ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 15, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຫລາຍພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ຕ້ານພະຍາດໂຄວິ ດ ເກືອບ 10 ລ້ານ ໂດລາ

Staff by Staff
ເດືອນເມສາ 27, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ; ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-1 9 ແລະ ການນໍາຂັ້ນສູງ ຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫລືອໃນຄັ້ງນີ້, ປະກອບມີ 12 ພາກສ່ວນຄື: ບໍລິສັດພົງຊັບທະວີກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ປະກອບສ່ວນຈັດຊື້ວັກແຊງ ກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ;

ບໍລິສັດຈະເລີນເຊກອງ ພະລັງງານຈໍາກັດປະກອບສ່ວນຈັດຊື້ວັກແຊງກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2ລ້ານໂດລາສະຫະລັດ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອສັກໃຫ້ບັນດາຄູ-ອາຈານ ໃນຂອບເຂດທົ່ວປະເທດ; ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ

ປະກອບສ່ວນຈັດຊື້ວັກແຊງກັນພະຍາດໂຄວິດ-1 9 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ; ບໍລິສັດ ເອໄອເອັຟ (AIF) ມອບວັກແຊງ ຈໍານວນ 60.000ໂດສ, ມູນຄ່າ 1,5 ລ້ານໂດລາສະຫະລັດ; ບໍລິສັດ PT Sole LTD ມອບເງິນຊ່ວຍເຫລືອ ຈໍານວນ 1,5 ລ້ານໂດລາສະຫະລັດ;

ກຸ່ມບໍລິສັດພອນສັກ ປະກອບສ່ວນຈັດຊື້ວັກແຊງກັນພະຍາດໂຄວິດ-19 ຈຳນວນ 20.000 ໂດສ ມູນຄ່າ 5 ແສນໂດລາສະຫະລັດ ໃຫ້ບັນດາຄູ-ອາຈານ ໃນຂອບເຂດທົ່ວປະເທດ; ລັດວິສາຫະກິດໄຟຟ້າລາວມອບຜ້າປິດປາກ-ດັງຈຳນວນ50.000 ກ່ອງມູນຄ່າ1,3 ຕື້ກີບ; ບໍລິສັດລ້ານຊ້າງມິເນໂຣນສ໌ລິມິເຕັດ ບໍ່ຄຳເຊໂປນມອບເງິນສົດຈໍານວນ1ແສນໂດລາສະຫະລັດ;

ສະມາຄົມນັກທຸລະກິດຍິງ ມອບເງິນສົດ ແລະ ອຸປະກອນຮັບໃຊ້ທາງການແພດ ຈໍານວນ 190 ລ້ານກວ່າກີບ; ບໍລິສັດລາວວີໄອພີພັດທະນາການລົງທຶນ ຈໍາກັດຜູ້ດຽວ ມອບເງິນຊ່ວຍເຫລືອຈໍານວນ 100 ລ້ານກີບ; ບໍລິສັດຈະເລີນຊັບຍິ່ງຈະເລີນ ມອບເງິນຊ່ວຍເຫລືອຈໍານວນ 100 ລ້ານກີບ ແລະ ສະມາຄົມມິດຕະພາບ ລາວ-ຈີນ ມອບຕຽງ ພ້ອມໝອນ ມູນຄ່າ 66 ລ້ານກວ່າກີບ.

ShareTweetShare
Next Post
ໂຊກດີແທ້ ໄດ້ຮັບລົດຈັກ ຮອນດາ ເວບ100 ຈາກການຂູດບັດຕື່ມເງິນຂອງ Unitel

ໂຊກດີແທ້ ໄດ້ຮັບລົດຈັກ ຮອນດາ ເວບ100 ຈາກການຂູດບັດຕື່ມເງິນຂອງ Unitel

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...