ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຄະນະຊ່ຽວຊານ ແພດຈີນສໍາເລັດໜ້າທີ່ຕ້າ ນໂ ຄວິ ດ-19 ແລະ ກັບປະເທດຈີນ ວັນທີ 18 ພຶດສະພານີ້

Staff by Staff
ເດືອນພຶດສະພາ 19, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຄະນະຊ່ຽວຊານແພດຈີນສໍາເລັດໜ້າທີ່ຕ້ານໂຄວິດ-19 ແລະກັບປະເທດຈີນ ວັນທີ 18 ພຶດສະພານີ້.

ຄະນະຊ່ຽວຊານ ການແພດທີ່ລັດຖະບານ ສປ ຈີນຊ່ວຍເຫຼືອ ສປປ ລາວຕ້ານພະຍາດ COVID-19 ໄດ້ສໍາເລັດໜ້າທີ່ ແລ້ວເດີນທາງກັບເມືອຈີນໂດຍມີ ທ່ານບຸນແຝງ ພູມມະໄລສິ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍຄະນະໄປສົ່ງພວກເຂົາເຈົ້າທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານໃນດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ.

ໃນເວລາ 2 ອາທິດທີ່ປະຕິບັດໜ້າທີ່ຢູ່ລາວ, ພວກເຂົາເຈົ້າໄດ້ສໍາຫຼວດຄົ້ນຄວ້າຢູ່ໂຮງໝໍປິ່ນປົວ, ໂຮງໝໍພາກສະໜາມ, ຫ້ອງທົດລອງກວດພະຍາດ, ສະຖານທີ່ສັກຢາວັກແຊັງ, ສະຖານທີ່ກັກບໍລິເວນ ແລະອື່ນໆຫຼາຍກວ່າ 40 ໜ່ວຍງານ ເພື່ອເກັບກໍາຂໍ້ມູນ ພ້ອມແລກປ່ຽນຄໍາເຫັນທາງດ້ານວິຊາການກັບພາກສ່ວນທີ່ກ່ຽວຂ້ອງ; ໄດ້ຝຶກອົບຮົມວິຊາສະເພາະໃຫ້ແກ່ບຸກຄະລາກອນດ້ານການແພດ, ສາທາລະນະສຸກ ແລະຂະແໜງທີ່ກ່ຽວຂ້ອງຫຼາຍກວ່າ 20 ຄັ້ງ, ເປັນຕົ້ນແມ່ນການຄວບຄຸມການລະບາດຢູ່ໂຮງໝໍ, ການຈໍາແນກຄົນເຈັບອາການໜັກແລະອື່ນໆ;

ອີງຕາມການປຶກສາຫາລືແລກປ່ຽນຂໍ້ມູນ, ການລົງໄປເຄື່ອນໄຫວເຮັດວຽກຕົວຈິງກໍຄືຂໍ້ສະເໜີຂອງຝ່າຍລາວ, ປະສົມປະສານກັບບັນດາມາດຕະການແລະວິທີການຄວບຄຸມການລະບາດພະຍາດໂຄວິດ-19, ໄດ້ສ້າງເປັນ “ການແນະນໍາວຽກງານການຊ່ວຍເຫຼືອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19” ພ້ອມຄໍາແນະນໍາການປ້ອງການຄວບຄຸມພະຍາດສະເພາະດ້ານລວມ 12 ສະບັບເພື່ອໃຫ້ຝ່າຍລາວພິຈາລະນາ. ນອກນັ່ນ, ພວກເຂົາຍັງໄດ້ຢ້ຽມຢາມພ້ອມຝຶກອົບຮົມຢູ່ບັນດາໂຄງການຮ່ວມມືຂອງສອງປະເທດລາວ-ຈີນ ແລະວິສາຫະກິດຈີນຢູ່ລາວເພື່ອໂຄສະນາຄວາມຮູ້ທີ່ກ່ຽວຂ້ອງ ແລະອື່ນໆ.

ເພື່ອຍ້ອງຍໍຜົນງານອັນພົ້ນເດັ່ນໃນການປະກອບສ່ວນຊ່ວຍເຫຼືອວຽກງານສາທາລະນະສຸກຂອງລາວ, ກ່ອນເດີນທາງກັບຈີນ, ທາງການລາວໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊ່ຽວຊານການແພດຈີນ 25 ທ່ານ, ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ເຂົ້າຮ່ວມເປັນສັກຂີພິຍານ ແລະທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ມອບ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການຂອງ ສປ ຈີນໃນຄັ້ງນີ້ ກໍ່ຄືຫຼາຍຄັ້ງທີ່ຜ່ານມາ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດເຖິງຄວາມເປັນຫ່ວງເປັນໄຍ ແລະຄວາມເອົາໃຈໃສ່ຂອງ ພັກ, ລັດ ແລະປະຊາຊົນຈີນທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວ ໃນຍາມທີ່ມີຄວາມຫຍຸ້ງຍາກທີ່ສຸດ.

ພ້ອມກັນນີ້ຍັງສະແດງອອກແຈ້ງເຖິງຄວາມເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອອັນເຫີງນານ, ທັງເປັນຄູ່ຮວມຍຸດທະສາດໝັ້ນຄົງຕາມທິດສີ່ດີ ໃນການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມລາວ-ຈີນ, ຈີນ-ລາວ ເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກນັບມື້ບໍ່ຢຸດຢັ້ງ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງລະຫວ່າງການທູດຂອງສອງປະເທດຄົບຮອບ 60 ປີ ແລະ ປີນີ້ຍັງເປັນປີມິດຕະພາບລາວ-ຈີນ ຈີນ-ລາວນໍາອີກ.

ShareTweetShare
Next Post
ປິດ ບ້ານຈອມມະນີກຸ້ມກາງແຕ່ ຮ່ອມ5- ຮ່ອມ8

ປິດ ບ້ານຈອມມະນີກຸ້ມກາງແຕ່ ຮ່ອມ5- ຮ່ອມ8

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...