ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 24, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຈັບ ຜູ້ກໍ່ເຫດຜູ້ກະທຳຊຳເລົາມາເຮັດແຜນປະກອບຮັບຄສາລະພາບຢູ່ແຂວງ ຄຳມ່ວນ

Staff by Staff
ເດືອນພຶດສະພາ 21, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 18 ພຶດສະພາ 2021 ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ນຳຕົວຜູ້ຖືກຫາຊື່ ທ້າວຕໍ່ ເພັດມະນີ (ຈະລີ) ອາຍຸ 25 ປີ ອາຊີບກຳມະກອນ ຢູ່ບ້ານນາກຸ່ມ ເມືອງທ່າແຂກ ແຂວງຄຳມ່ວນ ໃນຂໍ້ກ່າວຫາຄະດີ ເສບສານລະເຫີຍ(ປະເພດກາວ3K) ແລະ ການຂົ່ມຂືນທໍາຊໍາເລົາ, ຄາດຕະກໍາແມ່ເຖົ້າສົມ ພູມສົມລະລາດ ອາຍຸ 70 ປີ ອາຊີບເຮັດນາ ຢູ່ບ້ານນາກຸ່ມ ເມືອງທ່າແຂກ ເພື່ອມາເຮັດແຜນປະກອບຮັບຄຳສາລະພາບຄືນ.

ຜ່ານການສືບສວນ-ສອບສວນເກັບກຳຂໍ້ມູນຫຼັກຖານ ແລະ ຄຳໃຫ້ການຂອງຜູ້ຖືກຫາ ຕໍ່ເຈົ້າໜ້າທີ່ຕຳຫຼວດໜ່ວຍງານ ຄະດີອາຍາ-ເສດຖະກິດ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ຈຶ່ງໄດ້ຮູ້ວ່າ:

ເບື້ອງຕົ້ນ ໃນເວລາ 08:20ໂມງ ຂອງວັນທີ 17 ມີນາ 2021 ທີ່ຜ່ານມາ ຜູ້ກ່ຽວໄດ້ໄປຊື້ກາວ 3K ຢູ່ທີ່ຕະຫຼາດບ້ານນາສະອາດ ຈຳນວນ 1 ປ໋ອງ ໃນລາຄາ 10.000ກິີບ, ພາຍຫຼັງຊື້ມາແລ້ວຜູ້ກ່ຽວກໍໄດ້ເອົາໄປດົມຄົນດຽວພາຍຫຼັງດົມກາວຈົນມີຄວາມມືນເມົາຈາກການເສບສານລະເຫີຍ(ກາວ)ໃນຄະນະນັ້ນ ຜູ້ກ່ຽວກໍໄດ້ແນມເຫັນ ແມ່ເຖົ່າສົມ ທີ່ກຳລັງຂຸດກະປູຢູ່ ໃນເຂດທົ່ງນາດັ່ງກ່າວ ຫຼັງຈາກນັ້ນ ຜູ້ກ່ຽວຈຶ່ງໄດ້ປະກະປ໋ອງກາວ ແລ້ວຍ່າງໄປຫາ ແມ່ເຖົ້າສົມເພື່ອບັງຄັບໃຫ້ແມ່ເຖົ້າສົມ ຮ່ວມເພດສຳພັນກັບຜູ້ກ່ຽວ ແຕ່ແມ່ເຖົ່າສົມໄດ້ປະຕິເສດ ແລະ ເວົ້າວ່າຈະເອົາເງິນໃຫ້ 4.000ກີບ, ເມື່ອໄດ້ຍິນແນວນັ້ນ ທ້າວຕໍ່ ກໍ່ເກີດຄວາມຢາກຮ້າຍແລ້ວໃຊ້ມືທັງສອງເບື້ອງຂອງຕົນຍູ້ແມ່ເຖົ້າສົມ ຈົນລົ້ມລົງພື້ນດິນ ແລ້ວກໍໄດ້ຂົ່ມຂືນຮ່ວມເພດສຳພັນກັບແມ່ເຖົ້າສົມຈົນສຳເລັດ.

ຫຼັງຈາກນັ້ນຜູ້ກ່ຽວຄິດຢ້ານແມ່ເຖົ້າສົມໄປບອກທາງຄອບຄົວ ແລະ ຍາດຕິພີ່ນ້ອງຂອງຜູ້ກ່ຽວ ທ້າວຕໍ່ ຈຶ່ງໄດ້ຈັບເອົາໄມ້ຄ້ອນ ຍາວປະມານ 70 ຊັງຕີເເມັດ. ຕີໃສ່ທີ່ຊ່ວງເບື້ອງຊ້າຍຂອງ ແມ່ເຖົ້າສົມ ແລະ ຕີໃສ່ທີ່ຄໍ ຈຳນວນຫຼາຍບາດ ແລະ ໃຊ້ກຳປັ້ນຕີໃສ່ໃບໜ້າ ຂອງແມ່ເຖົ້າສົມ ຈຳນວນຫຼາຍບາດ ຈົນເຮັດໃຫ້ແມ່ເຖົ້າສົມໄດ້ຮັບບາດເຈັບສາຫັດ ແລະ ໝົດສະຕິໄປ.

ຈາກນັ້ນຜູ້ກ່ຽວຈຶ່ງກັບໄປດົມກາວທີ່ຍັງເຫຼືອຕໍ່ຢູ່ຖຽງນາບ່ອນເກົ່າເຊິ່ງຫ່າງຈາກຈຸດເກີດເຫດປະມານ 45 ແມັດ ແລ້ວກໍໄດ້ເອົາຕົວລົບໜີ. ຕໍ່ມາກໍ່ໄດ້ມີພົນລະເມືອງດີໄດ້ໄປພົບເຫັນແມ່ເຖົ້າສົມ ທີ່ໄດ້ຮັບບາດເຈັບສາຫັດ ແລະ ໝົດສະຕິຢູ່ ຈຶ່ງໄປບອກໃຫ້ຍາດຕິພີ່ນ້ອງຂອງແມ່ເຖົ້າສົມແລ້ວນຳສົ່ງໄປປິ່ນປົວອາການຢູ່ໂຮງໝໍແຂວງຄຳມ່ວນ ມາຮອດເວລາ 16:30ໂມງຂອງວັນດຽວກັນແມ່ເຖົ້າສົມກໍ່ໄດ້ເສຍຊີວິດ. ຍ້ອນອາການສາຫັດແລ້ວແພດໝໍຈຶ່ງບໍ່ສາມາດຊ່ວຍໄດ້.

ຕໍ່ເຫດການດັ່ງກ່າວ, ໃນວັນດຽວກັນນັ້ນທາງເຈົ້າໜ້າທີ່ຕຳຫຼວດ ປກສ ບໍລິການປະຊາຊົນກຸ່ມເໝືອງບ່າ ແມ່ນໄດ້ສົມທົບກັບການຈັດຕັ້ງບ້ານ ບ້ານນາກຸ່ມ ເມືອງທ່າແຂກ ແຂວງຄຳມ່ວນ, ເພື່ອເກັບກຳຂໍ້ມູນຂຶ້ນເປົ້າໝາຍແລ້ວ ນຳກຳລັງເຂົ້າກັກຕົວ ທ້າວຕໍ່ ເພັດມະນີ ຫຼື (ຈະລີ)ມາດຳເນີນຄະດີຕາມລະບຽບກົດໝາຍ ພ້ອມນຳສົ່ງ ປກສ ເມືອງທ່າແຂກ ແຂວງຄຳມ່ວນ, ເພື່ອສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ShareTweetShare
Next Post
ເຫດລົດໃຫ່ຍປີ້ນ ທີ່ ບ້ານ ນາດາວ ເມືອງ ວັງວຽງ ແຂວງ ວຽງຈັນ.

ເຫດລົດໃຫ່ຍປີ້ນ ທີ່ ບ້ານ ນາດາວ ເມືອງ ວັງວຽງ ແຂວງ ວຽງຈັນ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...