ຂປລ. ໃນຕອນເຊົ້າ ວັນທີ 17 ພຶດສະພາ2021 ທີ່ສໍານັກງານນາຍົກລັດຖະມົນຕີໄດ້ດຳເນີນກອງປະຊຸມນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ແລະ ຄະນະສະເພາະກິດຂັ້ນທ້ອງຖິ່ນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ ໂດຍການເປັນປະ ທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານໃນຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ, ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາທ່ານເຈົ້າແຂວງ, ພ້ອມດ້ວຍຄະນະສະເພາະກິດຂັ້ນທ້ອງຖິ່ນທົ່ວປະເທດ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ຕາມຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢູ່ໃນທົ່ວປະເທດໄລຍະວັນທີ 6 ພຶດສະພາ 2021 ເປັນຕົ້ນມາ ແລະ ສະເໜີແຜນວຽກຈຸດສຸມໃນຕໍ່ໜ້າ ຈາກຄະນະສະເພາະກິດຂັ້ນສູນກາງ ແລະ ຮັບຟັງການລາຍງານຈາກຄະນະສະເພາະກິດ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ.

ຜ່ານການປະຊຸມ, ທ່ານນາຍົກລັດຖະມົນຕີຕາງໜ້າໃຫ້ພັກ-ລັດຖະບານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະສະເພາະກິດ ກໍຄື ຄະນະພັກ, ອົງການການປົກຄອງທຸກຂັ້ນ, ພະ ນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ເປັນເຈົ້າການເຂົ້າຮ່ວມ ຂະບວນການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃນຮອບນີ້ ເຮັດໃຫ້ຮອດມື້ນີ້ສະພາບການມີລັກສະນະຄົງຕົວ ແລະ ມີທ່າອ່ຽງຄ່ອຍຫລຸດລົງ. ພິເສດ ແມ່ນຍ້ອງຍໍຊົມເຊີຍ ຕໍ່ຖັນແຖວແພດໜໍ, ທະຫານ, ຕຳຫລວດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ມີຄວາມສ່ຽງຕໍ່ສຸຂະພາບ ແລະ ຊີວິດຂອງຕົນ ຢ່າງບໍ່ຮູ້ອິດເມື່ອຍ ໃນການໃຫ້ບໍລິການຮັບໃຊ້ປະຊາຊົນ ນັບທັງກາງເວັນ,ກາງຄືນ ມາເປັນເວລາຍາວນານເກືອບ 2 ປີແລ້ວ, ເຊິ່ງສະແດງອອກເຖິງຄວາມກ້າຫານ, ຄວາມເສຍສະຫລະ ແລະ ຄວາມຊື່ສັດບໍລິສຸດໃນຈັນຍາບັນ ເພື່ອຮັບໃຊ້ປະຊາຊົນ ຢ່າງແທ້ຈິງ. ໃນຂະນະດຽວກັນ ກໍໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຜູ້ປະກອບການ ແລະ ປະຊາຊົນຜູ້ມີນໍ້າໃຈເອື້ອຍເຟື້ອເພື່ອແຜ່ ທີ່ໄດ້ປະກອບສ່ວນວັດຖຸສິ່ງຂອງ ແລະ ທຶນຮອນເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19; ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນ ບັນດາປະເທດເພື່ອນມິດ ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າແລະ ທັນການ ໃນໄລຍະທີ່ຜ່ານມາ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ຊ່ວຍເຫລືອໃນຕໍ່ໜ້າ.

ຖືວຽກນີ້ເປັນວຽກຕ້ອງສຸມໃສ່ເຮັດໂດຍບໍ່ໃຫ້ລັງເລໃດໆ; ໃຫ້ຖອດບົດຮຽນນໍາປະເທດເພື່ອນມິດກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ເຮັດໃຫ້ປິ່ນປົວເຊົາໄວຂຶ້ນ; ປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວ ແລະ ທັນການຂຶ້ນ; ການຈັດສັນງົບປະມານ ໃຫ້ມີແຜນລະອຽດຕົວຈິງບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນ; ສືບຕໍ່ຮັບເອົາການຊ່ວຍເຫລືອທັງພາຍໃນ ແລະ ຕ່າງປະເທດ; ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍ ທີ່ມີຄວາມສ່ຽງສູງ.ສຸດທ້າຍແມ່ນເຊື່ອໝັ້ນວ່າຄະນະສະເພາະກິດຂັ້ນສູນກາງ, ຄະນະພັກອົງການປົກຄອງທ້ອງຖິ່ນຈະສືບຕໍ່ສູ້ຊົນເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາມີການຜ່ອນຄາຍລົງໄດ້ຕາມຄວາມມຸ່ງຫວັງຂອງປະຊາຊົນ.

Discussion about this post