໃນການຢຸດຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວ ໃນປະເທດຂອງພວກເຮົາ

ແຫຼ່ງຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ ແຫຼ່ງຄວາມຮູ້ສູ່ສັງຄົມ

ShareTweetShare
Next Post
ແຈ້ງການ! ມອດໄຟວັນທີ 5 ມິຖຸນາ 2021 ລວມ 52 ຈຸດ, ນວ ເພື່ອປັບປຸງ, ສ້ອມແປງ ແລະ ບໍາລຸງຮັກສາ

ແຈ້ງການ! ມອດໄຟວັນທີ 5 ມິຖຸນາ 2021 ລວມ 52 ຈຸດ, ນວ ເພື່ອປັບປຸງ, ສ້ອມແປງ ແລະ ບໍາລຸງຮັກສາ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...