ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຊົມເຊີຍ ! ທີມງານແພດໝໍແຂວງວຽງຈັນ ສຳເລັດການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ.

Staff by Staff
ເດືອນພຶດສະພາ 22, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຊົມເຊີຍ ! ທີມງານແພດໝໍແຂວງວຽງຈັນ ສຳເລັດການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ.

ຄືດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ການແຜ່ລະບາດຂອງພະຍາດໂຄວິດ19 ໃນຮອບທີ2 ຢູ່ ສປປ ລາວ ໄດ້ເລີ່ມຂຶ້ນໃນກາງເດືອນທີ່ຜ່ານມາ ແລະ ໄດ້ແຜ່ລະບາດມາຮອດແຂວງວຽງຈັນ.

ທາງຄະນະສະເພາະກິດຕ້ານ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ19 ແລະ ທີມງານແພດໝໍຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ, ພ້ອມດ້ວຍປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ.

ໄດ້ພ້ອມກັນບັດຕິບັດຕາມມາດຕະການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ຜູ້ຕິດເຊື້ອພະຍາດໂຄວິດ19 ຢູ່ແຂວງວຽງຈັນມີພຽງແຕ່ 18 ຄົນ, ຍິງ 11 ຄົນ ແລະ ໄດ້ເລີ່ມເຂົ້າຮັບການປິ່ນປົວຢູ່ສູນປິ່ນປົວພະຍາດໂຄວິດ19 ແຂວງວຽງຈັນ ແຕ່ວັນທີ 23 ເມສາ 2021 ເປັນຕົ້ນມາ.

ຈົນມາຮອດປະຈຸບັນນີ້ທັງ 18 ຄົນນັ້ນ ແມ່ນໄດ້ຮັບການປິ່ນປົວຫາຍດີໝົດແລ້ວ ແລະ ໄດ້ມີການມອບ-ຮັບສົ່ງກັບບ້ານເປັນ 4 ຄັ້ງ, ຄືຄັ້ງທຳອິດ ວັນທີ 7 ພຶດສະພາ 2021 ມີຈຳນວນ 3 ຄົນ.

ແລະ ຄັ້ງສຸດທ້າຍ ໃນວັນທີ 20 ພຶດສະພາ 2021. ທັງໝົດ 18 ຄົນນີ້ ແມ່ນໄດ້ສົ່ງກັບບ້ານໝົດແລ້ວ ແລະ ໄດ້ໃຫ້ສືບຕໍ່ກັກໂຕອີກ 14 ມື້. ປະຈຸບັນສູນປິ່ນປົວພະຍາດໂຄວິດ19 ແຂວງວຽງຈັນໄດ້ປິດແລ້ວ.

ຕ້ອງຂໍສະແດງຄວາມຍ້ອງຍໍຊົມເຊີຍທີມງານແພດໝໍແຂວງວຽງຈັນທີ່ມີຄວາມເອົາໃຈໃສ່ ແລະ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ19 ຢູ່ແຂວງວຽງຈັນໃຫ້ຫາຍດີໝົດແລ້ວ.

ປະຈຸບັນຄະນະສະເພາະກິດແຂວງວຽງຈັນແມ່ນໄດ້ສຸມໃສ່ຕິດຕາມ ແລະເຝົ້າລະວັງກໍລະນີທີ່ມີຄວາມສ່ຽງ ,ກຳນົດເຂດທີ່ມີຄວາມສ່ຽງ ສີແດງ, ສີເຫລືອງ ແລະ ສີຂຽວ ພ້ອມທັງສຸມໃສ່ປຸກລະດົມຊຸກຍູ້ປະຊາຊົນໃຫ້ເຂົ້າຮ່ວມຮັບການສັກວັກຊິນ ຢ່າງທົ່ວເຖີງ.

ພາບບັນຍາກາດການເຮັດວຽກຂອງທີມແພດ ແລະ ຄະນະສະເພາະກິດປະຕິບັດໜ້າທີ່ໃນການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ19ຢູ່ແຂວງວຽງຈັນ.

ພາບແລະຂ່າວໂດຍ: ນັກຂ່າວນັກຂ່າວແຂວງວຽງຈັນ,ເມືອງທົ່ວແຂວງ ແລະ ນັກຂ່າວອອນລາຍ

ShareTweetShare
Next Post
ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...