ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອ່ານໃຫ້ເຂົ້າໃຈ ແຈ້ງການເລກທີ 462

Staff by Staff
ເດືອນພຶດສະພາ 13, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕ້ອງຍອມຮັບວ່າໃນເວລານີ້ການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາຕົວເລກຍັງບໍ່ຢຸດຊະງັກເທື່ອ.ສະນັ້ນພວກເຮົາຈຶ່ງເຫັນຄຳສັ່ງກໍຄືແຈ້ງການຫຼາຍສະບັບຂອງການນຳພັກ-ລັດ ທະຍອຍກັນອອກມາ ແນໃສ່ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະແມ່ນການລະບາດໃນຮອບສອງນີ້.

ບັນດາຄຳສັ່ງທີ່ຕ້ອງໄດ້ກຳແໜ້ນ ແລະ ອ່ານໃຫ້ເຂົ້າໃຈເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນສູງສຸດກໍມີ ຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ຂອງທ່ານນາຍົກລັດຖະມົນຕີ; ຄຳສັ່ງເລກທີ 87/ຄລສພ ລົງວັນທີ 25 ເມສາ 2021 ຂອງຄະນະເລຂາທິການສູນກາງພັກ; ແຈ້ງການເລກທີ 406/ຫສນຍ ລົງວັນທີ 26 ເມສາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງທີ່ແກ່ຍາວເວລາອອກໄປຕື່ມອີກ 15 ວັນ ເລີ່ມຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 06 ພຶດສະພາ ຫາ 24:00 ໂມງ ຂອງວັນທີ 20 ພຶດສະພາ 2021 ແລະ ຫຼ້າສຸດແມ່ນແຈ້ງການເລກທີ 462/ຫສນຍ ລົງວັນທີ 5 ພຶດສະພາ 2021, ໃນແຈ້ງການນີ້ຜູ້ຂຽນຢາກໃຫ້ທຸກທ່ານກຳໄດ້ຈຸດສຳຄັນທີ່ເພິ່ນແນະນຳໃນຂໍ້ (2) ດັ່ງນີ້:

2. ໃຫ້ຄະນະສະເພາະກິດ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ປະຕິບັດຕາມການມອບຄວາມຮັບຜິດຊອບທີ່ໄດ້ກຳນົດໄວ້ໃນຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 406/ຫສນຍ, ພ້ອມກັນນີ້ກໍໃຫ້ເອົາໃຈໃສ່ຕື່ມບາງວຽກຈຸດສຸມດັ່ງນີ້:1) ກະຊວງສາທາລະນະສຸກ– ສືບຕໍ່ເລັ່ງລັດຊອກຫາຜູ້ຕິດເຊື້ອ, ຜູ້ສໍາຜັດໃກ້ຊິດຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງ ເພື່ອມາກວດວິເຄາະຫາເຊື້ອໃຫ້ໝົດ, ສຸມໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີເປັນປົກກະຕິໂດຍໄວ,– ໃຫ້ຮີບຮ້ອນນໍາເອົາຜູ້ທີ່ໄດ້ພົບເຫັນວ່າຕິດເຊື້ອທີ່ຍັງບໍ່ທັນມາສະເໜີຕົວ ຫຼື ຍັງຫຼົບລີ້ໃຫ້ມາປິ່ນປົວຢູ່ໂຮງໝໍຕາມການກຳນົດຂອງແພດໂດຍໄວ.– ສືບຕໍ່ສັກວັກແຊັງກັນພະຍາດໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ພ້ອມທັງຈັດຊື້ວັກແຊັງໃຫ້ໄດ້ຕາມແຜນການ.

2) ຄະນະສະເພາະກິດ– ສົມທົບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ປັບປຸງສະຖານທີ່ຈໍາກັດບໍລິເວນ. ໂຮງໝໍພາກສະໜາມໃຫ້ໄດ້ມາດຕະຖານດີຂຶ້ນກວ່າເກົ່າ ຮັບປະກັນບໍ່ໃຫ້ມີການແຜ່ເຊື້ອຢູ່ສະຖານທີ່ດັ່ງກ່າວ.– ໃຫ້ຄະນະສະເພາະກິດສືບຕໍ່ຮ່ວມມືກັບວິຊາການແພດປະເທດເພື່ອນມິດ ເພື່ອຄວບຄຸມ ແລະ ແກ້ໄຂການລະບາດໃຫ້ໄດ້ໂດຍໄວ.– ສົມທົບກັບຂະແໜງກ່ຽວຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ໂຄສະນາເຜີຍແຜ່ເຖິງຜົນຮ້າຍພະຍາດໂຄວິດ-19, ມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ແລະ ເປັນປົກກະຕິ, ພ້ອມທັງຕິດຕາມ ກວດກາ ການປະຕິບັດມາດຕະການຕ່າງໆທີ່ວາງອອກໃຫ້ມີປະສິດທິຜົນ.– ອໍານວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າ-ການດໍາເນີນກິດຈະການສໍາຄັນຕ່າງໆຂອງລັດຖະບານ, ການທຳມາຫາກິນ ແລະ ການຜະລິດກະສິກຳຂອງປະຊາຊົນ ເພື່ອສະໜອງສະບຽງອາຫານໃຫ້ສັງຄົມພຽງພໍໃນແຕ່ລະວັນ.– ປັບປຸງເນື້ອໃນຖະແຫຼງຂ່າວປະຈໍາວັນໃຫ້ຫຼາກຫຼາຍ, ກະທັດຮັດ ແລະ ເຂົ້າໃຈງ່າຍ.

3. ໃຫ້ຄະນະສະເພາະກິດແຕ່ລະຂັ້ນສືບຕໍ່ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ, ຖ້າຢູ່ທ້ອງຖິ່ນໃດສະພາບການດີຂຶ້ນ ກໍໃຫ້ທ້ອງຖິ່ນນັ້ນພິຈາລະນາ ແລະ ອອກມາດຕະການຜ່ອນຄາຍຕາມຄວາມເໝາະສົມ, ພ້ອມທັງເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ແຕ່ກົງກັນຂ້າມທ້ອງຖິ່ນໃດຫາກຍັງມີການລະບາດເພີ່ມຂຶ້ນ ກໍໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ.

4. ໃຫ້ຄະນະສະເພາະກິດ ແຕ່ລະຂັ້ນສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ລະດົມທຶນ ແລະ ຮັບເອົາການຊ່ວຍເຫຼືອຈາກທຸກພາກສ່ວນໃນສັງຄົມ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ຜູ້ຂຽນຄິດວ່າ ຫາກອ່ານໃຫ້ເຂົ້າໃຈແລ້ວການຈັດຕັ້ງປະຕິບັດກໍຈະສະດວກ, ວ່ອງໄວ ຫຼີກໄດ້ສະພາບປາກົດການຫຍໍ້ທໍ້ທີ່ເຄີຍມີໃນໄລຍະຜ່ານມານໍ?.(ຈົບ)

ໂດຍ: ທິດດີ

ຂ່າວເສດຖະກິດ-ການຄ້າ ແຫຼ່ງຄວາມຮູ້ສູ່ສັງຄົມ

ShareTweetShare
Next Post
ຊົມຄລີບ ຕອນເອົາຜູ້ເສຍຊີວິດ ຈາກໂຄວິດ ຜູ້ທີ2 ຂອງລາວເຮົາ

ຊົມຄລີບ ຕອນເອົາຜູ້ເສຍຊີວິດ ຈາກໂຄວິດ ຜູ້ທີ2 ຂອງລາວເຮົາ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...