ເປັນຄວາມຮູ້ໃໝ່ ແລະ ໄດ້ຮັບຮູ້ເຖິງເຫດຜົນຄວາມເປັນຈິງສຳລັບແພດ-ໝໍລາວ ພາຍຫລັງທີ່ຊ່ຽວຊານຈີນເຜີຍວ່າ: ຄົນທີ່ຕິດເຊື້ອໂຄວິດ-19ຄວນນອນທ່າຂວ້ຳເປັນສ່ວນໃຫຍ່.

ສາເຫດ: ອາການອັກເສບປອດນັ້ນມັນຈະເກີດຢູ່ດ້ານຫລັງ ຫາກນອນຫງາຍກໍ່ຈະເປັນການແຊ່ພາໃຫ້ປອດບວມຍິ່ງຂຶ້ນ ສ່ວນການນອນຂວ້ຳຈະຊ່ວຍໃຫ້ປອດໂລ່ງເຮັດໃຫ້ເກີດການອັກເສບໜ້ອຍລົງ.

ສະນັ້ນ, ຄົນທີ່ຕິດເຊື້ອໂຄວິດທີ່ຍັງມີອາການເບົາບາງແພດແນະນຳໃຫ້ນອນຂວ້ຳເພື່ອປ້ອງກັນບໍ່ໃຫ້ອາການໜັກຂຶ້ນ ຫລື ຮ້າຍແຮງກວ່າເກົ່າ.ຮູ້ແນວນີ້ແລ້ວ ທ່ານໃດທີ່ຮູ້ສຶກວ່າຕົນເອງມີອາການຄ້າຍຄຽງຕິດເຊື້ອໂຄວິດເຊັ່ນ:

ໄອ, ປວດເມື້ອຍ, ຫາຍໃຈຝືດ…ສາມາດນຳເອົາຂໍ້ແນະນຳນີ້ໄປໃຊ້ເພາະການນອນຂວ້ຳສາມາດຊ່ວຍໄດ້ແມ່ນແຕ່ຄົນຕິດເຊື້ອກໍລະນີຮ້າຍແຮງກໍຍັງໄດ້ປະຕິບັດ.
ທີ່ມາ

Discussion about this post