ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 28, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປິດຊົ່ວຄາວເພື່ອຄວາມປອດໄພ ຕະຫຼາດໜອງຈັນຕອນເຊົ້າໆ ( ຕະຫຼາດຂົວດິນ )

Staff by Staff
ເດືອນພຶດສະພາ 17, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຍ້ອນການລະບາດຂອງພະຍາດລະບາດໂຄວິດ-19 ຢູ່ປະເທດເຮົາທີ່ຍັງບໍ່ສາມາດຄວບຄຸມໄດ້ເທື່ອໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ການລະບາດໃນຊຸມຊົນຍັງມີຢ່າງຕໍ່ເນື່ອງ ເຊິ່ງຕະຫຼາດໜອງຈັນຖືເປັນສູນການຊື້-ຂາຍແຫ່ງໜຶ່ງທີ່ມີຄົນມາຈັບຈ່າຍຊື້-ຂາຍການຫຼາຍທີ່ສຸດໃນແຕ່ລະວັນເຖິງແມ່ນຈະມີການລະບາດຂອງພະຍາດໂຄວິດ-19 ກໍ່ຕາມ.

ດັ່ງນັ້ນ, ເພື່ອຄວາມປອດໄພຂອງປະຊາຊົນ ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນຈິ່ງ ໃຫ້ໂຈະການຊື້-ຂາຍພຶດຜັກກະສິກຳໃນຕະຫຼາດນີ້ເປັນການຊົ່ວຄາວສາກ່ອນ.

ພະແນກ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ (ອຄ.ນວ) ອອກແຈ້ງການ ເລກທີ 0605/ອຄ.ນວ.ຄພນ, ລົງວັນທີ 15 ພຶດສະພາ 2021 ເຖິງຜູ້ອໍານວຍການ ບໍລິສັດລຽງເຮັງການຄ້າ ບໍລິການຈັດສັນຕະຫລາດ ຈຳກັດ ພ້ອມດ້ວຍຄະນະຮັບຜິດຊອບ ຈັດສັນຕະຫຼາດໜອງຈັນ, ນາຍບ້ານ ບ້ານໜອງຈັນ ທີ່ຄຸ້ມຄອງການຄ້າຂາຍ ນອກຕະຫຼາດໜອງຈັນ, ຫົວໜ້າຫ້ອງ ອຄ ເມືອງສີສັດຕະນາກ, ຊາວຄ້າຂາຍ ທີ່ເຂົ້າຂາຍເຄື່ອງຢູ່ໃນຕະຫຼາດຫນອງຈັນ (ສໍາລັບພາກເຊົ້າ),

ປະຊາຊົນລາວບັນດາເຜົ່າ ທີ່ຈະໄປຊົມໃຊ້ການຊື້-ຂາຍຢູ່ໃນຕະຫຼາດໜອງຈັນ ເລື່ອງໃຫ້ໂຈະຊົ່ວຄາວກ່ຽວກັບການຈຳໜ່າຍພືດຜັກ, ໝາກໄມ້ ແລະ ສິນຄ້າບໍລິໂພກ ສຳລັບພາກເຊົ້າທີ່ເປີດເວລາ 5:30 ຫາ 8:30ໂມງ ຢູ່ໃນຕະຫຼາດໜອງຈັນ ແລະ ບໍລິເວນນອກຕະຫຼາດໜອງຈັນທີ່ໃກ້ກັນ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການ ປ້ອງກັນ ຄວບຄຸມການແຜ່ລະບາດ ເຊື້ອພະຍາດໂຄວິດ-19 ແລະ ຫລີກເວັ້ນຄວາມສ່ຽງ ການຕິດເຊື້ອພະຍາດດັ່ງກ່າວ ຢູ່ໃນ ນວ, ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານຊາບດັ່ງນີ້:

1. ໃຫ້ໂຈະຊົ່ວຄາວ ກ່ຽວກັບການຈໍາໜ່າຍພືດຜັກ, ໝາກໄມ້ ແລະ ສິນຄ້າບໍລິໂພກ ຢູ່ໃນຕະຫຼາດໜອງຈັນ ແລະ ບໍລິເວນນອກຕະຫຼາດ ທີ່ບ້ານຄຸ້ມຄອງ ຕັ້ງຢູ່ບ້ານຫນອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສຳລັບພາກເຊົ້າ ໃນໄລຍະເວລາແຕ່ 5:30 ຫາ 8:30ໂມງ ນັບແຕ່ ວັນທີ 16 ພຶດສະພາ 2021 ເປັນຕົ້ນໄປ ຈົນກວ່າສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ໃນ ນວ ຈະຜ່ອນຄາຍລົງ, ສໍາລັບບັນດາຫ້າງຮ້ານທີ່ເປີດບໍລິການແຕ່ 8:30 ໂມງເປັນຕົ້ນໄປ ແມ່ນໃຫ້ສືບຕໍ່ເປີດບໍລິການຄ້າຂາຍຕາມປົກກະຕິ ແຕ່ຕ້ອງຮັບປະກັນມາດຕະການປ້ອງກັນພະຍາດໂດວິດ-19.

2. ໃຫ້ສືບຕໍ່ຕິດຕາມທິດຊີ້ນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຕື່ມ ເພື່ອເປັນບ່ອນອີງໃນການພິຈາລະນາອະນຸຍາດໃຫ້ສືບຕໍ່ເປີດ ຫຼື ປີດ ການບໍລິການຄ້າຂາຍຢູ່ໃນສະຖານທີ່ດັ່ງກ່າວ.

3. ກ່ອນຈະເປີດການບໍລິການຄືນໃໝ່ ພະແນກ ອຄ.ນວ ແມ່ນຈະໄດ້ລົງສົມທົບກັບອໍານາດການປົກຄອງເມືອງ, ນາຍບ້ານ ແລະ ບໍລິສັດລຽງເຮັງການຄ້າ ບໍລິການຈັດສັນຕະຫລາດ ຈຳກັດ ພ້ອມດ້ວຍຄະນະຈັດສັນຕະຫຼາດໜອງຈັນ ຮ່ວມກັນວາງແຜນການຈັດສັນຢ່າງເປັນລະບົບ ໃຫ້ມີຄວາມສະອາດຈົບງາມ ເພື່ອຫຼີກເວັ້ນບໍ່ໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19. ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງນີ້ໃຫ້ໄດ້ຮັບຜົນດີ.

ShareTweetShare
Next Post
ໂສມໜ້າຜູ້ທີ່ໂຊກດີແຕກອີກແລ້ວ 400.000.000 ລ້ານ

ໂສມໜ້າຜູ້ທີ່ໂຊກດີແຕກອີກແລ້ວ 400.000.000 ລ້ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ປໍ້າ “ພລັສ” ແຈ້ງ ບໍ່ຈຳໜ່າຍນໍ້າມັນໃສ່ຕຸກ ປ້ອງກັນເຫດອັກຄີໄຟ & ກັກຕຸ໋ນໄປຈຳໜ່າຍເກີນລາຄາ.

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ດ່ວນໆ ເຈດີ ວັດສີສຸພັນ ອາຍຸ 522 ປີ ໄດ້ຖະຫຼົ່ມລົງແລ້ວ(ມີຄລິບ)

    0 shares
    Share 0 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...