ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລາວ ຍັງມີຄວາມສ່ຽງທີ່ອາດເກີດການລະບາດ ຂອງໂຄວິດ-19 ຖ້າທຸກຄົນຍັງຖືເບົາຕໍ່ກັບມາດຕະກັນປ້ອງກັນ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 19, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ແຈ້ງໃຫ້ຮູ້ວ່າ: ສປປ ລາວ ຍັງມີຄວາມສ່ຽງທີ່ອາດຈະເກີດການລະບາດຂອງພະຍາດໂຄວິດ-19 ຖ້າທຸກພາກສ່ວນຍັງຖືເບົາຕໍ່ກັບມາດຕະກັນປ້ອງກັນພະຍາດດັ່ງກ່າວ ເພາະບັນດາປະເທດອາຊຽນ ໂດຍສະເພາະປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ຍັງພົບຜູ້ຕິດເຊື້ອ ແລະ ມີການແຜ່ລະບາດຂອງພະຍາດນີ້ຢູ່, ໂດຍມີຜູ້ເສຍຊີວິດແລ້ວ 8.913 ຄົນ ສະເພາະຢູ່ບັນດາປະເທດອາຊຽນ.

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ COVID-19 ໄດ້ລາຍງານສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຂອງບັນ​ດາປະເທດໃກ້ຄຽງ ແລະ ໃນໂລກ ປະຈໍາວັນທິດ ວັນທີ 16 ສິງຫາ ປີ 2020 ວ່າ: ມາຮອດວັນທີ 16 ສິງຫາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 21.582.687 (247.431 ໃໝ່), ເສຍຊິວິດ767.817 (5.414 ໃໝ່).

ຢູ່ຂົງເຂດອາຊີ ຍັງແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 63.986 ຄົນ ແລະ ໃນບັນດາກຸ່ມປະເທດອາຊຽນ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 365.360 ຄົນ ແລະ ເສຍຊີວິດ 8.913 ຄົນ.

ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 15 ສິງຫາ 2020 ໂດຍການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,391 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວໄດ້ນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ການຕິດຕາມຜູ້​ຖືກຈຳກັດບໍລິເວນຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ໃນ​ຂອບ​ເຂດທົ່ວປະເທດ ຊຶ່ງປະຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 53 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.929 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 15 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 526 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 119 ຄົນ, ແຮງງານໄທ 05 ຄົນ, ແຮງງານຈີນ 317 ຄົນ, ບຸກຄົນທົ່ວໄປທີ່ມີອາການ 06 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 79 ຄົນ, ຜົນກວດວິເຄາະທັງໜົດແມ່ນບໍ່ພົບເຊື້ອ,

ເລີ່ມແຕ່ເດືອນມັງກອນ 2020 ເຖິງປະຈຸບັນ ໄດ້ມີການເກັບຕົວຢ່າງ ເພື່ອກວດວິເຄາະຫາເຊື້ອພະຍາດ COVID-19 ທັງໝົດ 34.064 ຄົນ, ຜູ້ຖືກຢັ້ງຢືນການຕິດເຊື້ອ COVID-19 ຈາກການກວດວິເຄາະ ຢູ່ ສປປ ລາວ ມີທັງໝົດ 22 ຄົນ.

ຂ່າວ: ວຽງຈັນທາຍ

Share212TweetShare
Next Post
ລະວັງ!!! ຕົກເປັນເຫຍື່ອຂອງມິດສາຊີບ ໃນການສັ່ງເຄື່ອງແອັບຈີນ

ລະວັງ!!! ຕົກເປັນເຫຍື່ອຂອງມິດສາຊີບ ໃນການສັ່ງເຄື່ອງແອັບຈີນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...