ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພະແນກຕຳຫຼວດ ປ້ອງກັນເສດຖະກິດ ສຸມໃສ່ກວດກາຮ້ານອິນເຕີເນັດກາເຟ ທີ່ລັກລອບເປີດໃຫ້ບໍລິການ

Staff by Staff
ເດືອນພຶດສະພາ 7, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 6 ພຶດສະພາ 2021 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຜ່ານຊ່ອງທາງເບີວອດແອັບວ່າ:

ມີຮ້ານອິນເຕີເນັດກາເຟໄດ້ລັກລອບເປີດບໍລິການໃຫ້ລູກຄ້າເຂົ້າໄປຫຼິ້ນການພະນັນທາງອອນລ່າຍ, ດັ່ງນັ້້ນ ຫົວໜ້າກອງບັນຊາການ ປກສ ນວ ຈຶ່ງໄດ້ມອບໃຫ້ພະແນກຕຳຫຼວດປ້ອງກັນເສດຖະກິດ ຂຶ້ນກັບ ຫ້ອງຕຳຫຼວດ ລົງຕິດຕາມກວດກາ, ຜ່ານການກວດກາຕົວຈິງຈຶ່ງຮູ້ວ່າ:

ໃນເວລາ 21ໂມງ 00ນາທີ ຂອງວັນທີ 06 ພຶດສະພາ 2021 ໄດ້ພົບເຫັນຮ້ານອິນເຕີເນັດກາເຟຂອງ ທ້າວ ຄອນແກ້ວ ຕັ້ງຢູ່ບ້ານ ຈອມທອງ ເມືອງຫາດຊາຍຟອງ ນວ ໄດ້ເປີດບໍລິການໃຫ້ລູກຄ້າເຂົ້າມາຫຼິ້ນການພະນັນທາງອອນລ່າຍຢູ່ເຮືອນຜູ້ກ່ຽວເອງ, ກວດກາພົບເຫັນຄອມພິວເຕີ 01 ຊຸດ, ເຄື່ອງພິມ 1 ເຄື່ອງ, ນອກນີ້ຍັງພົບຮ້ານ ເຄ ອິນເຕີເນັດ ອອກຊີ່ທ້າວ ແຂກ ຕັ້ງຢູ່ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນວ ໄດ້ເປີດບໍລິການໃຫ້ລູກຄ້າເຂົ້າໄປຫຼິ້ນການພະນັນທາງອອນລ່າຍ, ພົບເຫັນຄອມພິວເຕີ 1 ຊຸດ ແລະ ເຄື່ອງພິມ 1 ເຄື່ອງ.

ຜ່ານການກວດກາຂອງເຈົ້າໜ້າທີ່ເຫັນວ່າ: ທັງສອງຮ້ານແມ່ນບໍ່ມີໃບອະນຸດຍາດທະບຽນວິສາຫະກິດ ຈາກພາກສ່ວນທີ່ກ່ຽວຂ້ອງ ເຈົ້າໜ້າທີ່ຈຶ່ງໄດ້ສົມທົບກັບອຳນາດປົກຄອງບ້ານ ສຶກສາອົບຮົມກ່າວເຕືອນເຮັດບົດບັນທຶກພ້ອມທັງໃຫ້ຢຸດເຊົາ(ປິດຮ້ານ) ຖ້າພົບເຫັນຍັງມີການລະເມີດຈະໄດ້ດຳເນີຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ. ສ່ວນອຸປະກອນຮັບໃຊ້ທີ່ຕິດພັນກັບການຫຼິ້ນການພະນັນ ຈຳນວນ 2 ຊຸດນັ້ນແມ່ນໄດ້ຍຶດເອົາມາຮັກສາໄວ້ ເພື່ອຂໍທິດຊີ້ນຳໃນການແກ້ໄຂ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຂອບໃຈ ແລະ ຍ້ອງຍໍຊົມເຊີຍພົນລະເມືອງດີທີ່ໄດ້ປະຕິບັດພັນທະຂອງຕົນຊ່ວຍເຈົ້າໜ້າທີ່, ຈິງໃຈລາຍງານມາໃຫ້ພວກເຮົາເພື່ອແກ້ໄຂໃຫ້ທັນສະພາບການ. ຮຽກຮ້ອງມາຍັງຊາວ ນວ ຈົ່ງປະຕິບັດພັນທະຂອງຕົນຊ່ວຍກັນ, ຖ້າເຫັນສະຖານທີ່ທຸລະກິດໃດຍັງລະເມີດ ແມ່ນໃຫ້ແຈ້ງມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ShareTweetShare
Next Post
ຍິນດີຕອນຮັບພໍ່ເຖົ້າ ຈູມມະລີ ໄຊຍະສອນ ກັບບ້ານ ຂໍໃຫ້ພໍ່ເຖົ້າແຂງແຮງໄວໆເດີ.

ຍິນດີຕອນຮັບພໍ່ເຖົ້າ ຈູມມະລີ ໄຊຍະສອນ ກັບບ້ານ ຂໍໃຫ້ພໍ່ເຖົ້າແຂງແຮງໄວໆເດີ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນ ນ້ຳຖ້ວມ-ດິນເຈື່ອນ ຢູ່ອິນເດຍ ມີຜູ້ເສຍຊີວິດ 25 ຄົນ
  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...